ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ລັດຖະບານທະຫານມຽນມາ ຕໍາໜິແຜນການຊ່ວຍເຫຼືອຂອງສະຫະລັດ


ແຟ້ມພາບ - ບັນດາທະຫານຂອງກອງທັບລັດຖະບານທະຫານມຽນມາ ຍ່າງສວນສະໜາມ ໃນລະຫວ່າງພິທິສະເຫຼີມສະຫຼອງ ວັນສ້າງຕັ້ງກອງກຳລັງປະກອບອາວຸດຂອງປະເທດ ຢູ່ນະຄອນຫຼວງ ເນປີດໍ ວັນທີ 27 ມີນາ 2024.
ແຟ້ມພາບ - ບັນດາທະຫານຂອງກອງທັບລັດຖະບານທະຫານມຽນມາ ຍ່າງສວນສະໜາມ ໃນລະຫວ່າງພິທິສະເຫຼີມສະຫຼອງ ວັນສ້າງຕັ້ງກອງກຳລັງປະກອບອາວຸດຂອງປະເທດ ຢູ່ນະຄອນຫຼວງ ເນປີດໍ ວັນທີ 27 ມີນາ 2024.

ສະພາ​ບໍລິຫານ​ແຫ່ງ​ລັດ ຫຼື SAC ຂອງລັດຖະບານທະຫານ​ມຽນມາ ກຳລັງ​ຕຳ​ໜິຕິຕຽນ​ຊຸດ​ການ​ຊ່ວຍ​ເຫຼືອ​ຂອງ​ສະຫະລັດ ທີ່ກຳລັງ​ຖືກສົ່ງ​ຜ່ານຝ່າຍ​ກົງກັນຂ້າມ​ຂອງ​ລະບອບ​ດັ່ງກ່າວ, ​ໂດຍ​ກ່າວ​ວ່າ ສະຫະລັດ ​ຄວນ​ພິຈາລະນາ​ວ່າ ການ​ກະທຳ​ຂອງ​ຕົນນັ້ນ ທຽບເທົ່າກັບ​ການ​ສະໜັບສະໜູນ​ການ​ກໍ່​ການ​ຮ້າຍ ຫຼືບໍ່.

ການ​ຊ່ວຍ​ເຫຼືອ​ດັ່ງກ່າວ​ ຖືເປັນການດຳເນີນງານຄັ້ງທຳອິດຂອງ​ກົດໝາຍ​ກ່ຽວກັບມຽນມາ, ​ເຊິ່ງເປັນ​ສ່ວນນຶ່ງ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ​ປະ​ເທດ ​ປີ 2023 ທີ່​ແນ​ໃສ່​ຊ່ວຍ​ເຫຼືອ​ກອງກຳລັງ​ປະຊາທິປະ​ໄຕ​ໃນການຕໍ່ສູ້​ກັບ SAC.

ພາຍໃຕ້ກົດໝາຍນີ້, ການຊ່ວຍເຫຼືອດັ່ງກ່າ ວແມ່ນມີຈຸດປະສົງເພື່ອເສີມສ້າງຄວາມເຂັ້ມແຂງ ໃຫ້ກັບລະບອບສະຫະພັນທະລັດຢູ່ໃນມຽນມາ ໂດຍໃຫ້ການຊ່ວຍເຫຼືອທີ່ບໍ່ຮ້າຍແຮງຕໍ່ກຸ່ມປະກອບອາວຸດ, ຊ່ວຍເຫຼືອບັນດາອົງການຈັດຕັ້ງເພື່ອປະຊາທິປະໄຕ, ຊ່ວຍເຫຼືອບັນດາອົງການຊ່ວຍເຫຼືອທີ່ດຳເນີນງານຈາກໄທ, ແລະການສະໜອງທຶນໃນການສືບສວນກ່ຽວກັບການລະເມີດສິດທິມະນຸດຂອງລັດຖະບານທະຫານ. ການ​ຊ່ວຍ​ເຫຼືອ​ດັ່ງກ່າວ ​ຖືກ​ຈຳກັດ​ເພື່ອ​ຮັບປະກັນ​ວ່າ​ມັນ​ຈະບໍ່​ເປັນປະໂຫຍດ​ຕໍ່ SAC ຫຼື​ອົງການ​ທີ່​ກ່ຽວຂ້ອງ​ກັບ​ທະຫານ​ມຽນມາ.

ກອງທັບມຽນມາກ່າວໃນຖະແຫຼງການສະບັບນຶ່ງ ທີ່ສົ່ງໃຫ້ VOA ໃນວັນທີ 29 ມີນາ ທີ່ຜ່ານມານີ້ວ່າ “ພວກເຮົາເຊື່ອວ່າ ສະຫະລັດ ກຳລັງຊັກຈູງມຽນມາ ເພື່ອຕໍ່ຕ້ານອິດທິພົນຂອງ ຈີນ ຢູ່ໃນພາກພື້ນ,” “ເຖິງແມ່ນວ່າ ສະຫະລັດ ຈະສະແດງໂຕເອງວ່າເປັນທີ່ນຶ່ງດ້ານປະຊາທິປະໄຕກໍຕາມ, ແຕ່ການຊ່ວຍເຫຼືອດັ່ງກ່າວ ເປັນປະໂຫຍດກັບກຸ່ມຕໍ່ຕ້ານຂອງມຽນມາຢ່າງບໍ່ສົມສ່ວນ, ໂດຍສະເພາະແມ່ນ ​ລັດຖະບານ​ສາມັກຄີ​ແຫ່ງ​ຊາດ (NUG) ​ແລະ ກອງກຳລັງ​ປ້ອງ​ກັນ​ຂອງ​ປະຊາຊົນ ຫຼື PDF.”

NUG ແມ່ນລັດຖະບານເງົາຂອງຝ່າຍຄ້ານ; PDF ແມ່ນກຸ່ມຕິດອາວຸດພົນລະເຮືອນທີ່ຕໍ່ສູ້ກັບກອງທັບ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG