ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ບານ​ທະ​ຫານ ມຽນ​ມາ ຫລຸດຜ່ອນ​ໂທດ​ຂັງ​ຄຸກ ລົງເປັນ 6 ປີ​ຈາກ 33 ປີ​ ສຳ​ລັບ​ ທ.ນ. ອອງ​ຊານ ຊູ ຈີ


ປະ​ຊາ​ຊົນ ມຽນ​ມາ ທີ່​ອາ​ໄສ​ຢູ່​ໃນ ໄທ ຖື​ຮູບ​ຂອງ​ຜູ້​ນຳ​ມຽນ​ມາ ທ່ານ​ນາງ ອອງ ຊານ ຊູ ຈີ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ, ບາງກອກ, ໄທ, 1 ກຸມ​ພາ 2023.
ປະ​ຊາ​ຊົນ ມຽນ​ມາ ທີ່​ອາ​ໄສ​ຢູ່​ໃນ ໄທ ຖື​ຮູບ​ຂອງ​ຜູ້​ນຳ​ມຽນ​ມາ ທ່ານ​ນາງ ອອງ ຊານ ຊູ ຈີ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ, ບາງກອກ, ໄທ, 1 ກຸມ​ພາ 2023.

ມຽນ​ມ​າ ໄດ້ຫຼຸດ​ໂທດ​ຂັງ​ຄຸກ 33 ປີ​ຂອງ​ຜູ້​ນຳ​ພົນ​ລະ​ເຮືອນ​ທີ່​ຖືກ​ຂັບ​ໄລ່​ອອກ​ຈາກ​ຕຳ​ແໜ່ງ ທ່ານ​ນາງ ອອງ ຊານ ຊູ ຈີ ລົງ 6 ປີ​ໃນ​ການ​ໃຫ້​ອະ​ໄພ​ຍະ​ໂທດ​ສ່ວນ​ນຶ່ງ​ເມື່ອ​ວັນ​ອັງ​ຄານ​ວານນີ້, ໃນ​ຂະ​ນະ​ທີ່​ລັດ​ຖະ​ບານ​ທະ​ຫານ​ດີ້ນ​ຮົນ​ທີ່​ຈະ​ປາບ​ປາມ​ການ​ຕໍ່​ຕ້ານ​ຢ່າງນອງ​ເລືອດ​ຕໍ່​ການ​ປົກ​ຄອງ​ຂອງ​ເຂົາ​ເຈົ້າ.

ປະ​ເທດ​ດັ່ງ​ກ່າວ​ແມ່ນ​ຖືກ​ທຳ​ລາຍ​ໂດຍ​ຄວາມ​ຮຸນ​ແຮງ​ໃນ​ສອງ​ປີ​ທີ່​ຜ່ານ​ມາ​ນັບ​ຕັ້ງ​ແຕ່​ທ່ານນ​າງ ຊູ​ ຈີ ຖື​ກ​ຂັບ​ໄລ່​ໃນ​ການ​ກໍ່​ລັດ​ຖະ​ປະ​ຫານ​ ແລະ ຖືກ​ຕັ້ງ​ຂໍ້​ຫາ​ດ້ວຍ 19 ຄະ​ດີ​ອາ​ຍາ​ນັບ​ຈາກ​ການ​ສໍ້​ລາດ​ບັງຫຼວງ ຫາກ​ກາ​ນ​ລະ​ເມີດ​ລະ​ບຽບ​ໂຄວິດ-19.

ມັນ​ໄດ້​ມີ​ຄວາມ​ເປັນ​ຫ່ວງ​ສຳ​ລັບສຸ​ຂະ​ພາບ​ຂອງ​ເຈົ້າ​ຂອງ​ລາງວັນ​ໂນ​ແບ​ລອາ​ຍຸ 78 ປີ​ນັ້ນ ແລະ ລັດ​ຖະ​ບານ​ທະ​ຫານ​ໄດ້​ຍ້າຍ​ທ່ານ​ນາງ​ອອກ​ຈາກ​ຄຸກ​ໄປ​ຢູ່​ຕຶກ​ລັດ​ຖະ​ບານ​ເມື່ອ​ອາ​ທິດ​ທີ່​ຜ່ານ​ມາ.

ໂຄ​ສົກ​ລັດ​ຖະ​ບານ​ທະ​ຫານ ທ່ານ ຊໍ ມິນ ຕຸນ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວຫຼັງ​ຈາກ​ມັນ​ໄດ້​ມີ​ການ​ປະ​ກາດ​ວ່າ​ທ່ານ​ນາງ​ໄດ້​ຮັບ​ອະ​ໄພ​ຍະ​ໂທດ​ໃນ 5 ຄະ​ດີ​ວ່າ “ໂທດ​ຂັງ​ຄຸກ 6 ປີ​ຈະ​ຖືກຫຼຸດ​ລົງ.”

ທ່ານ​ນາງ ຊູ​ ຈີ ຍັງ​ຈະ​ປະ​ເຊີນ​ກັບ 14 ຄະ​ດີ​ເຖິງ​ແມ່ນ​ຈະ​ໄດ້​ຮັບ​ອະ​ໄພ​ຍະ​ໂທດ​ກໍ່​ຕາມ. ກຸ່​ມ​ສິດ​ທິ​ມະ​ນຸດ​ທັງຫຼາຍ​ໄດ້​ກ່າວ​ປະ​ນາມ​ການ​ຕໍ່​ສູ້​ດ້ານ​ກົດ​ໝາຍ​ດັ່ງ​ກ່າວ​ຕໍ່​ທ່ານ​ນາງວ່າຫຼອກ​ລວງ ທີ່​ຖືກ​ອອກ​ມາ​ແບບ​ມາ​ເພື່ອ​ປົດ​ຜູ້​ນຳ​ປະ​ຊາ​ທິ​ປະ​ໄຕ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກ​ສາຍ​ຕາ​ສາ​ທາ​ລະ​ນະ.

ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ມຽນ​ມາ ທ່ານ ວິນ ມິ້ນ, ຜູ້​ທີ່​ຖືກ​ປົດອອກ​ຈາກ​ຕຳ​ແໜ່ງ​ໃນ​ການ​ກໍ່​ລັດ​ຖະ​ປະ​ຫານ​ປີ 2021, ແມ່ນ​ໄດ້​ຮັບ​ການຫຼຸດ​ໂທດ​ຂັງ​ຄຸກ 4 ປີ​ທີ່​ກ່ຽວ​ຂ້ອງ​ກັບ​ສອງ​ຄະ​ດີ​, ອີງ​ຕາມ​ການ​ກ່າວ​ຂອງ​ໂຄ​ສົກ​ລັດ​ຖະ​ບານ​ທະ​ຫານ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG