ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານທະຫານມຽນມາ ຕັດສິນ ໃຫ້ອະດີດ ຜູ້ຈັດພິມໜັງສືພິມອີ​ຣະ​ວັດ​ດີ ຕິດ​ຄຸກ 5 ປີ ໃນຂໍ້ຫາຍຸຍົງ​ສ້າງ​ຄວາມປັ່ນປ່ວນ


ຮູບພາບຂອງ ທ່ານທອງ ວິນ, ອະດີດຜູ້ຈັດພິມໜັງສືພິມຂ່າວອິດສະຫຼະອິດຣະວັດດີ, ຈາກ irrawaddy.com.
ຮູບພາບຂອງ ທ່ານທອງ ວິນ, ອະດີດຜູ້ຈັດພິມໜັງສືພິມຂ່າວອິດສະຫຼະອິດຣະວັດດີ, ຈາກ irrawaddy.com.

ອະດີດຜູ້ຈັດພິມ ໜັງສືພິມຂ່າວອິດສະຫຼະ ອີຣະ​ວັດດີ (Irrawaddy) ໄດ້ຖືກຕັດສິນຈໍາຄຸກເປັນເວລາ 5 ປີ ຍ້ອນ​ຍຸ​ຍົງ​ປະ​ຊາ​ຊົນ​ ໃຫ້​ຕໍ່​ຕ້ານ​ການ​ປົກ​ຄອງ, ເຊິ່ງເປັນການໂຈມຕີຫຼ້າສຸດຕໍ່ສື່ມວນຊົນຢູ່ໃນມຽນມາ ລຸນຫຼັງການກໍ່ລັດຖະປະ ຫານຂອງທະຫານ ໃນປີ 2021.

ທ່ານທອງ ວິນ (Thaung Win) ຖືກຕັດສິນໂດຍ​ສານ​ເຂດ ທາງ​ກ້ຳ​ຕາ​ເວັນ​ຕົກ​ຂອງ​ນະ​ຄອນ​ຢ່າງ​ກຸ້ງທີ່​ຄວບ​ຄຸມ​ໂດຍລັດຖະບານທະຫານ ​ເມື່ອວັນທີ 28 ມິຖຸນາທີ່ຜ່ານມາ ພາຍໃຕ້ມາດຕາ 124-A ຂອງກົດໝາຍອາຍາ, ເຊິ່ງໄດ້ກວມລວມທັງການ​ຍຸ​ຍົງ​ສ້າງ​ຄວາມປັ່ນປ່ວນ ແລະໄດ້ປັບໃໝລາວ ເປັນເງິນ 100,000 ຄີອາດທ໌ (Kyats) ຫຼືປະມານ 47 ໂດລາ, ອີງຕາມລາຍງານຈາກອົງການຂ່າວອິດສະຫຼະ ອີຣະ​ວັດດີ. ທ່ານວິນ ໄດ້ຖືກຈັບໂຕກ່ອນໜ້ານັ້ນ 9 ເດືອນ ໃນຊ່ວງທ້າຍເດືອນກັນຍາທີ່ຜ່ານມາ ຢູ່ທີ່ເຮືອນພັກຂອງທ່ານທີ່ຕັ້ງຢູ່ໃນນະຄອນຢ່າງກຸ້ງ.

ທ່ານວິນ ຖືກຕັ້ງຂໍ້ຫາວ່າລະເມີດຕໍ່ລັດຖະທໍາມະນູນໃນການຈັດພິມ ໂດຍລາຍງານຂ່າວ “ເປັນທາງລົບ ທີ່ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງຂອງປະເທດຊາດ, ຕໍ່ກົດລະບຽບທາງດ້ານກົດໝາຍ ແລະຕໍ່ຄວາມສະຫງົບສຸກທາງສັງຄົມ,” ອີງຕາມໜັງສືພິມອີຣະ​ວັດດີ.

ອະດີດຜູ້ຈັດພິມ ໄດ້ຖືກຂັງຢູ່ທີ່ຄຸກອິນເຊນ (Insein) ທີ່ມີຊື່ສຽງບໍ​ດີ. ຍັງບໍ່ທັນເປັນທີ່ຈະແຈ້ງວ່າ ທ່ານວິນ ຈະດໍາເນີນການຍື່ນ​ຂໍອຸທອນຫຼືບໍ່.

ຄະນະກໍາມະການເພື່ອປົກປ້ອງນັກຂ່າວ ຫຼື CPJ ໄດ້ຮຽກຮ້ອງໃຫ້​ພວກ​ທະ​ຫານມຽນມາ ຈົ່ງປ່ອຍໂຕ ທ່ານວິນ ໃນທັນທີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG