ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

ຄົນ​ເຂົ້າ​ເມືອງ​ຊາວ ມຽນ​ມາ ໃນ ອິ​ສ​ຣາ​ແອ​ລ ຈະ​ບໍ່​ຍ້າຍ​ອອກ, ໂດຍ​ອ້າງ​ເຖິງ​ຄວາມບໍ່​ປອດ​ໄພ​ໃນ​ປະ​ເທດ​ບ້ານ​ເກີດ


ຊາວ ມຽນ​ມາ ທີ່​ອາ​ໄສ​ຢູ່​ໃນ​ນະ​ຄອນຫຼວງ ແທ​ລ ອາ​ວີບ ໃຫ້​ສຳ​ພາດ​ກັບ​ວີ​ໂອ​ເອ ມຽນ​ມາ ຜ່ານ​ທາງ Zoom. ຈາກ​ຊ້າຍ, ທ້າວ ເຈ​ຄອບ ເບັນ​ຈາ​ມິນ, ນາງ ອິນ​ຢິນ ນຽງ ຈາກວີ​ໂອ​ເອ , ທ້າວ ຄຸນ ອອງ ແລະ ທ້າວ ວິນ ໂກ.
ຊາວ ມຽນ​ມາ ທີ່​ອາ​ໄສ​ຢູ່​ໃນ​ນະ​ຄອນຫຼວງ ແທ​ລ ອາ​ວີບ ໃຫ້​ສຳ​ພາດ​ກັບ​ວີ​ໂອ​ເອ ມຽນ​ມາ ຜ່ານ​ທາງ Zoom. ຈາກ​ຊ້າຍ, ທ້າວ ເຈ​ຄອບ ເບັນ​ຈາ​ມິນ, ນາງ ອິນ​ຢິນ ນຽງ ຈາກວີ​ໂອ​ເອ , ທ້າວ ຄຸນ ອອງ ແລະ ທ້າວ ວິນ ໂກ.

ໃນ​ຂະ​ນະ​ທີ່​ສົງ​ຄາມ​ ລະ​ຫວ່າງ ອິ​ສ​ຣາ​ແອ​ລ ແລະ ກຸ່ມ​ຮາ​ມາ​ສ ຮຸນ​ແຮງ​ຂຶ້ນ​ໃນ​ເຂດ​ກາ​ຊາ, ຄົນ​ຕ່າງ​ປະ​ເທດຫຼາຍ​ຄົນ​ທີ່​ອາ​ໄສ​ຢູ່​ໃນ ອິ​ສ​ຣາ​ແອ​ລ ແມ່ນ​ໄດ້​ຖືກ​ອົບ​ພະ​ຍົບ​ອອກ​ໄປ​ປະ​ເທດ​ຂອງ​ເຂົາ​ເຈົ້າ. ແນວ​ໃດ​ກໍ່​ຕາມ, ຄົນ​ເຂົ້າ​ເມືອງ​ຊາວ​ມຽນ​ມາ​ສ່ວນຫຼາຍ​ທີ່​ອາ​ໄສ​ຢູ່​ໃນ ອິ​ສ​ຣາ​ແອ​ລ ແມ່ນບໍ່​ມີ​ແຜນ​ທີ່​ຈະ​ກັບ​ຄືນ​ໄປ​ມຽນ​ມາ ​ທີ່​ຖືກ​ປົກ​ຄອງ​ໂດຍ​ທະ​ຫານ​, ດັ່ງ​ທີ່​ເຂົາ​ເຈົ້າ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ໃນ​ການ​ສຳ​ພາດ​ເມື່ອບໍ່​ດົນ​ມານີ້.

