ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຢຸດຍິງ ລະຫວ່າງ ລັດຖະບານ ມຽນມາ ແລະ ພວກກະຫລ່ຽງ ຕົກຢູ່ໃນ ອັນຕະລາຍ


ທະຫານສະຫະພັນກະຫລ່ຽງ (KNU) ຢືນຍາມຢູ່ບ້ານ ຮປາ-ອານ ໃນລັດກະຫລ່ຽງ ປະເທດມຽນມາ.
ທະຫານສະຫະພັນກະຫລ່ຽງ (KNU) ຢືນຍາມຢູ່ບ້ານ ຮປາ-ອານ ໃນລັດກະຫລ່ຽງ ປະເທດມຽນມາ.

ການ​ປະ​ທະ​ກັນ ​ແລະການອົບພະຍົບຫຼົບໄພ ເປັນຈຳນວນ​ຫຼວງ​ຫຼາຍຂອງຜູ້ຄົນ​ ໃນລັດ​
ກາ​ຢິນທາງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ມຽນມາ ​ໄດ້​ພາ​ໃຫ້​ເກີດຄວາມ​ສົງ​ໄສ​ຫຼາຍຂຶ້ນ
​ວ່າ ສົງຄາ​ມກາງ​ເມືອງທີ່​ດົນນານ​ທີ່​ສຸດຂອງໂລກ ທີ່​ພົວພັນ​ກັບ​ພວກຊົນ​ກຸ່ມນ້ອຍ​ກະ
ຫລ່ຽງ ສາ​ມາດ​ໄດ້ຮັບການແກ້​ໄຂ​ໄດ້​ພາຍ​ໃຕ້ຂັ້ນຕອນສັນ ຕິພາບ ​ທີ່​ນຳພາ​ໂດຍທ່ານ​
ນາງ ອອງ ຊານ ຊູ ຈີ.

ອີ​ງຕາມ ​ຕາໜ່າງສະໜັບສະໜູນ​ສັນຕິ​ພາຍກະຫ​ລ່ຽງ ທີ່​ເປັນ​ເຄືອຂ່າຍລະບົບ​ອົງການ
ຈັດ​ຕັ້ງປະຊາ​ຄົມ ​ໃນ​ວັນ​ທີ 4 ​ເດືອນ​ມີນານີ້ທະຫານ​ມຽນມາ​ຫຼາຍ​ກວ່າ 600 ຄົນ​ ໄດ້
​ອອກຈາກ​ຄ້າຍ​ເຂົາ​ເຈົ້າ ​ໄປຍັງ​ເຂດ​ພົນລະ​ເຮືອນທີ່​ອ້າງ​ເອົາໂດຍ​ສະຫະພັນ​ກະ​ຫລ່ຽງ
ແຫ່ງ​ຊາດ ຫຼື KNU ທີ່​ໄດ້​ລຸກ​ຂຶ້ນ​ຕໍ່ສູ້ຕ້ານ​ລັດຖະບານ​ກາງ​ມາ​ແຕ່​ປີ 1949 ​ແຕ່​ໄດ້​ລົງ​
ນາມຢຸດ​ຍິງ​ ໃນ​ປີ 2012.

ທ່ານນາງອອງ ຊານ ຊູ ຈີ (ຂວາ) ແລະທ່ານມາຕູ ເຊ ໂປ ປະທານ ສະຫະພັນກະຫລ່ຽງແຫ່ງຊາດ ທີ່ກອງປະຊຸມ ໃນນະຄອນເນປີຕໍ ທີ 24 ສິງຫາ 2016.
ທ່ານນາງອອງ ຊານ ຊູ ຈີ (ຂວາ) ແລະທ່ານມາຕູ ເຊ ໂປ ປະທານ ສະຫະພັນກະຫລ່ຽງແຫ່ງຊາດ ທີ່ກອງປະຊຸມ ໃນນະຄອນເນປີຕໍ ທີ 24 ສິງຫາ 2016.

​ທະຫານ​ມຽນມາ ​ໃນ​ການ​ປະຕິບັດ​ງານສ້ອມ​ແປງຖະໜົນ​ຫົນທາງ​ທີ່​ເພພັງ ​ໃນ​ເຂດ
​ຮປາ​ປຸນ (Hpapun) ທາງ​ພາກ​ຕາ​ເວັນ​ອອກສຽງເໜືອຂອງ​ລັດ​ກາ​ຢິນໃກ້​ກັບ​ຊາຍ​
ແດນ​ໄທ ໄດ້ຍິງຕໍ່ສູ້ກັນ ​ກັບ​ທະຫານ KNU ​ແລະ​ພວກ​ທະຫານ​ບ້ານໃນທ້ອງຖິ່ນ.

ນີ້​ໄດ້​ເຮັດໃຫ້​ພວກ​ຊາວບ້ານ​ຫຼາຍ​ກວ່າ 1,500 ຄົນ​ຫລົບໜີ​ເຂົ້າປ່າ​ທີ່ຢູ່ອ້ອມ​ແອ້ມ
ບ່ອນທີ່​ເຂົາ​ເຈົ້າ​ຍັງ​ມີ​ອາຫານ​ ແລະ​ຢຸກ​ຢາເຫຼືອຢູ່ພຽງ​ເລັກ​ນ້ອຍ ອີງ​ຕາມ​ທ່ານ​ຊໍ ​ເວ ​ເລ
​ໂຄສົກ​ຕາໜ່າງສະໜັບສະໜູນ​ສັນຕິພາບ.

ພົນລະເຮືອນກະຫລ່ຽງ ພາກັນໜີອອກຈາກໝູ່ບ້ານເຂົາເຈົ້າ ເຂົ້າໄປລີ້ໄພຢູ່ປະເທດໄທ ລະຫວ່າງຄື້ນຟອງຄວາມຮຸນແຮງ.
ພົນລະເຮືອນກະຫລ່ຽງ ພາກັນໜີອອກຈາກໝູ່ບ້ານເຂົາເຈົ້າ ເຂົ້າໄປລີ້ໄພຢູ່ປະເທດໄທ ລະຫວ່າງຄື້ນຟອງຄວາມຮຸນແຮງ.

ທ່ານ​ຊໍ ​ເທັນເດີ ​ໂຄສົກ​ກອງພັນ​ທີ 5 ຂອງສະຫະພັນ​ກະຫ​ລ່ຽງ ທີ່​ຕັ້ງ​ຢູ່​ໃນ​ເຂດ ​ດັ່ງກ່າວ
ໄດ້​ກ່າວ​ຕໍ່ວີ​ໂອ​ເອວ່າ ການ​ປະ​ທະ​ກັນ ​ໄດ້​ເລີ້ມມາແຕ່ວັນ​ທີ 4 ຫາ 9ເ​ດືອນມີນາໂດຍ

ປາດ​ສະ​ຈາກ​ການ​ໄດ້ຮັບ​ບາດ​ເຈັບໃດໆ. ທ່ານເວົ້າວ່າ ທັງ​ສອງ​ຝ່າ ຍ​ບັດ​ນີ້ “ກຳລັງ​ລໍ
ຖ້າ ​ແລະເບິ່ງຢູ່". ທະຫານ​ມຽ​ນ​ມາ​ໄດ້​ລີ້​ຢູ່ຂ້າງ​ຖະໜົນ ບໍ່​ທັນ​ໄດ້ທຳ​ການບຸກ​ຄືບ​ໜ້າ​ໃດໆ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG