ອຳນາດການປົກຄອງທະຫານມຽນມາ ໄດ້ປະຫານຊີວິດ ນັກເຄື່ອນໄຫວເພື່ອປະຊາທິປະໄຕ 4 ຄົນ ທີ່ຖືກກ່າວຫາວ່າ ໃຫ້ການຊ່ອຍເຫຼືອ ໃນການດຳເນີນ “ການກະທຳກໍ່ການຮ້າຍ” ສື່ມວນຊົນຂອງທາງການໄດ້ກ່າວໃນວັນຈັນມື້ນີ້ ຊຶ່ງເປັນການປະຫານຊີວິດຄັ້ງທຳອິດໃນຮອບຫຼາຍທົດສະວັດຂອງປະເທດໃນເຂດເອເຊຍຕາເວັນອອກສຽງໃຕ້ແຫ່ງນີ້ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.
ການຕັດສິນລົງໂທດປະຫານຊີວິດເມື່ອເດືອນມັງກອນໃນການດຳເນີນຄະດີແບບປິດລັບນັ້ນ ພວກຊາຍທັງສີ່ຄົນ ໄດ້ຖືກກ່າວຫາວ່າ ຊ່ອຍເຫຼືອພວກທະຫານບ້ານຕໍ່ສູ້ກຳລັງກອງທັບທີ່ໄດ້ຍຶດອຳນາດໃນການກໍ່ລັດຖະປະຫານເມື່ອປີກາຍນີ້ ແລະ ໄດ້ດຳເນີນການປາບປາມຢ່າງນອງເລືອດ ຕໍ່ພວກຝ່າຍຄ້ານຂອງຕົນ.
ລັດຖະບານສາມັກຄີແຫ່ງຊາດຂອງມຽນມາ ຫຼື NUG ທີ່ເປັນລັດຖະບານເງົາ ຊຶ່ງ ຖືກລັດຖະບານຜະເດັດການຂອງທະຫານປະກາດວ່າ ຜິດກົດໝາຍນັ້ນ ໄດ້ກ່າວປະນາມການປະຫານຊີວິດ ທີ່ໄດ້ຖືກລາຍງານດັ່ງກ່າວ.
ໂຄສົກຂອງຫ້ອງການປະທານລັດຖະບານ NUG ທ່ານ ຈໍ ຊໍ້ (Kyaw Zaw) ໄດ້ກ່າວຕໍ່ອົງການຂ່າວຣອຍເຕີສ໌ ວ່າ “ໂສກເສົ້າຢ່າງຍິ່ງ....ປະນາມຄວາມໂຫດຮ້າຍຂອງລັດຖະບານຜະເດັດການ ດ້ວຍຄຳເວົ້າຢ່າງແຮງສຸດ ຖ້າຫາກວ່າ ມັນເປັນແບບນັ້ນແທ້.”
ທ່ານເວົ້າອີກວ່າ “ປະຊາຄົມໂລກຕ້ອງລົງໂທດຄວາມໂຫດຮ້າຍຂອງພວກເຂົາ.”
ໃນພວກທີ່ໄດ້ຖືກປະຫານຊີວິດ ລວມມີ ຜູ້ມີຊື່ສຽງດ້ານປະຊາທິປະໄຕ ທ່ານ ຈໍ ມິນ ຢູ (Kyaw Min Yu) ທີ່ຮູ້ຈັກກັນດີໃນຊື່ ຈິມມີ ແລະອະດີດສະມາຊິກສະພາ ແລະເປັນນັກຮ້ອງ ຮິບ-ຮັອບ (hip-hop) ໂຟຍ ຊີຢາ ທໍ (Phyo Zeya Thaw) ອີງຕາມລາຍງານຂອງໜັງສືພິມ Global New Light of Myanmar.
ທ່ານຈໍ ມິນ ຢູ ອາຍຸ 53 ປີ ແລະ ທ່ານໂຟຍ ຊີຢາ ທໍ ອາຍຸ 41 ປີ ເປັນພັນ ທະມິດຂອງຜູ້ນຳມຽນມາ ທ່ານນາງອອງຊານຊູຈີທີ່ໄດ້ຖືກໂຄ່ນລົ້ມ ຊຶ່ງພວກເຂົາ ໄດ້ຖືກປະຕິເສດ ຕໍ່ການຂໍອຸທອນໃນການຕັດສິນລົງໂທດ ເມື່ອເດືອນມິຖຸນາ.
ອີກສອງຄົນທີ່ໄດ້ຖືກປະຫານຊີວິດ ຄືທ່ານລາ ມີໂຢ ອອງ (Hla Myo Aung) ແລະ ທ່ານອອງ ທູຣາ ຊໍ້ (Aung Thura Zaw).
“ຂ້າພະເຈົ້າຄຽດແຄ້ນ ແລະຮູ້ສຶກເສຍໃຈ ທີ່ໄດ້ຍິນຂ່າວການປະຫານຊີວິດຂອງ ລັດຖະບານຜະເດັດການ ພວກຄົນຮັກຊາດ ແລະຜູ້ຕໍ່ສູ້ເພື່ອສິດທິມະນຸດ ແລະປະຊາທິປະໄຕຂອງມຽນມາ” ທ່ານທອມ ແອນດຣູ ຜູ້ລາຍງານພິເສດ ຂອງອົງ ການສະຫະປະຊາຊາດ ດ້ານສິດທິມະນຸດໃນມຽນມາ ໄດ້ກ່າວໃນຖະແຫລງການສະບັບນຶ່ງ.