ພະ​ນັກ​ງານ​ຮ້ານ​ອາ​ຫານ ທ້າວ ຄຸນ ອອງ ເມື່ອບໍ່​ດົນ​ມານີ້​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ຜ່ານ​ທາງ​ Zoom ວ່າ “ຂ້ອຍ​ຮູ້​ສຶກ​ປອດ​ໄພ​ກວ່າ​ຢູ່​ພີ້. ຢູ່​ພີ້, ຢ່າງ​ໜ້ອຍ​ພວກ​ເຮົາ​ຈະ​ໄດ້​ຍິນ​ສຽງ​ສັນ​ຍານ​ເຕືອນ ກ່ຽວ​ກັບການ​ໂຈມ​ຕີ​ດ້ວຍ​ຈະຫຼວດ​ລ່ວງ​ໜ້າ, ສະ​ນັ້ນ ​ພວກ​ເຮົາ​ມີ​ເວ​ລາ​ທີ່​ຈະ​ກຽມ​ຕົວ ແລະ ຫາ​ບ່ອນຫຼົບ​ລີ້. ໃນ​ມຽນ​ມາ, ມັນ​ບໍ່​ມີ​ການ​ເຕືອນ​ແບບ​ນັ້ນ, ແລະ ການ​ໂຈມ​ຕີ​ແມ່ນ​ມາ​ຈາກ​ທະ​ຫານ​ຂອງ​ພວກ​ເຮົາ​ເອງ. ຂ້ອຍບໍ່​ຮູ້​ສຶກ​ປອດ​ໄພ​ໃນ ມຽນ​ມາ ນັບ​ຕັ້ງ​ແຕ່​ພວກ​ທະ​ຫານ​ໄດ້​ເຂົ້າ​ຄວບ​ຄຸມ.”

ທ້າວ ອອງ ໄດ້​ຢູ່​ໃນ ອິ​ສ​ຣາ​ແອ​ລ ນັບ​ຕັ້ງ​ປີ 2019, ເວ​ລາ​ທີ່​ລາວ​ໄດ້​ໄປ​ຮຽນ ກ່ຽວ​ກັບ ກະ​ສິ​ກຳ ຢູ່​ໂຮງ​ຮຽນ​ແຫ່ງ​ນຶ່ງ​ໃນ​ພາກ​ພື້ນ​ທະ​ເລ​ຊາຍ ເນ​ເກ​ຟ, ຫຼື Negev Highlands. ຍ້ອນ​ໂຣກ​ລະ​ບາດ​ໂຄວິດ-19 ແລະ ການ​ກໍ່​ລັດ​ຖະ​ປະ​ຫານ​ໂດຍ​ທະ​ຫານ​ໃນ​ມຽນ​ມາ ​ປີ 2021, ລາວ​ໄດ້​ຕັດ​ສິນ​ໃຈ​ທີ່​ຈະ​ຢູ່ ແລະ ປັດ​ຈຸ​ບັນ​ນີ້​ ອາ​ໄສ​ຢູ່​ໃນ​ນະ​ຄອນຫຼວງ ແທ​ລ ອາ​ວີ​ບ. ເວ​ລາ​ທີ່​ລາວ​ອາ​ໄສ​ຢູ່​ໃກ້​ເຂດ​ຊາຍ​ແດນ​ຕິດ​ກັບ​ເຂດ​ກາ​ຊາ ໃນ​ລະ​ຫວ່າງ​ການ​ຝຶກ​ງານ​ຂອງ​ລາວ​ນັ້ນ, ສັນ​ຍານ​ເຕືອນ ກ່ຽວ​ກັບການ​ໂຈມ​ຕີ​ດ້ວຍ​ຈະຫຼວດ​ແມ່ນ​ສິ່ງ​ທີ່​ປົກ​ກະ​ຕິ. ແນວ​ໃດ​ກໍ່​ຕາມ, ການ​ໂຈມ​ຕີ​ຢ່າງ​ກະ​ທັນ​ຫັນ​ໂດຍ​ພວກ​ຫົວ​ຮຸນ​ແຮງ ຮາ​ມາ​ສ ໃນ​ວັນ​ທີ 7 ຕຸ​ລາ​ທີ່​ຜ່ານ​ມາ, ທ້າວ ອອງ​ ໄດ້​ກ່າວ​ວ່າ, ມັນ “ໜ້າ​ຕົກ​ໃຈຍ້ອນຄວາມ​ໜັກ​ໜ່ວງ ແລະ ຄວາມ​ໂຫດ​ຮ້າຍຂອງ​ມັນ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG