ເຈົ້າໜ້າທີ່ອົງການສະຫະປະຊາຊາດ ກ່າວວ່າ ກອງກຳລັງຮັກສາຄວາມປອດໄພຂອງ
ມຽນມາ ຍັງສືບຕໍ່ລ່ວງລະເມີດສິດທິມະນຸດຂອງພວກມຸສລິມໂຣຮິງຢາໃນລັດຣາໄຄນ໌
ທາງພາກເໜືອຂອງປະເທດ.
ທ່ານ ແອນດຣູ ກຽລມໍ (Andrew Gilmore) ຮອງເລຂາທິການໃຫຍ່ອົງການສະຫະ
ປະຊາຊາດ ຮັບຜິດຊອບໃນເລື່ອງສິດທິມະນຸດ ໄດ້ລະບຸໃນຖະແຫຼງການ ທີ່ເປັນ
ລາຍລັກອັກສອນສະບັບນຶ່ງ ໃນວັນອັງຄານມື້ນີ້ ໂດຍອີງການສະຫຼຸບຜົນຂອງທ່ານ
ຈາກຊາວໂຣຮິງຢາ ທີ່ຫາກໍເດີນທາງໄປຮອດສູນອົບພະຍົບ ທີ່ແອອັດເຕັມໄປດ້ວຍຜູ້ຄົນ
ຫວ່າງມໍ່ໆມານີ້ ໃນບັງກລາແດັສ ທີ່ເພື່ອນບ້ານ ໂດຍກ່າວວ່າ “ການກວດລ້າງຊາວ
ໂຣຮິງຢາ ຈາກມຽນມານັ້ນ ຍັງດຳເນີນຢູ່ຕໍ່ມາ.”
ມີຊາວໂຣຮິງຢາເກືອບ 7 ຮ້ອຍພັນຄົນ ໄດ້ພາກັນຫລົບໜີຈາກການປາບປາມທີ່ໂຫດ
ຮ້າຍທາລຸນ ຂອງກອງກຳລັງຮັກສາຄວາມປອດໄພມຽນມາ ເຂົ້າໄປປະເທດບັງກລາແດັສ
ນັບຕັ້ງແຕ່ເດືອນສິງຫາເປັນຕົ້ນມາ. ພວກທີ່ເຫັນເຫດການຊາວໂຣຮິງຢາແລະພວກ
ນັກເຄື່ອນໄຫວເພື່ອສິດທິມະນຸດ ໄດ້ກ່າວຫາ ກຳລັງຮັກສາຄວາມປອດໄພຂອງມຽນມາ
ວ່າ ທຳການສັງຫານ ຂົ່ມຂືນສຳເລົາ ແລະຈູດຢ້າວເຜົາເຮືອນ.
ທ່ານ ກຽລມໍ ກ່າວວ່າ ກອງກຳລັງຮັກສາຄວາມປອດໄພຂອງມຽນມາ ໄດ້ປ່ຽນ
ກົນລະຍຸດຈາກການ “ສັງຫານໂຫດແບບນອງເລືອດແລະການຂົ່ມຂືນສຳເລົາ
ໃນປີກາຍນີ້ມາເປັນ ການປະຕິບັດງານໃນລະດັບຕ່ຳເພື່ອສ້າງຄວາມຢ້ານກົວ
ແລະບັງຄັບໃຫ້ປະຊາຊົນຫີິວຕາຍ.”
ມຽນມາແລະບັງກລາແດັສ ໄດ້ຕົກລົງທີ່ຈະຈັດສົ່ງ ຊາວມຸສລິມໂຣຮິງຢາຈຳນວນນຶ່ງ
ກັບຄືນປະເທດ, ແຕ່ທ່ານ ກຽລມໍ ກ່າວວ່າ ຄວາມຫວັງໃນການທີ່ຈະຈັດສົ່ງພວກເຂົາ
ເຈົ້າ ກັບຄືນປະເທດ “ຢ່າງປອດໄພ ມີກຽດສັກກີ ແລະຢ່າງຍືນຍົງນັ້ນ” ແມ່ນ “ເປັນໄປ
ບໍ່ໄດ້ ພາຍໃຕ້ສະພາບການໃນປັດຈຸບັນນີ້.”