ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢ່າງນ້ອຍ 20 ຄົນ ເສຍຊີວິດ ຍ້ອນເຮືອຫຼົ້ມ ຢູ່ມຽນມາ


ແຜນທີ່ປະເທດມຽນມາ
ແຜນທີ່ປະເທດມຽນມາ

ເຈົ້າໜ້າ​ທີ່ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ມຽນມາກ່າວ​ວ່າ ​ເຮືອ​ຂ້າມ​ຟາກ​ລຳ​ນຶ່ງ ​ທີ່​ຂົນ​ພວກ
​ແຂກໄປ​ຮ່ວມ​ພິທີ​ແຕ່ງງານ ​ໄດ້​ຫຼົ້ມຢູ່​ແມ່​ນ້ຳ Ngawun ​ເຮັດ​ໃຫ້​ມີ​ຜູ້​ເສຍຊີວິດ​ປະມານ
20 ຄົນ.

ເຈົ້າໜ້າ​ທີ່​ກູ້​ໄພ​ສຸກ​ເສີນ ກ່າວ​ວ່າ ​ເຮືອ​ຂ້າມ​ຟາກ​ລຳ​ນີ້ ​ໄດ້​ຕຳ​ກັບ​ເຮືອ​ອີກ​ລຳ​ນຶ່ງ.

​ເຈົ້າໜ້າ​ທີ່​ກ່າວ​ວ່າ ມີ​ຜູ້​ໂດຍສານ​ຢ່າງ​ນ້ອຍ 9 ຄົນ​ຍັງ​ຫາຍ​ສາບ​ສູນ​ແລະ​ອີກ 30 ຄົນ
ໄດ້​ຖືກຊ່ອຍ​ຊີວິດ​ໄວ້​ໄດ້.

ຕຳຫຼວດ​ເວົ້າວ່າ ມີ​ຜູ້​ໂດຍສານ​ທັງ​ໝົດ​ບໍ່​ຕ່ຳ​ກວ່າ 70 ຄົນ ​ເຊື່ອ​ວ່າ ຢູ່​ເທິງ​ເຮືອເວລາ​
ເຮືອລຳ​ດັ່ງກ່າວຫລົ້ມ.

ພວກ​ແຂກ​ເຫຼົ່ານີ້ ​ແມ່ນ​ຫາ​ກໍ​ກັບ​ມາ ​ຈາກ​ພິທີ​ແຕ່ງງານ​ທີ່​ເມືອງ Pathein. ຕຳຫຼວດ
ກ່າວ​ວ່າ ສ່ວນ​ໃຫຍ່​ແລ້ວ​ພວກ​ເຂົາ​ເຈົ້າ​ເປັນ​ຍາດ​ພີ່ນ້ອງ​ຈາກ​ບ້ານ​ດຽວ​ກັນ.

ອຸບັດ​ຕິ​ເຫດ​ເຮືອ​ຫລົ້ມ​ ແມ່ນ​ຖື​ເປັນ​ເລື່ອງ​ທຳ​ມະ​ດາ ​ຢູ່​ໃນ​ມຽນມາ ບ່ອນ​ທີ່​ປະຊາຊົນ ​
ເປັນ​ຈຳ​ນວນຫຼວງຫຼາຍ ​ໄດ້​ພາກັນ​ເດີນທາງ​ໄປມາ​ໂດຍ​ທາງ​ເຮືອ ແລະ​ບ່ອນ​ທີ່​ການ
​ຄວບ​ຄຸມ​ຂອງ​ລັດຖະບານ​ບໍ່​ຄ່ອຍ​ເຄັ່ງ​ຄັດ​ປານ​ໃດ.​

Myanmar Ferry
please wait
Embed

No media source currently available

0:00 0:01:51 0:00

Authorities in western Myanmar say a ferry carrying scores of wedding guests capsized in the Ngawun River, killing 20 people.

Emergency workers said the ferry collided with another boat.

At least nine people are missing and 30 people have been rescued, officials said.

Police said at least 70 passengers were believed to be on the boat when it capsized.

The wedding guests were returning from a ceremony in Pathein. “Most of them were relatives from the same village,” a police officer said.

Fatal boat accidents are common in Myanmar, also known as Burma, where many people travel by boat and where government oversight is lax.

XS
SM
MD
LG