ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກຸ່ມກະບົດຊົນເຜົ່າ ມຽນມາ ເວົ້າວ່າ ເຂົາເຈົ້າ ຍິງເຮລິຄັອບເຕີ ຂອງລັດຖະບານຕົກ


ຜູ້ປະທ້ວງສະແດງທຸງຂອງຊົນເຜົ່າ ກະຈິນ ໃນລະຫວ່າງການປະທ້ວງໃນນະຄອນ ຢາງກຸ້ງ, ມຽນມາ. 10 ກຸມພາ, 2021.
ຜູ້ປະທ້ວງສະແດງທຸງຂອງຊົນເຜົ່າ ກະຈິນ ໃນລະຫວ່າງການປະທ້ວງໃນນະຄອນ ຢາງກຸ້ງ, ມຽນມາ. 10 ກຸມພາ, 2021.

ກຸ່ມກະບົດຊົນເຜົ່າໃນພາກເໜືອຂອງ ມຽນມາ ໄດ້ກ່າວວ່າເຂົາເຈົ້າໄດ້ຍິງເຮລິຄັອບເຕີລຳນຶ່ງຂອງລັດຖະບານຕົກໃນວັນຈັນວານນີ້ ໃນລະຫວ່າງການຕໍ່ສູ້ຢ່າງໜັກ.

ກອງທັບອິດສະຫຼະ ກະຈິນ ໄດ້ກ່າວວ່າເຂົາເຈົ້າໄດ້ຍິງເຮລິຄັອບເຕີດັ່ງກ່າວຕົກໃກ້ກັບເມືອງ ໂມມອກ ໃນລັດ ກະຈິນ ຫລັງຈາກກອງກຳລັງລັດຖະບານໄດ້ດຳເນີນການໂຈມຕີທາງອາກາດໃນເຂດດັ່ງກ່າວ, ດ້ວຍການໃຊ້ເຮລິຄັອບເຕີ ແລະ ເຮືອບິນລົບ.

ການກ່າວອ້າງທີ່ວ່ານັ້ນແມ່ນບໍ່ສາມາດທີ່ຈະຢັ້ງຢືນໄດ້ຢ່າງເປັນອິດສະຫຼະ ແລະ ມັນກໍບໍ່ມີການໃຫ້ຄຳເຫັນໃນທັນທີໂດຍລັດຖະບານ.

ຊົນເຜົ່າ ກະຈິນ ແມ່ນນຶ່ງໃນຫຼາຍຊົນເຜົ່າກຸ່ມນ້ອຍໃນ ມຽນມາ ທີ່ໄດ້ສະໜັບສະໜູນການປະທ້ວງທົ່ວປະເທດຕໍ່ຕ້ານການກໍ່ລັດຖະປະຫານຂອງທະຫານໃນເດືອນກຸມພາທີ່ຜ່ານມາ, ເຊິ່ງລັດຖະບານທີ່ຖືກເລືອກເອົາຂອງຜູ້ນຳພົນລະເຮືອນ ທ່ານນາງ ອອງ ຊານ ຊູ ຈີ ໄດ້ຖືກຂັບໄລ່ອອກໄປ. ການປະທ້ວງໄດ້ເກີດຂຶ້ນເກືອບທຸກວັນໃນທົ່ວປະເທດ.

ສະມາຄົມການຊ່ວຍເຫຼືອນັກໂທດການເມືອງ, ເຊິ່ງຕິດຕາມຄວາມຮຸນແຮງໃນປະເທດດັ່ງກ່າວເວົ້າວ່າ ກອງກຳລັງຮັກສາຄວາມປອດໄພໄດ້ສັງຫານຜູ້ປະທ້ວງ ແລະ ຜູ້ຢືນເບິ່ງຢ່າງໜ້ອຍ 765 ຄົນນັບຕັ້ງແຕ່ການກໍ່ລັດຖະປະຫານເປັນຕົ້ນມາ. ພວກຜູ້ນຳກອງທັບໄດ້ໂຕ້ແຍງຕົວເລກທີ່ວ່ານັ້ນ.

ທ່ານນາງ ຊູ ຈີ ໄດ້ຖືກກັກຂັງ ນັບຕັ້ງແຕ່ການກໍ່ລັດຖະປະຫານໄດ້ເກີດຂຶ້ນ, ພ້ອມກັບສະມາຊິກຄົນອື່ນໆອີກຫຼາຍຄົນຂອງພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕຂອງທ່ານນາງ.

ກອງທັບຂອງ ມຽນມາ ຍັງໄດ້ຂະຫຍາຍການໂຈມຕີຕໍ່ຊົນເຜົ່າ ກະຈິນ ແລະ ກະຫຼ່ຽງ, ເຊິ່ງແມ່ນຊົນເຜົ່າກຸ່ມນ້ອຍອີກກຸ່ມນຶ່ງທີ່ມີກອງກຳລັງຕິດອາວຸດຂອງເຂົາເຈົ້າເອງ.

ຊົນເຜົ່າກຸ່ມນ້ອຍດັ່ງກ່າວໄດ້ຕໍ່ສູ້ກັບລັດຖະບານກາງຂອງປະເທດເປັນເວລາຫຼາຍ ທົດສະວັດ, ເພື່ອຢາກໄດ້ການປົກຄອງຕົນເອງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG