ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຂດອະນຸລັກສັດປ່າ ຂອງມຽນມາ ຖືກຂົ່ມຂູ່ ຈາກການສ້າງເຂື່ອນ ທີ່ຈີນສະໜັບສະໜຸນ


ຊ້າງທີ່ຢູ່ໃນເຂດອະນຸລັກສັດປ່າ ໃນພາກເໜືອລັດກະຫຼ່ຽງ ຂອງມຽນມາ.
ຊ້າງທີ່ຢູ່ໃນເຂດອະນຸລັກສັດປ່າ ໃນພາກເໜືອລັດກະຫຼ່ຽງ ຂອງມຽນມາ.

ພວກ​ອະນຸລັກ​ກຳລັງ​ຮຽກຮ້ອງ​ໃຫ້​ມີ​ການ​ສະໜັບສະໜຸນ​ ເພື່ອ​ປົກ​ປ້ອງ​ເຂດ​ອະນຸລັກ​
ສັດປ່າ ຢູ່​ພາກ​ເໜືອລັດ​ກະຫຼ່ຽງ​ ​ໃນ​ປະ​ເທດມຽນມາ ທີ່​ເຂົາ​ເຈົ້າກ່າວ​ວ່າ ພວມຖືກ​ຂົ່ມ
ຂູ່​ຈາກ​ການ​ສ້າງ​ເຂື່ອນ​ໃສ່​ແມ່​ນ້ຳ​ສາລ​ະວິນທີ່​ໄດ້​ຮັບ​ທຶນ​ສະໜັບສະໜຸນຈາກ​ປະ​ເທດ​
ຈີນ.

​ແຜນການ​ສ້າງ​ເຂື່ອນ​ໃນ​ແມ່​ນ້ຳ​ສາລະ​ວິນ ຊຶ່ງ​ເປັນ​ແມ່​ນ້ຳ​ທີ່​ຍາວ​ທີ່​ສຸດ ທີ່ຍັງ​ບໍ່​ມີ​ການ
ສ້າງ​ເຂື່ອນ​ໃດໆ​ໃສ່ໃນ​ແຜ່ນດິນໃຫຍ່​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ແມ່ນ​ສືບ​ຕໍ່​ເປັນບັນ
ຫາ​ໂຕ້​ແຍ້​ງ ດ້ວຍການສະ​ເໜີ ​ທີ່​ຈະສ້າງ 7 ​ເຂື່ອນ​ໃສ່​ແມ່​ນ້ຳ​ດັ່ງກ່າວ.

​ແຕ່​ແມ່ນ​ເຂື່ອນ Hatgyi ທີ່​ມີ​ຄວາມ​ແຮງ 1,365 ​ເມ​ກາ​ວັດທີ່ເບິ່ງ​ກັນ​ວ່າ​ເປັນ​ໄພ​ຂົ່ມຂູ່
​ຕໍ່​ເຂດ​ອະນຸລັກ​ສັດປ່າ 2 ​ແຫ່ງ ຢູ່​ໃນ​ພາກ​ເໜືອ ຂອງ​ລັດ​ກະຫລ່ຽງ. ​ເຂື່ອນ​ດັ່ງກ່າວ​ນີ້ ​
ແມ່ນ​ວິ​ສາວະ​ກິດ​ຮ່ວມ​ລົງທຶນ​ ລະຫວ່າງ​ບໍລິ​ສັດ Sinohydro ຂອງ​ຈີນ ແລະ​ອົງການ​
ໄຟຟ້າ​ຝ່າຍ​ຜະລິດ​ຂອງ​ໄທ​ຫຼື EGAT.

ທ່ານ Saw Paul Sein Twa ຜູ້ອຳນວຍການ ​ອົງການ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ ​ແລະ
​ຕາໜ່າງກິດ​ສັງຄົມ​ຂອງ​ຊາວ​ກະຫຼ່ຽງທີ່​ເອີ້ນຫຍໍ້​ວ່າ KESAN ກ່າວ​ວ່າ ​ເຂື່ອນ​ດັ່ງກ່າວ ​
ເປັນ​ໄພ​ຂົ່ມຂູ່​ໂດຍ​ກົງ ຕໍ່​ເຂດ​ອະນຸລັກ​ສັດປ່າ ​ແລະ​ຮຽກຮ້ອງ​ໃຫ້​ເລື່ອນ​ການ​ກໍ່ສ້າງ​ໃນ
ໂຄງການ​ນີ້​ໄວ້​ກ່ອນ.

ທ່ານ​ກ່າວ​ວ່າ “​ເຂື່ອນ​ຈະ​ເຮັດ​ໃຫ້​ນ້ຳ​ຖ້ວມ​ບໍລິ​ເວນທີ່​ມີ​ສັດປ່າ​ຫຼາຍໆ​ຊະນິດ​ອາ​ໄສຢູ່
ຮວມທັງ ​ພວກເສືອ ທີ່​ພວກ​ເຮົາ​ຕ້ອງ​ໄດ້​ອະນຸລັກ​ໄວ້. ພວກ​ເຮົາ​ຕ້ອງ​ໄດ້​ຄົ້ນຄວ້າ​ຕື່ມ​
ສຳ​ຫຼວດ​ແລະຊອກເບິ່ງສະຖານະ​ພາບ​ຂອງ​ພວກ​ສັດ​ເຫຼຼົ່ານີ້.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG