ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານມຽນມາ ຮຽກຮ້ອງ ບໍ່ໃຫ້ທູດພິເສດ ​ໄປພົວພັນກັບກຸ່ມກໍ່ການຮ້າຍ


ທຸງຂອງບັນດາປະເທດສະມາຊິກ ສະມາຄົມບັນດາປະເທດຊາດ ໃນເຊດເອເຊຍອາຄະເນ ຫລືອາຊຽນ ASEAN ທີີນະຄອນຈາກາຕາ ອິນໂດເນເຊຍ
ທຸງຂອງບັນດາປະເທດສະມາຊິກ ສະມາຄົມບັນດາປະເທດຊາດ ໃນເຊດເອເຊຍອາຄະເນ ຫລືອາຊຽນ ASEAN ທີີນະຄອນຈາກາຕາ ອິນໂດເນເຊຍ

ລັດຖະບານທະຫານມຽນມາ ໄດ້ຕໍາໜິ​ການຮຽກຮ້ອງ ​ຂອງທູດພິເສດ ສະມາຄົມ​ບັນດາ​ປະ​ເທດ​ຊາດ ​ໃນ​ເ​ຂດ​ເອ​ເຊຍ​ອາຄະ​ເນ ຫລື​ອາ​ຊຽນ ASEAN ໃຫ້​ພົບ​ປະ ບັນດາສະມາຊິກອົງ​ການ​ຈັດ​ຕັ້ງທີ່ບໍ່ເຫັນພ້ອມກັບການເຮັດລັດຖະປະຫານ​ ໃນປີກາຍ ຊຶ່ງທະຫານໄດ້ປະກາດວ່າເປັນ “ກຸ່ມກໍ່ການຮ້າຍ” ນັ້ນ ອີງ​ຕາມ​ລາຍ​ງານ ອົງການຂ່າວຣອຍເຕີ.

ໂດຍ​ບໍ່ມີ​ຮ່ອງຮອຍຫຍັງ​ຫຼາຍ​ວ່າ​ພວກທະຫານ ​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດແຜນ​ການສັນ ຕິພາບ 5 ຂໍ້ ທີ່ອາຊຽນ ​ໄດ້​ຕົກ​ລົງ​ກັນ​ໃນປີກາຍນີ້ ຮວມທັງການ​ຍຸ​ຕິ​ຄວາມ​ເປັນ ປໍ​ລະ​ປັກ​ກັນ​ໃນ​ທັນ​ທີ ແລະອະ​ນຸ​ຍາດໃຫ້ທູດພິເສດ​ເປັນ​ຜູ້ໄກ່ເກ່ຍ ການ​ເຈ​ລະ​ຈາ ຫາ​ລື ຊຶ່ງ​ການແຍກກຳລັງ​ສະ​ແດງໃຫ້ເຫັນ​ເພີ້ມ​ຂຶ້ນ ຢູ່ໃນ 10 ປະ​ເທດສະມາຊິກ ກ່ຽວ​ກັບວ່າ ຈະ​ຟື້ນ​ຟູສະຖຽນລະພາບຢ່າງໃດ.

ຫຼັງຈາກກອງປະຊຸມບັນດາລັດຖະມົນຕີອາຊຽນ​ໃນວັນພະຫັດແລ້ວນີ້ ອິນໂດເນເຊຍ ກ່າວວ່າ ສຳຄັນສຸດທີ່ທູດພິເສດ ພົບປະກັບທຸກພັກຝ່າຍທັງໝົດ ທີ່ຢູ່ໃນບັນ​ຫາຂັດແຍ້ງ ໂດຍມາເລ ເຊຍຮຽກຮ້ອງໃຫ້​ເປີ​ດ​ການ​ເຈະ​ລ​ຈາກັບລັດຖະບານ​ສາ ມັກ​ຄີ​ຊາດ (NUG) ຊຶ່ງ​ເປັນກຸ່ມ​ທີ່ປະກອບດ້ວຍບັນດາສະມາຊິກ​ລັດ​ຖະ​ບານ​ເກົ່າທີ່ຖືກຂັບໄລ່ອອກຈາກ​ໜ້າ​ທີ່ ແລະພວກອື່ນໆທີ່​ຕໍ່ຕ້ານທະຫານ.

ກະຊວງຕ່າງປະເທດມຽນມາ ກ່າວຢູ່ໃນຖະແຫຼງການວ່າ “ທາງກະຊວງໃຫ້ຂໍ້ສັງ ເກດວ່າ ໃນຂະນະທີ່ການພິ​ຈາ​ລະ​ນາ​ວ່າ ມັນ​ເປັນ​ການສ້າງສັນ ໃນການ​ຈັດ​ຕັ້ງ​ປະ​ຕິ​ບັດ ຂໍ້​ສະ​ເໜີ​ທີ່​ເປັນ​ເອກ​ກະ​ສັນ​ 5 ຂໍ້ ສະ​ມາ​ຊ​ຍິກ​ຂອງ​ຄົນ​ໄດ້ສະເໜີວ່​າທູດພິເສດ​ໄດ້ພົວພັນກັບບັນດາສະມາຄົມທີ່ບໍ່ຖືກຕ້ອງ​ຕາມ​ກົດ​ໝາຍ ແລະພວກກຸ່ມກໍ່ການຮ້າຍ.”

ຢູ່ໃນການ​ກ່າວຕອບ​ໂຕ້ເທື່ອທຳອິດຢ່າງເປີດເຜີຍ​ຕໍ່​ກອງ​ປະ​ຊຸມ​ຂອງ​ອາ​ຊຽນ​ໃນອາທິດແລ້ວນີ້ ທາງກະຊວງໄດ້ກ່າວວ່າ ​ການສະເໜີໃຫ້ທູດພິ​ໄປເສດພົວພັນກັບບັນດາກຸ່ມດັ່ງກ່າວ “ບໍ່ພຽງແຕ່ຂັດກັບຫລັກການ ຂອງອາຊຽນ ແຕ່ຍັງບ່ອນທຳ ລາຍ ຄວາມພະຍາມໃນ​ການ​ຕໍ່​ຕ້ານ​ພວກກໍ່ການຮ້າຍຂອງອາຊຽນ​ນຳ​ດ້ວຍ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG