ບັນດາກຸ່ມສັງຄົມພົນລະເຮືອນ ແລະກຸ່ມປົກປ້ອງສິດທິມະນຸດ
ໃນມຽນມາ ກຳລັງຮຽກຮ້ອງໃຫ້ລັດຖະບານ ທຳການສືບສວນ
ຢ່າງຄົບຖ້ວນ ກ່ຽວກັບການເສຍຊີວິດ ຂອງນັກຂ່າວຄົນນຶ່ງ ທີ່
ຢູ່ໃນການຈັບກຸມຂອງທະຫານນັ້ນ.
ທ່ານ Aung Kyaw Naing ທີ່ຮູ້ຈັກກັນໃນອີກຊື່ນຶ່ງວ່າ Par Gyi
ເປັນນັກຂ່າວອິດສະຫຼະພາສາມຽນມາ ໄດ້ຖືກຈັບກຸມເມື່ອວັນທີ
30 ກັນຍາ ຫຼັງຈາກຂ້າມຊາຍແດນເຂົ້າໄປໃນມຽນມາ ຈາກຖານ
ສຳນັກງານຂອງລາວ ຢູ່ເມືອງແມ່ສອດ ປະເທດໄທ ເພື່ອລາຍ
ງານຂ່າວ.
ທ່ານ Ye Aung ຈາກສະມາຄົມອະດີດນັກໂທດທາງການເມືອງຂອງມຽນມາ ບອກກັບ
ວີໂອເອ ພະແນກພາສາມຽນມາ ວ່າກຸ່ມຂອງທ່ານ ແລະ ອົງການສັງຄົມພົນລະເຮືອນຕ່າງໆ ຮຽກຮ້ອງໃຫ້ມີການສືບສວນຢ່າງລະອຽດກ່ຽວກັບເລື້ອງນີ້.
ທ່ານ Aung Kyaw Naing ໄດ້ຖືກຈັບກຸມ ຫຼັງຈາກໄດ້ລາຍງານຂ່າວການປະທະກັນຫຼາຍໆຄັ້ງ ລະຫວ່າງທະຫານລັດຖະບານມຽນມາ ແລະ ພວກນັກລົບເຜົ່າກະຫລ່ຽງ. ໃນອາທິດແລ້ວນີ້ ກອງທັບມຽນມາ ໄດ້ປະກາດວ່າທ່ານ Aung Kyaw Naing ຖືກຍິງຕາຍໂດຍຍາມຄົນນຶ່ງ ໃນຂະນະທີ່ລາວພະຍາຍາມຫລົບໜີ. ເຂົາເຈົ້າເວົ້າຕື່ມວ່າ ທ່ານ Aung Kyaw Naing ເຮັດວຽກເປັນເຈົ້າໜ້າທີ່ສືບລັບ ໃຫ້ແກ່ພວກກະບົດເຜົ່າກະຫລ່ຽງ ຜູ້ທີ່ໄດ້ປະຕິເສດຕໍ່ຂໍ້ກ່າວຫາດັ່ງກ່າວ.
ບັນດາເຈົ້າໜ້າທີ່ ໃນເມືອງ Kyaikmayaw ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະດຳເນີນການສືບສວນສອບສວນຢ່າງຄົບຖ້ວນກ່ຽວກັບເລື້ອງນີ້.