ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມຽນມາ ແກ້ບັນຊີລາຍຊື່ ຜູ້ມີສິດປ່ອນບັດ ແຫ່ງຊາດ ກ່ອນໜ້າ ການເລືອກຕັ້ງໃຫຍ່


ພົນລະເມືອງມຽນມາ ລໍຖ້າ ຜຽນຂອງເຂົາເຈົ້າ ຢູ່ນອກສະຖານທູດ ມຽນມາ ໃນສິງກະໂປ ເພື່ອລົງຄກະແນນສຽງ ລ່ວງໜ້າ ກ່ອນວັນເລືອກຕັ້ງໃຫຍ່ ທີ່ຈະຈັດຂຶ້ນ ໃນວັນທີ 8 ພະຈິກນີ້, ວັນທີ 18 ຄຸລາ 2015.
ພົນລະເມືອງມຽນມາ ລໍຖ້າ ຜຽນຂອງເຂົາເຈົ້າ ຢູ່ນອກສະຖານທູດ ມຽນມາ ໃນສິງກະໂປ ເພື່ອລົງຄກະແນນສຽງ ລ່ວງໜ້າ ກ່ອນວັນເລືອກຕັ້ງໃຫຍ່ ທີ່ຈະຈັດຂຶ້ນ ໃນວັນທີ 8 ພະຈິກນີ້, ວັນທີ 18 ຄຸລາ 2015.

ບັນດາເຈົ້າໜ້າທີ່ເລືອກຕັ້ງ ໃນມຽນມາ ກ່າວວ່າ ພວກເຂົາເຈົ້າ
ກຳລັງ​ເຮັດ​ວຽກ ເພື່ອແກ້ໄຂບັນຊີລາຍຊື່ຜູ້ມີສິດປ່ອນບັດແຫ່ງ
ຊາດ ກ່ອນໜ້າການເລືອກຕັ້ງໃຫຍ່ ໃນເດືອນໜ້ານີ້.

ທ່ານ Tin Tun ຫົວໜ້າ ຂອງຄະນະກຳມາທິການເລືອກຕັ້ງ
ຂອງ​ສະຫະພາບ ຫລື UEC ກ່າວໃນວັນອັງຄານວານນີ້ວ່າ
ການແກ້​ໄຂ ແມ່ນຕ້ອງໄດ້ເຮັດກັບບັນຊີລາຍຊື່ຜູ້ມີສິດປ່ອນ
ບັດ ທີ່ໄດ້ນຳ​ອອກເຜີຍແຜ່ ເມື່ອເດືອນແລ້ວນີ້.

ທ່ານ Tin Tun ເວົ້າວ່າ “ພວກເຮົາ ຈະອອກບັນຊີລາຍຊື່
ຜູ້ມີສິດປ່ອນບັດ ສະບັບສຸດທ້າຍ ເລີ້ມຕົ້ນ ໃນວັນທີ 2
ພະຈິກ ນັບຕັ້ງແຕ່ ມີການຍື່ນເອກະສານ ຂໍແກ້​ໄຂ​ ກ່ຽວກັບຄວາມບໍ່ຖືກຕ້ອງ ແລະ ພວກຄົນຈຳນວນນຶ່ງ ທີ່ບໍ່ມີລາຍຊື່ຢູ່ໃນບັນຊີ ທີ່ໄດ້ອອກມາກ່ອນໜ້ານີ້. ສະນັ້ນ ບັນຊີ
ລາຍຊື່ ຈະຖືກເປີດເຜີຍ ຢູ່ທີ່ຫ້ອງການຄະນະກຳມາທິການເລືອກຕັ້ງ ໃນທ້ອງຖິ່ນ
ທຸກໆແຫ່ງ ໃນວັນທີ 2 ພະຈິກ ແລະ ຈະຢູ່ທີ່ໜ່ວຍເລືອກຕັ້ງຕ່າງໆ ໃນວັນທີ 6 ແລະ
7 ເດືອນພະຈິກນີ້.”

ການເລືອກຕັ້ງໃຫຍ່ ມີກຳນົດ ຈະຈັດຕັ້ງຂຶ້ນ ໃນວັນທີ 8 ພະຈິກ ປີນີ້.

ທ່ານຍັງກ່າວອີກວ່າ ຄວາມຜິດພາດທັງໂດຍກຳມາ​ທິການ UEC ແລະ ບັນດາຜູ້ມີສິດ
ປ່ອນບັດ ກໍ່ໃຫ້ເກີດບັນຫາຕ່າງໆ ຕໍ່ການລົງຄະແນນສຽງ ລ່ວງໜ້າ ຢູ່ທີ່ກົງສຸນ ມຽນມາ
ຕ່າງໆ​ໃນທົ່ວໂລກ ໃນໄລຍະສອງສັບປະດາຜ່ານມາ.

ທ່ານເວົ້າອີກວ່າ “ພວກເຮົາເສຍໃຈ ທີ່ໄດ້ຮູ້ວ່າ ພົນລະເມືອງມຽນມາຂອງພວກເຮົາ
ທີ່ຢູ່ນອກປະເທດ ບໍ່ສາມາດລົງຄະແນນສຽງໄດ້ ເຖິງແມ່ນວ່າ ພວກເຮົາໄດ້ເຮັດດີ
ທີ່ສຸດແລ້ວ ໃນຊ່ວງເວລາທີ່ຈຳກັດ.”

ທ່ານກ່າວຕໍ່ໄປວ່າ ບັນຫາສ່ວນນຶ່ງ ແມ່ນໄດ້ຖືກແກ້ໄຂຄວາມຜິດພາດຕ່າງໆ​ໄປ​ແລ້ວ
ສຳຫລັບຜູ້ມີສິດປ່ອນບັດຢູ່ນອກປະເທດ.

ທ່ານກ່າວຕື່ມວ່າ ກຳມາ​ທິການ UEC ຈະຕໍ່​ເວລາການລົງຄະແນນສຽງອອກໄປ ແລະ
ສົ່ງບັດເລືອກຕັ້ງໃໝ່ໄປຍັງ 3 ສະຖານທູດຢູ່ທີ່ສິງກະໂປ ໂຕກຽວ ແລະ ໂຊລ.

XS
SM
MD
LG