ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກຕັດໄມ້ເຖື່ອນຈີນ ທີ່ຖືກຕັດສິນຈຳຄຸກ ຕະຫຼອດຊີວິດ ຢູ່​ມຽນ​ມາ ຖືກປ່ອຍແລ້ວ


ຊາວຈີນ ທີ່ເຊື່ອວ່າ ລັກລອບຕັດໄມ້ເຖື່ອນ ຢູ່ມຽນມາ ໄປຂຶ້ນສານ ທີ່ເມືອງ Myitkyina ເມືອງຫລວງຂອງລັດ Kachin ຢູ່ທາງພາກເໜືອຂອງມຽນມາ (22 ກໍລະກົດ 2015)
ຊາວຈີນ ທີ່ເຊື່ອວ່າ ລັກລອບຕັດໄມ້ເຖື່ອນ ຢູ່ມຽນມາ ໄປຂຶ້ນສານ ທີ່ເມືອງ Myitkyina ເມືອງຫລວງຂອງລັດ Kachin ຢູ່ທາງພາກເໜືອຂອງມຽນມາ (22 ກໍລະກົດ 2015)

ມຽນມາປ່ອຍພວກນັກໂທດເກືອບ 7,000 ຄົນ ຮວມທັງຊາວຈີນ
155 ຄົນ ຊຶ່ງໃນສັບປະດາແລ້ວນີ້ຖືກຕັດສິນລົງໂທດໃຫ້ຕິດຄຸກ
ຕະຫລອດຊີວິດ ຍ້ອນຕັດໄມ້ແບບຜິດກົດໝາຍ.

ພວກຊາວຈີນເຫລົ່ານີ້ ແມ່ນຮວມຢູ່ໃນ ບັນດາຊາວຕ່າງປະເທດ
210 ຄົນທີ່ໄດ້ຮັບການໃຫ້ອະໄພໂທດອີງຕາມລາຍງານອົງການ ຂ່າວຊິນຫົວຂອງທາງການຈີນ ທີ່ໄດ້ອ້າງຄຳເວົ້າ ຂອງເຈົ້າໜ້າທີ່
ອະວຸໂສທ່ານນຶ່ງ.

ອົງການຂ່າວຊິນຫົວ ກ່າວວ່າ ພວກນັກໂທດ ຈະຖືກເນລະເທດ
ເລີ້ມໃນວັນພະຫັດມື້ນີ້ ໂດຍໃຫ້ຄວາມເຫັນວ່າຈະເປັນການສືບ ຕໍ່ໃນຮັກສາໄມຕີຈິດມິດຕະພາບ ແລະຄວາມສຳພັນທີ່ດີ ລະຫວ່າງ ປະເທດທັງສອງ ແລະ ຍ້ອນພື້ນຖານທາງດ້ານສັງຄົມ.

ກະຊວງຖະແຫຼງຂ່າວຂອງມຽນມາ ກ່າວວ່າ ພວກນັກໂທດ 6,966 ຄົນ ຈະຖືກປ່ອຍຈາກ ຄຸກຢູ່ໃນທົ່ວປະເທດ ຍ້ອນເຫັນແກ່ມະນຸດສະທຳແລະການສ້າງຄວາມຖືກຕ້ອງປອງດອງ ຊາດ.

ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ມີພວກນັກໂທດການເມືອງຮວມຢູ່ໃນຈຳນວນພວກທີ່ໄດ້ ຮັບອະໄພໂທດຫລືບໍ່ ຊຶ່ງມີຂຶ້ນກ່ອນໜ້າວັນພັກທາງສາສະໜາພຸດ.

ພວກຕັດໄມ້ຊາວຈີນຖືກຈັບໃນເດືອນມັງກອນຜ່ານມາ ໃນລະຫວ່າງການປາບປາມການ ລັກລອບຄ້າໄມ້ເຖື່ອນໃນລັດ Kachin ທີ່ຕັ້ງຢູ່ໃນບໍລິເວນຊາຍແດນມຽນມາຕິດກັບຈີນ.

ເມື່ອສັບປະດາແລ້ວນີ້ ສານທີ່ເມືອງ Myitkyina ນະຄອນຫຼວງຂອງລັດ Kachin ໄດ້ຕັດ ສິນໃຫ້ພວກຕັດໄມ້ເຖື່ອນຊາວຈີນ ຕິດຄຸກຕະຫລອດຊີວິດ. ຈີນ ໄດ້ສະແດງຄວາມວິຕົກ ກັງວົນເປັນຢ່າງຍິ່ງກ່ຽວກັບຄຳຕັດສິນດັ່ງກ່າວແລະທວງໃຫ້ສົ່ງປະຊາຊົນຂອງຕົນກັບຄືນ ໄປຈີນໂດຍໄວເທົ່າທີ່ຈະໄວໄດ້.

ການຕັດໄມ້ເຖື່ອນແມ່ນຖືວ່າເປັນບັນຫາໃຫຍ່ຢູ່ໃນມຽນມາ ບ່ອນທີ່ພວກກະບົດຊົນເຜົ່າ ພວມທຳການສູ້ລົບກັບກຳລັງລັດຖະບານມາໄດ້ຫລາຍທົດສະວັດແລ້ວນັ້ນ.

XS
SM
MD
LG