ໃນຂະນະທີ່ ທ້າວ ເດວິດ ໂມເຣນາ ກຳລັງປັດແປ້ງຄ່ອຍໆ ໃສ່ດັງຂອງລາວ ຢູ່ນັ້ນ ລາວ
ຢຸດໄວ້ຊົ່ວຄາວ ແລ້ວແຍງເບິ່ງໜ້າຂອງລາວໃນກະຈົກ ແລະປະເມີນຢ່າງວ່ອງໄວ ການ
ອອກແບບຂອງເວທີສະແດງຂອງລາວ ເປັນຄັ້ງສຸດທ້າຍ.
ທ້າວ ໂມເຣນາ ໄດ້ກ່າວວ່າ “ໃນເວລາ ທີ່ຂ້າພະເຈົ້າ ໄດ້ຍິນເພງ ຂອງ Lady Gaga
ເທື່ອທຳອິດ ໃນທັນທີທັນໃດນັ້ນ ຂ້າພະເຈົ້າ ຮູ້ສຶກວ່າ ມີອິດສະຫລະ ແທ້ໆເລີຍ.”
ເປັນເວລາຫຼາຍໆປີ ທີ່ລາວເຄີຍຢ້ານ ບໍ່ຢາກຈະບອກຄອບຄົວຂອງ ລາວ ວ່າ ເປັນ
ກະເທີຍ ຍ້ອນຢ້ານວ່າ ຄອບຄົວຈະຂັບໄລ່ອອກຈາກເຮືອນ.
ແຕ່ເມື່ອສາມປີ ກ່ອນໜ້ານີ້ ທ້າວ ໂມເຣນາ ໄດ້ຕັດສິນໃຈ ທີ່ຈະອອກມາປະກາດ ແລະ
ຮັບເອົາຄວາມເປັນ Gaga ທີ່ຝັງຢູ່ພາຍໃນ ດ້ວຍການສະແດງ ແຕ່ງກາຍເປັນແມ່ຍິງ.
ໃນທ້າຍສັບປະດາທີ່ຜ່ານມານີ້ ຊຶ່ງເປັນສັບປະດາແຫ່ງຄວາມພາກພູມໃຈ ໄດ້ເລີ້ມຕົ້ນ
ຂຶ້ນຢ່າງເຕັມອັດຕາ ຢູ່ໃນເມືອງທີ່ໃຫຍ່ທີ່ສຸດຂອງມຽນມາ ຄື ຢາງກຸ້ງ. ກັ້ງຮົ່ມຫຼາກຫຼາຍ
ສີສັນຂອງສາຍຮຸ້ງ ແມ່ນຈະເຫັນໄດ້ຢູ່ທົ່ວທ່າເຮືອ ຢາງກຸ້ງ ຊຶ່ງຖືໂດຍພວກຊາວປະມົງ
ຕິດຕາມມາດ້ວຍຂະບວນເຮືອຂອງພວກ ມາທ່ຽວງານປາຕີ ໄດ້ຖືກປ່ອຍໃຫ້ແລ່ນໄຫລ
ອອກໄປ ໃນວັນເສົາຜ່ານມານີ້. ຕິດຕາມມາດ້ວຍ ການແຂ່ງຂັນໂອລິມປິກ ຂອງພວກ
ແຕ່ງກາຍເປັນແມ່ຍິງ ໂດຍມີລາຍການ ຂອງການແກວ່ງ ກະເປົາແຂ່ງກັນ ການແລ່ນ
ໂດຍໃສ່ເກີບສົ້ນສູງ ແລະ ການຫລິ້ນບ້ວງຄ້ອງແອວ.
ຫຼາຍຮ້ອຍຄົນ ໄດ້ເຂົ້າຮ່ວມໃນງານດັ່ງກ່າວ ແລະ ຫຼາຍໆຄົນ ກໍໄດ້ເດີນທາງມາ ຈາກ
ທົ່ວປະເທດ.
ສຳລັບ ທ້າວ ຊານ ບອນ ປາອິງ ອາຍຸ 19 ປີ ທີ່ໃສ່ຄອນແທັກເລັນ ເປັນສີ ຮຸ້ງກິນນ້ຳ
ແລະທາເຂົ້າແປ້ງໃສ່ແກ້ມໜ້ອຍນຶ່ງ ລາວໄດ້ເດີນທາງມາຈາກເມືອງ ລາຊີໂອ ໃນລັດ
ສານ ເພື່ອມາຮ່ວມໃນການສະເຫຼີມສະຫຼອງ ຢາງກຸ້ງນີ້ ວ່າ “ພວກເຮົາບໍ່ເຄີຍມີໂອກາດ
ທີີ່ຈະໄດ້ສະເຫຼີມສະຫຼອງ ຄວາມພາກພູມໃຈ ໃນຕົວຂອງພວກເຮົາເອງ ໃນຂະນະທີ່
ເຕີບໃຫຍ່ຂຶ້ນມາ ເລີຍ.”