ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງ​ທັບ​ມຽນ​ມາ ຢືນ​ຢືນ​ວ່າ ຕົນ​ໄດ້​ທຳ​ການ​ໂຈມ​ຕີ​ທາງ​ອາ​ກາດ ຢ່າງ​ຮ້າຍ​ແຮງ​ຕໍ່​ກຳ​ລັງ​ພວກ​ກະ​ບົດ


​ຮູບ​ພາບນີ້​ສະ​ໜອງ​ໂດຍ​ກຸ່ມ​ພວກ​ນັກ​ເຄື່ອນ​ໄຫວ Kyunhla ທີ່​ສະ​ແດງ​ໃຫ້​ເຫັນ​ສະ​ພາບ​ການ ລຸນ​ຫຼັງ​ການ​ໂຈມ​ຕີ​ທາງ​ອາ​ກາດ ທີ່​ບ້ານ Pazigyi ໃນ​ເຂດ​ຊາ​ແກັງ ປະ​ເທດ​ມຽນ​ມາ ເມື່ອ​ວັນ​ທີ 11 ເມ​ສາ 2023.
​ຮູບ​ພາບນີ້​ສະ​ໜອງ​ໂດຍ​ກຸ່ມ​ພວກ​ນັກ​ເຄື່ອນ​ໄຫວ Kyunhla ທີ່​ສະ​ແດງ​ໃຫ້​ເຫັນ​ສະ​ພາບ​ການ ລຸນ​ຫຼັງ​ການ​ໂຈມ​ຕີ​ທາງ​ອາ​ກາດ ທີ່​ບ້ານ Pazigyi ໃນ​ເຂດ​ຊາ​ແກັງ ປະ​ເທດ​ມຽນ​ມາ ເມື່ອ​ວັນ​ທີ 11 ເມ​ສາ 2023.

ລັດ​ຖະ​ບານ​ທະ​ຫານ​ມຽນ​ມາ​ ໃຫ້​ການ​ຢືນ​ຢັນ​ວ່າ ຕົນ​ໄດ້​ທຳ​ການ​ໂຈມ​ຕີ​ທາງ​ອາ​ກາດ ຕໍ່​ບ້ານ​ແຫ່ງ​ນຶ່ງ ບ່ອນ​ທີ່​ກຳ​ລັງ​ຂອງ​ພວກ​ຕໍ່​ຕ້ານ​ເຕົ້າ​ໂຮມ​ກັນ​ເພື່ອ​ຈັດ​ພິ​ທີ.

ໂຄ​ສົກ​ຂອງ​ພວກ​ທະ​ຫານ ທ່ານ​ຊໍ ມິນ ຕຸນ ກ່າວ​ໃນ​ວັນ​ພຸດມື້ນີ້​ວ່າ ການ​ໂຈມ​ຕີ​ຕໍ່​ເຂດ​ຊາ​ແກັງ ທີ່​ຕັ້ງ​ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ມຽນ​ມາ ເມື່ອ​ວັນ​ອັງ​ຄານ​ວານນີ້ ໄດ້​ມີ​ຂຶ້ນ​ໃນ​ລະ​ຫວ່າງ​ການ​ຈັດ​ພິ​ທີ​ກຳ​ລັງ​ປ້ອງ​ກັນ​ໂຕ​ຂອງ​ປະ​ຊາ​ຊົນ​ຫຼື PDF ຊຶ່ງ​ເປັນ​ກຳ​ລັງ​ທະ​ຫານ ​ຂອງ​ລັດ​ຖະ​ບານ​ສາ​ມັກ​ຄີ​ຊາດ ທີ່​ເປັນ​ລັດ​ຖະ​ບານ​ເງົາ ຕັ້ງ​ຂຶ້ນ​ໂດຍ​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ​ພົນ​ລະ​ເຮືອນ ທີ່​ຖືກ​ໂຄ່ນ​ລົ້ມ​ໂດຍ​ພວກ​ທ​ກະ​ຫານ ເມື່ອ​ວັນ​ທີ 1 ກຸມ​ພາ 2021.

ແຫຼ່ງ​ຂ່າວ​ຕ່າງໆ​ແຈ້ງວ່າ ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 50 ຄົນ​ໃນ​ການ​ໂຈມ​ຕີ​ທາງ​ອາ​ກາດ. ທ່ານ​ຊໍ ມິນ ຕຸນ ກ່າວ​ວ່າ ພວກ​ທີ່​ເສຍ​ຊີ​ວິດ​ຈຳ​ນວນ​ນຶ່ງ​ແມ່ນ​ສະ​ມາ​ຊິກ​ຂອງ PDF ໃນ​ຂະ​ນະ​ທີ່​ຮັບ​ຮູ້​ວ່າ ອາດ​ມີ​ພົນ​ລະ​ເຮືອນ​ຈຳ​ນວນ​ນຶ່ງ​ເສຍ​ຊີ​ວິດ​ໃນ​ການ​ໂຈມ​ຕີ​ດັ່ງ​ກ່າວ.

ແຫຼ່ງ​ຂ່າວ​ທີ່​ໃກ້​ຊິດ ​ກັບ​ລັດ​ຖະ​ບານ​ສາ​ມັກ​ຄີ​ຊາດ ແລະ​ກຳ​ລັງ PDF ກ່າວ​ວ່າ ອາດ​ຈະ​ມີ​ຜູ້​ເສຍ​ຊີ​ວິດ​ຫຼາຍ​ເຖິງ 100 ຄົນ ໃນ​ການ​ໂຈມ​ຕີ​ເມື່ອ​ວັນ​ອັງ​ຄານ​ວານ ນີ້.

ເລ​ຂາ​ທິ​ການ​ໃຫຍ່​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ແອນ​ໂຕ​ນີ​ໂອ ກູ​ເຕ​ເຣັ​ສ ໄດ້ອອກ​ຖະ​ແຫຼງ​ການ​ປະ​ນາມ​ຢ່າງ​ແຮງ ແລະ​ຮຽກ​ຮ້ອງ​ໃຫ້​ນຳ​ເອົາ​ພວກ​ທີ່​ຮັບ​ຜິດ​ຊອບ​ມາ​ລົ​ງ​ໂທດ ອີງ​ຕາມ​ຄຳ​ເວົ້າ​ໂຄ​ສົກ​ຂອງ​ທ່ານ ແລະ​ກ່າວ​ຕື່ມ​ວ່າ ທ່ານ​ກູ​ເຕ​ເຣັ​ສ “ໄດ້​ກ່າວ​ຢ້ຳ ເຖິງຄຳ​ຮຽກ​ຮ້ອງ​ຂອງ​ທ່ານ ໃຫ້​ພວກ​ທະ​ຫານ​ຍຸ​ຕິ​ການ​ປຸກ​ລະ​ດົມໃນ​ການ​ກໍ່​ຄວາມ​ຮຸນ​ແຮງ​ຕໍ່​ປະ​ຊາ​ຊົນ​ຊາວ​ມຽນ​ມາ ຢູ່​ໃນ​ທົ່ວ​ປະ​ເທດ.”

ການ​ໂຈມ​ຕີ​ໃນ​ວັນ​ອັງ​ຄານ​ວານນີ້ ໄດ້​ສະ​ທ້ອນ​ໃຫ້​ເຫັນ​ການ​ໂຈມ​ຕີ​ແບບ​ດຽວ​ກັນ ເມື່ອ​ເດືອນ​ຕຸ​ລາ​ຜ່ານ​ມາ ຊຶ່ງ​ມີ​ຢ່າງ​ໜ້ອຍ 50 ຄົນ​ເສຍ​ຊີ​ວິດ ໃນ​ລະ​ຫວ່າງ​ການ​ສະ​ແດງ​ຄອນ​ເສີດ​ຂອງ​ກອງ​ທັບ​ເອກ​ກະ​ລາດ​ຂອງພວກ​ຊົນ​ກຸ່ມ​ນ້ອຍ​ເຜົ່າ​ກະ​ຈິ່ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG