ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມີການຮຽກຮ້ອງ ເພີ້ມຂຶ້ນ ໃຫ້ພວກສືບສວນ ອິດສະຫຼະ ເຂົ້າໄປເບິ່ງຂຸມຝັງສົບໝູ່ ຢູ່ມຽນມາ


ຊາວອົບພະຍົບມຸສລິມໂຣຮິງຢາ ທ້າວໂມຮຳມັດ ກາຣິມ ອາຍຸ 26 ປີ (ກາງ) ສະແດງພາບວີດີໂອມືຖື ກ່ຽວກັບ ການສັງຫານໝູ່ ທີ່ບ້ານ Gu Dar Pyin ໃຫ້ອົບພະຍົບຄົນອື່ນໆເບິ່ງ ຢູ່ສູນ Kutupalong ໃນບັງກລາແດັສ.
ຊາວອົບພະຍົບມຸສລິມໂຣຮິງຢາ ທ້າວໂມຮຳມັດ ກາຣິມ ອາຍຸ 26 ປີ (ກາງ) ສະແດງພາບວີດີໂອມືຖື ກ່ຽວກັບ ການສັງຫານໝູ່ ທີ່ບ້ານ Gu Dar Pyin ໃຫ້ອົບພະຍົບຄົນອື່ນໆເບິ່ງ ຢູ່ສູນ Kutupalong ໃນບັງກລາແດັສ.

ການ​ປະຕິ​ເສດ​ຂອງລັດຖະບານ​ມຽນມາ​ ຕໍ່ລາຍ​ງານອົງການ​ຂ່າວ​ເອພີ (AP) ກ່ຽວ​ກັບ
ບັນທຶກ​ຂຸມ​ຝັງ​ສົບຢູ່​ບ້ານ​ແຫ່ງ​ນຶ່ງ​ໃນ​ລັດຣາ​ໄຄນ໌ທາງ​ພາກ​ເໜືອ​ຂອງ​ປະ​ເທດ ​ໄດ້​ເ​ນັ້ນ
​ໃຫ້​ເຫັນ​ເຖິງ​ຄວາມຈຳ​ເປັນ ໃນການອະນຸຍາດ ໃຫ້ຄະນະກຳມະການ​ສືບ​ສວນທີ່ເປັນ
​ອິດສະຫຼະເຂົ້າໄປໃນ​ເຂດ​ທີ່ເກີດຄວາມວຸ້ນວາຍດັ່ງກ່າວ ອີງ​ຕາມ​ຄຳ​ເວົ້າ​ຂອງບັນ​ດາ​
ກຸ່ມ​ປົກ​ປ້ອງສິດທິ​ມະນຸດ​.

ຊາວອົບພະຍົບໂຣຮິງຢາ ພາກັນເຂົ້າໄປສູນອົບບພະຍົບ ຫລັງຈາກຂ້າມຊາຍແດນ ມຽນມາ ບັງກລາແດັສ ທີ Palong Khali ໃກ້ກັບເມືອງ Cox's Bazar ໃນບັງກລາແດັສ ທີ 3 ພະຈິກ 2017.
ຊາວອົບພະຍົບໂຣຮິງຢາ ພາກັນເຂົ້າໄປສູນອົບບພະຍົບ ຫລັງຈາກຂ້າມຊາຍແດນ ມຽນມາ ບັງກລາແດັສ ທີ Palong Khali ໃກ້ກັບເມືອງ Cox's Bazar ໃນບັງກລາແດັສ ທີ 3 ພະຈິກ 2017.

ໃນ​ວັນ​ທີ 2 ກຸ​ມພາ​ທີ່​ຜ່າ​ມມາ ລາຍ​ງານທີ່​ພິມ​ເຜິ​ຍ​ແຜ່ ​ໂດຍອົງການ​ຂ່າວ AP ໄດ້ກ່າວ
​ຫາ​ວ່າ ມີການ​ສັງຫານໝູ່​ເກີດ​ຂຶ້ນ ​ດ້ວຍນ້ຳມື​ຂອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ມຽນມາ​
ຢູ່​ໃນ​ບ້ານ Gu Dar Pyin ໃກ້​ກັບ​ເມືອງ Buthidaung ​ໃນ​ລັດຣາໄຄ​ນ໌. ລາຍ​ງານ​ທີ່ອີ​ງ
ຕາມຄຳໃຫ້ການ ຂອງພວກທີ່ເຫັນ​ເຫດການ ​ຮູບ​ຖ່າຍ​ຈາກ​ດາວ​ທຽມ ​ແລະຮູບ​ຈາກ​ໂທ
ລະ​ສັບ​ມື​ຖື ​ໄດ້​ກ່າວ​ຫາ ​ກຳລັງ​ຮັກສາ​ ຄວາມ​ປອດ​ໄພວ່າ ​ຈູດ​ເຜົາ​ຊາກ​ສົບ​ຈຳນວນ​ນຶ່ງ
​ດ້ວຍ​ນໍ້າ​ກົດ.

ລາຍງານກ່າວວ່າ ຜູ້​ເຄາະ​ຮ້າຍ​ເຈັດ​ສິບຫ້າ​ຄົນ​ໄດ້​ພົບ​ເຫັນຢູ່​ຂຸມຝັງ​ສົບ ​ແຕ່​ພວກ​ຊາວ
ບ້ານ​ກ່າວ​ວ່າ​ ມີປະມານ 400 ຄົນໄດ້​ຖືກ​ຂ້າ​ຕາຍ​ໃນ​ການ​ປະຕິບັດ​ງານທີ່​ມີ​ຂຶ້ນ​ໃນ​ວັນ​
ທີ 27 ເດືອນສິງຫາ ພຽງ​ບໍ່​ເທົ່າ​ໃດ​ມື້ ​ຫລັງ​ຈາກ​ການ​ໂຈມຕີ​ໂດ​ຍພວກ​ນັກ​ລົບ​ກອງທັບ
ປົດປ່ອຍ​ອາ​ຣາການ​ໂຣຮິງ​ຢາ ທີ່​ໄດ້​ເປັນ​ເຫ​ດ ພາໃຫ້ມີການປາບປາມທາງທະຫານທີ່
ເຮັໃຫ້​ປະຊາຊົນເກືອບ 700,000 ຄົນ ທີ່​ເປັນ​ຊາວ​ມຸສລິ​ມ ພາກັນ​ຫລົບໜີ ​ຂ້າມ​ຊາຍ​
ແດນ​ເຂົ້າ​ໄປ​ສູ່ບັງ​ກລາ​ແດັສ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG