ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ພິພາສາ ມຽນມາ ປະຕິເສດ ຕໍ່ຄຳ​ຮ້ອງຂໍ ໃຫ້ລົບລ້າງ ຄຳໃຫ້​ການ ຂອງ​​ພິຍານ


ນັກຂ່າວຣອຍເຕີ ທ່ານວາ ໂລນ (ກາງ) ຍົກໂປ້ ໃນຂະນະທີ່ຖືກນຳ ພາໂຕໂດຍເຈົ້າໜ້າທີ່ຕຳຫຼວດ ມາສານໃນນະຄອນຢ່າງກຸ້ງ.
ນັກຂ່າວຣອຍເຕີ ທ່ານວາ ໂລນ (ກາງ) ຍົກໂປ້ ໃນຂະນະທີ່ຖືກນຳ ພາໂຕໂດຍເຈົ້າໜ້າທີ່ຕຳຫຼວດ ມາສານໃນນະຄອນຢ່າງກຸ້ງ.

ຜູ້​ພິພາກສາ​ຄົນ​ນຶ່ງ​ໃນ​ມຽນມາ​ ໄດ້​ປະ​ຕິ​ເສດ​ຕໍ່ຄຳ​ຮ້ອງ​ຂໍ​ໃຫ້​ລົບ​ລ້າງ​ຄຳ​ໃຫ້​ການ​ຂອງ​ພິ
ຍານຜູ້​ທີ່​ກ່າວ​ວ່າ​ ນັກຂ່າວຣອຍເຕີ​ສອງ​ຄົນ ທີ່​ພວມຢູ່ໃນລະຫວ່າງການ ​ດຳ​ເນີນ​ຄະດີ
​ໃນ​ຂໍ້​ຫາ​ວ່າ ມີ​ຄວາມ​ລັບ​ຂອງ​ລັດຖະບານນັ້ນ ແມ່ນມີການວາງແຜນໂດຍ​ຕຳຫຼວດ.

ຮ້ອຍ​ຕຳຫຼວດເອກໂມ ຢານ ​ແນ້​ງ ​ໄດ້ມີການຂັດແຍ້ງກັບ​ພິຍານ​ຄົນ​ອື່ນໆ ໂດຍກ່າວ​ໃນ
​ເດືອນ​ແລ້ວ​ນີ້ວ່າ ຜູ້​ບັນຊາ​ການ​ຂອງ​ທ່ານ ​ໄດ້​ຈັດ​ແຈງ​ໃຫ້​ຕຳຫຼວດ​ສອງ​ຄົນ​ໄປ​ພົບ​ກັບ
​ນັກ​ຂ່າວ ທ່ານ​ວາ ​ໂລ​ນ ອາຍຸ 31 ປີ ​ແລະ ​ທ່ານ​ຈໍ ​ໂຊ ​ອູ ອາຍຸ 27 ປີ ຢູ່​ທີ່​ຮ້ານ​ອາຫານ​
ແລະ​ໄດ້​ມອບ​ເອກ​ກະສານ​ທີ່​ກ່າວ​ວ່າ “​ເປັນ​ເອກ​ກະສາ​ນລັບ​ທີ່​ສຳຄັນ” ​ເພື່ອ​ລໍ້ໃຫ້ພວກ ນັກຂ່າວທັງສອງຕິດກັບ. ​

ທະນາຍຄວາມ​ຕໍ່ສູ້ຄະດີ ທ່ານ​ຢູ ຄິມ ມອງ ຊໍ ກ່າວ​ວ່າ ກ່າວ​ຕໍ່​ວີ​ໂອ​ເອພະ​ແນ​ກ ພາສາ
​ມຽນມາວ່າ ທ່ານ​ຫວັງ​ວ່າ ຄຳ​ໃຫ້ການ​ຂອງຮ້ອຍ​ຕຳຫຼວດເອກ ຈະ​ຊ່ວຍໃຫ້​ ທ່ານ​ວາ
​ໂລ​ນ ​ແລະ​ທ່ານ​ຈໍ ​ໂຊ ​ອູ ພົ້ນໂທດ.

ບັນດາ​ໄອ​ຍະ​ການ​ໄດ້​ຊອກ​ຫາ​ເພື່ອເຮັດໃຫ້ຮ້ອຍ​ຕຳຫຼວດເອກ ຖືກປະກາດ​ວ່າ​ເປັນ
​ພິຍານ​ທີ່ບໍ່ໜ້າເຊື່ອຖື​ໄດ້.

ທ່ານ​ວາ ​ໂລ​ນ ​ໄດ້​ກ່າວ​ຕໍ່ວີ​ໂອ​ເອພະ​ແນ​ກພາສາ​ມຽນມາ​ວ່າ ທ່ານ ​ແລະ​ເພື່ອນ​ຮ່ວມ​
ງານ ໃນອົງການຂ່າວຣອຍ​ເຕີ​ຂອງ​ທ່ານ ມີ​ຄວາມ​ດີ​ໃຈ​ກ່ຽວ​ກັບ​ການ​ຕັດສິນ​ຂອງ​ຜູ້​ພິ
ພາກສາ ​ໃນ​ວັນ​ພຸດ​ວານ​ນີ້ ​ເພາະ​ເຂົາ​ເຈົ້າ​ເຊື່ອ​ວ່າຄວາມຈິງ​ຈະ​ຖືກ​ເປີດ​ເຜີຍ​ໃນ​ບໍ່​ຊ້າ​ນີ້.

ພວກ​ນັກ​ຂ່າວຂອງອົງການຂ່າວຣອຍ​ເຕີ​ໄດ້​ຖືກ​ຈັບ​ໃນ​ວັນ​ທີ 12 ທັນວາຫຼັງ​ຈາກ ​ເຂົາ
​ເຈົ້າ​ໄດ້​ຮັບ​ເອກ​ກະສາ​ນຈາກ​ຕຳຫຼວດ​ສອງ​ຄົນ ​ຢູ່ທີ່​ຮ້ານ​ອາຫານ​ໃນ​ນະຄອນ​ ຢາງ​ກຸ້ງ. ນັກຂ່າວທັງສອງແມ່ນພວມ​ລາຍ​ງານ ກ່ຽວ​ກັບ​ການ​ໂຈມ​ຕີທີ່ໂຫດຮ້າຍ​ທາລຸນ​ຂອງ​ທະ
ຫານຢູ່​ໃນ​ລັດຣາໄຄນ໌ ທີ່​ໄດ້​ຂັບ​ໄລ່​ ​ຊາວ​ມຸສລິ​ມ​ໂຣຮິງ​ຢາ ຫຼາຍຮ້ອຍພັນຄົນຂ້າມ​ຊາຍ
ແດນ​ເຂົ້າ​ໄປໃນ​ບັງ​ກລາ​ແດັສ ນັບ​ແຕ່​ເດືອນສິງຫາ​ປີແລ້ວເປັນຕົ້ນມາ.

ນັກ​ຂ່າວທັງສອງປະ​ເຊີນ​ໜ້າ ກັບໂທດຕິດຄຸກ 14 ປີຖ້າ​ຫາກ​ເຂົາ​ເຈົ້າ​ຖືກພົບວ່າມີຄວາມ
ຜິດພາຍ​ໃຕ້​ກົດໝາຍ​ຄວາມ​ລັບຂອງທາງການ ທີ່​ມີອາຍຸຢ້ອນ​ຄືນ​ໄປ​ຫາ​ປີ 1923 ​ເວລາ
​ມຽນມາ​ຍັງ​ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ອັງກິດ.​

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG