ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສານ ​ໃນ​ມຽນມາ ຈະ​ຕັດສິນໂທດ ນັກຂ່າວ ຣອຍເຕີ້


ສານ​ໃນ​ມຽນມາ ຈະ​ຕັດສິນ ​ໃນ​ສັບປະດາ​ໜ້າ​ນີ້ ກ່ຽວກັບພວກ​ນັກ​ຂ່າວຂອງ​ອົງການ
​ຂ່າວຣອຍ​ເຕີ້ 2 ຄົນ ທີ່ຈະ​ຖືກດຳເນີນຄະດີ ໃນຂໍ້​ຫາວ່າ ​ໄດ້ລະ​ເມີດ​ ກົດ​ໝາຍຄວາມ
ລັບ​ຂອງ​ປະ​ເທດ ​ທີ່​ໄດ້​ລາຍ​ງານ​ກ່ຽວກັບ​ວິ​ກິດ​ການ​ຊາວ​ໂຣຮິງ​ຢາ.

ທ່ານວາ ​ໂລ​ນ ​ໄວ 32 ປີ ​ແລະ​ທ່່ານຈໍ ​ໂຊ ອູ ​ໄວ 28 ປີ ​ແມ່ນ​ຖືກ​ກ່າວ​ຫາວ່າລະ​ເມີດ​
ກົດ​ຄວາມລັບ​ຂອງ​ປະ​ເທດ ທີ່​ອາດ​ຈະ​ຖືກ​ໂທດ​ໜັກ​ສຸດ ຕິດ​ຄຸກ 14 ປີ ນັ້ນ.

ທັງ​ສອງ​ຄົນໄດ້​ຖືກ​ຄຸມ​ຂັງ ນັບ​ຕັ້ງ​ແຕ່​ຖືກ​ຈັບ​ກຸມ ​ໃນ​ເດືອນ​ທັນວາ​ຜ່ານ​ມາ​ນີ້ແລະ​ຖືກ
​ກ່າວ​ຫາ​ວ່າ ​ມີຄວາມ​ລັບທີ່ຮົ່ວໄຫລ ຢູ່ໃນຄວາມຄອບຄອງ ກ່ຽວກັບ ການປາບປາມ
ຂອງພວກ​ທະຫານ ​ໃນ​ວິກິດ​ການຢູ່​ໃນ​ລັດຣາໄຄນ໌ ຊຶ່ງ​ເປັນ​ລັດ​ທີ່ພວກຊົນ​ກຸ່ມ​ນ້ອຍ​
ຊາວ​ມຸສ​ລິ​ມ​ໂຣຮິງ​ຢາ ອາໄສຢູ່ນັ້ນ. ການ​ກັກ​ຂັງ​ພວກ​ເຂົາ​ເຈົ້າ​ທັງ​ສອງນັ້ນ ​ແມ່ນ​ໄດ້
ພາໃຫ້ມີການປະນາມ ​ຈາກກຸ່ມປົກປ້ອງ​ສິດທິ​ມະນຸດ​ທັງຫຼາຍ.

ທະນາຍຄວາມ​ຂອງ​ພວກ​ກ່ຽວ​ໄດ້​ຮຽກຮ້ອງ ໃຫ້ບັນດາ​ຜູ້​ພິພາກສາ​ສານ​ກ່ອນ​ທີ່​ສານ
​ຈະ ​ຮັບ​ຟັງ​ຄຳໃຫ້ການໃນ​ວັນ​ຈັນ​ວານ​ອາທິດໜ້າ ​ໃຫ້​ຍົກ​ເລີກ​ຂໍ້ຫາ, ​ໂດຍ​ກ່າວ​ວ່າ ​
ໄອ​ຍະ​ການ​ແມ່ນ​ບໍ່​ໄດ້​ສະໜອງຫຼັກ​ຖານຢ່າງພຽງພໍ ​ເພື່ອພິສູດ​ຄະດີ​ດັ່ງກ່າວ​ນີ້.

ທະນາຍຄວາມ ຄິນ ມວງ ຊໍ (Khin Muang Zaw) ​ໄດ້​ກກ່າວຕໍ່​ສານ​ວ່າ “ນັກ​ຂ່າວ
ວາ ​ໂລ​ນ ແລະ ຈໍ ​ໂຊ ອູ ແມ່ນ​ເປັນ​ຜູ້​ຮັບເຄາະ ຂອງ​ການວາງ​ແຜນຂອງ​ບັນດາ​ສະ
ມາຊິກ​ ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ ​ເພື່ອ​ວາງກັບດັກຈັບກຸມພວກ​ເຂົາ​ເຈົ້າ ​
ແລະ​ເພື່ອ​ປິດ​ປາກປິດສຽງຂອງ​ການ​ລາຍ​ງານ​ຄວາມ​ຈິງ,”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG