ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ບານ​ທະ​ຫານ ມຽນ​ມາ ຕັດສິນຈຳຄຸກ ທ່ານນາງ ອອງ ຊານ ຊູ ຈີ ເປັນ​ເວ​ລາ 4 ປີ


ຄົນ​ຜູ້​ນຶ່ງ​ຖື​ຮູບ​ຂອງຜູ້​ນຳ ອອງ ຊານ ຊູ ຈີ ໃນ​ຂະ​ນະ​ທີ່ພົນ​ລະ​ເມືອງ​ມຽນ​ມາ​ປະ​ທ້ວງຕ້ານການ​ລັດ​ຖະ​ປະ​ຫານຢູ່​ຕໍ່​ໜ້າຫ້ອງ​ການຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດໃນ​ບາງກອກ, ວັນ​ທີ 22 ກຸມ​ພາ, 2021
ຄົນ​ຜູ້​ນຶ່ງ​ຖື​ຮູບ​ຂອງຜູ້​ນຳ ອອງ ຊານ ຊູ ຈີ ໃນ​ຂະ​ນະ​ທີ່ພົນ​ລະ​ເມືອງ​ມຽນ​ມາ​ປະ​ທ້ວງຕ້ານການ​ລັດ​ຖະ​ປະ​ຫານຢູ່​ຕໍ່​ໜ້າຫ້ອງ​ການຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດໃນ​ບາງກອກ, ວັນ​ທີ 22 ກຸມ​ພາ, 2021

ລັດ​ຖະ​ບານ​ທະ​ຫານມຽນ​ມາ ໃນວັນຈັນມື້ນີ້ ໄດ້ຕັດສິນຈຳຄຸກທ່ານນາງ ອອງ ຊານ ຊູ ຈີ ຜູ້ນຳທີ່ຖືກປົດອອກຈາກຕຳແໜ່ງ ເປັນເວລາ 4 ປີ ໃນຂໍ້ຫາຍຸແຍ່ ໃຫ້ມີ​ການຕໍ່ຕ້ານທະຫານ ແລະລະເມີດກົດລະບຽບກ່ຽວ​ກັບການລະບາດຂອງ ພະຍາດໂຄວິດຊຶ່ງ​ເປັນ​ສິ່ງ​ທຳ​ອິດ​ໃນ​ການ​ຕັດ​ສິນ​ຫລາຍໆ​ຢ່າງ​ທີ່​ອາດ​ມີຂຶ້ນ ​ທີ່​ອາດຈະເຮັດ​ໃຫ້​ຜູ້​ໄດ້​ຮັບ​ລ​າງວັນ​ໂນ​ແບ​ລ​ຖືກ​ຈຳ​ຄຸກ​ເປັນ​ເວ​ລາ​ຫລາຍ​ທົດ​ສະ​ວັດ​ກໍ​ເປັນ​ໄດ້ ອີງ​ຕາມໂຄສົກລັດຖະບານທ່ານ​ນຶ່ງ​ທີ່ກ່າວຕໍ່ອົງ​ການ AFP.

ທ່ານ​ນາງ ຊູ ຈີ, ອາຍຸ 76 ປີ ​ໄດ້​ຖືກ​ກັກ​ຂັງ​ນັບ​ຕັ້ງ​ແຕ່​ພວກ​ນາຍ​ພົນ​ໄດ້​ກໍ່​ລັດຖະປະຫານ ​ແລະ​ໄດ້​ໂຄ່ນ​ລົ້ມ​ລັດຖະບານ​ຂອງ​ທ່ານ​ນາງ​ໃນ​ວັນ​ທີ 1 ກຸມພາ ​ໂດຍ​ໄດ້​ເຮັດ​ໃຫ້ໄລຍະ​ທີ່​ມີ​ປະຊາທິປະ​ໄຕອັນສັ້ນໆ​ຂອງ​ປະ​ເທດ​ໃນເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ແຫ່ງນັ້ນສິ້ນ​ສຸດ​ລົງ.

ນັບຕັ້ງແຕ່ນັ້ນມາ, ​ທ່ານນາງກໍໄດ້ຖືກກ່າວຫາໃນຫຼາຍກະ​ທົງ, ລວມທັງການລະ ເມີດກົດໝາຍດ້ານຄວາມລັບຂອງທາງການ, ການສໍ້ລາດບັງຫຼວງ ແລະການສໍ້ ໂກງການເລືອກຕັ້ງ, ແລະທ່ານນາງຈະປະເຊີນກັບການຕິດຄຸກເປັນເວລາຫຼາຍ ສິບປີ ຖ້າຖືກຕັດສິນລົງໂທດໃນທຸກໆກະ​ທົງ​ນີ້.

ໃນວັນຈັນວານນີ້ ທ່ານນາງ​ ຊູ​ ຈີ ໄດ້ຖືກຕັດສິນໂທດຈຳຄຸກ 2 ປີ ໃນຂໍ້ຫາຍຸແຍ່ໃຫ້ມີ​ການ​ຕໍ່​ຕ້ານ​ກັບທະຫານ ແລະອີກ 2 ປີ ສຳລັບການລະເມີດກົດໝາຍວ່າດ້ວຍໄພພິບັດທຳມະຊາດທີ່ກ່ຽວຂ້ອງກັບໂຄວິດ, ອີງ​ຕາມໂຄສົກລັດຖະບານ, ທ່ານຊໍ ມິນ ຕຸນ (Zaw Min Tun) ທີ່ກ່າວຕໍ່ອົງ​ການ​ຂ່າວ AFP ທາງໂທລະສັບ.

ທ່ານ​ກ່າວ​ວ່າ ອະດີດ​ປະທານາທິບໍດີ ວິນ ​ມິນ (Win Myint) ກໍ​ຖືກ​ຈຳ​ຄຸກ​ເປັນ​ເວລາ 4 ປີເຊັ່ນ​ກັນ​ໃນ​ຂໍ້​ກ່າວ​ຫາອັນ​ດຽວ​ກັນນີ້, ​ແຕ່​ທ່ານກໍ​ກ່າວ​ຕື່ມອີກ​ວ່າ ພວກ​ເຂົາ​ເຈົ້າຍັງ​ບໍ່​ທັນ​ຖືກ​ຈັບ​ເຂົ້າໄປ​ຂັງ​ໄວ້​ໃນ​ຄຸກ​ເທື່ອ.

ທ່ານກ່າວຕໍ່​ໄປວ່າ "ພວກເຂົາເຈົ້າຈະປະເຊີນກັບຂໍ້ກ່າວຫາອື່ນໆ ຈາກສະຖານທີ່ ທີ່ພວກເຂົາເຈົ້າພັກເຊົາໃນປັດຈຸບັນນີ້", ໂດຍກ່າວເຖິງການກັກຂັງພວກເຂົາ ເຈົ້າໃນນະຄອນຫຼວງ ເນ​ປີ​ດໍ ແຕ່ບໍ່ໄດ້ໃຫ້ລາຍລະອຽດເພີ່ມເຕີມແຕ່​ຢ່າງ​ໃດ.

ການ​ກ່າວ​ໂທດໃນເລື້ອງຍຸ​ແຍ່​ແມ່ນ​ກ່ຽວ​ຂ້ອງ​ກັບ​ຖະ​ແຫຼງການ​ຂອງ​ພັກ​ສັນນິ ບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ ຫລື NLD ​ຂອງ​ທ່ານ​ນາງ ທີ່​ໄດ້​ພິມ​ເຜີຍ​ແຜ່ໃນ​ເວ​ລາບໍ່​ດົນ​ຫລັງ​ຈາກ​ມີການ​ກໍ່​ລັດຖະປະຫານ ຊຶ່ງ​ໄດ້​ປະນາມ​ການ​ຢຶດ​ອຳ​ນາດຂອງບັນ​ດາ​ນາຍ​ພົນທັງ​ຫລາຍ.

ການກ່າວຫາກ່ຽວກັບເລື້ອງ Covid ແມ່ນກ່ຽວຂ້ອງກັບການເລືອກຕັ້ງໃນປີ ກາຍນີ້, ເຊິ່ງ​ພັກ NLD ໄດ້ຊະນະຢ່າງຖ້ວມ​ລົ້ນ, ແຕ່ລາຍລະອຽດແມ່ນບໍ່ມີ ຄວາມຊັດເຈນໂດຍ​ທີ່ລັດຖະບານໄດ້ອອກຄໍາສັ່ງບໍ່​ໃຫ້​ມີ​ໃຜ​ເວົ້າຫຍັງ​ໄດ້​ກ່ຽວ​ກັບການດໍາເນີນຄະດີຂອງສານ.

ນັກ​ຂ່າວ​ຖືກ​ຫ້າມ​ບໍ່​ໃຫ້​ເຂົ້າ​ຮ່ວມ​ການ​ພິ​ຈາ​ລະ​ນາຄະ​ດີ​ຂອງ​ສານ​ພິ​ເສດ​ໃນ​ນະ​ຄອນ​ຫຼວງ​ເນ​ປີ​ດໍ ແລະ​ເມື່ອ​ບໍ່​ດົນ​ມາ​ນີ້​ທະ​ນາຍ​ຄວາມ​ຂອງ​ທ່ານ​ນາງ ຊູ​ ຈີ ກໍ​ຖືກ​ຫ້າມ​ບໍ່​ໃຫ້​ເວົ້າ​ຕໍ່​ສື່​ມວນ​ຊົນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG