ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໖ ພຶດສະພາ ໒໐໒໔

ລັດຖະບານທະຫານມຽນມາ ເພີ້ມການ​ໂຈມ​ຕີທາງອາກາດ ໃສ່ກອງກໍາລັງຕໍ່ຕ້ານ


ແຟ້ມພາບ-ຮູບທີ່ໄດ້ຮັບການສະໜອງໂດຍກຸ່ມນັກເຄື່ອນໄຫວ Kyunhla ນີ້ ສະແດງໃຫ້ເຫັນສະພາບການ ຫຼັງຈາກການໂຈມຕີທາງອາກາດ ໃນບ້ານພາຊິກກີ (Pazigyi), ເຂດປົກຄອງຄານບາລູ (Kanbalu) ຂອງພູມິພາກ Sagaing, ມຽນມາ, ວັນທີ 11 ເມສາ 2023.
ແຟ້ມພາບ-ຮູບທີ່ໄດ້ຮັບການສະໜອງໂດຍກຸ່ມນັກເຄື່ອນໄຫວ Kyunhla ນີ້ ສະແດງໃຫ້ເຫັນສະພາບການ ຫຼັງຈາກການໂຈມຕີທາງອາກາດ ໃນບ້ານພາຊິກກີ (Pazigyi), ເຂດປົກຄອງຄານບາລູ (Kanbalu) ຂອງພູມິພາກ Sagaing, ມຽນມາ, ວັນທີ 11 ເມສາ 2023.

ລັດຖະບານທະຫານມຽນມາ ຍັງສືບ​ຕໍ່ດໍາເນີນການໂຈມຕີທາງອາກາດທີ່ຮຸນແຮງ​ຕໍ່ກອງກໍາລັງຕິດອາວຸດແລະພົນລະເຮືອນ ທີ່ຕໍ່ຕ້ານການປົກຄອງຂອງພວກເຂົາ​ເພີ້ມ​ຂຶ້ນ, ເຊິ່ງດົນກວ່າສອງປີ​ມາແລ້ວລຸນຫຼັງທີ່ພວກທະຫານໄດ້​ເຂົ້າຢຶດອໍານາດ. ອົງການ​ປົກ​ປ້ອງສິດທິມະນຸດ ແລະບັນດານັກວິເຄາະກ່າວວ່າ ເປົ້າໝາຍຂອງພວກເຂົາ ສ່ວນໃຫຍ່​ແລ້ວແມ່ນແນໃສ່ຜູ້ເຄາະຮ້າຍທີ່ເປັນພົນລະເຮືອນ.

“ການໂຈມຕີທາງອາກາດຂອງພວກທະຫານມຽນມາ ໄດ້ທໍາລາຍໝົດທຸກສິ່ງທຸກຢ່າງທີ່ພວກເຮົາເຄີຍເຫັນມາ,” ກ່າວໂດຍ ທ່ານເດວິດ ຢູແບັງ (David Eubank) ຫົວໜ້າອົງການ Free Burma Ranger, ເຊິ່ງເປັນອົງການຊ່ວຍ ເຫຼືອຂອງກຸ່ມສາສະໜາຄຣິສຕຽນ ທີ່ດໍາເນີນງານຢູ່ທາງທິດຕາເວັນອອກຂອງປະເທດ ມາເປັນເວລາຫຼາຍກວ່າ 30 ປີ, ໂດຍໃສ່ອີກຊື່ນຶ່ງວ່າ Myanmar.

“ມັນແມ່ນການພະຍາຍາມໂຈມຕີໃສ່ໝົດທຸກຢ່າງ. ບໍ່ມີມື້ໃດເລີຍທີ່ພວກເຮົາຢູ່ທີ່ນີ້ ຈະບໍ່ມີການຖິ້ມລະເບີດ ຢູ່ບ່ອນໃດບ່ອນນຶ່ງ,” ທ່ານຢູແບັງ ກ່າວຕໍ່ VOA ຈາກລັດກະ​ຫຼ່ຽງ (Karenni), ເຊິ່ງຕັ້ງຢູ່ທາງທິດຕາເວັນອອກ ຂອງມຽນມາ, ໂດຍກ່າວເມື່ອສອງສາມເດືອນທີ່ຜ່ານມາ.

ຂໍ້ມູນກ່ຽວກັບການລາຍງານການໂຈມຕີທາງອາກາດໃນທົ່ວປະເທດ ຈາກບັນຊີ ຂອງກຸ່ມ​ປົກ​ປ້ອງສິດທິມະນຸດ, ອົງການການກຸສົນ ແລະກອງກໍາລັງຕໍ່ຕ້ານພົບວ່າ ເຮືອບິນລົບຂອງກອງທັບມຽນມາ, ເຮືອບິນເຮລີຄັອບເຕີ້ ແລະເຮືອບິນຖິ້ມລະເບີດບໍ່ມີຄົນຂັບ, ໄດ້​ໂຈມ​ຕີດ້ວຍຈະຫຼວດ ແລະການຍິງກາດລົງມາຈາກເຮືອບິນ ​ຢູ່​ໃນທົ່ວມຽນມາ ​ໃນ​ອັດ​ຕາທີ່ບໍ່ເຄີຍມີມາກ່ອນ.

ອ່ານຂ່າວນີ້ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 6 ພຶດສະພາ 2024

XS
SM
MD
LG