ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Htin Kyaw ຂຶ້ນເປັນ ປະທານາທິບໍດີ ຂອງມຽນມາ ຄົນຕໍ່ໄປ


Myanmar President
please wait
Embed

No media source currently available

0:00 0:01:23 0:00

ລັດຖະສະພາມຽນມາ ​ໄດ້​ລົງ​ຄະ​ແນນ​ສຽງ​ເລືອກເອົາ​ທ່ານ
Htin Kyaw ​ເປັນ​ປະທານາ​ທິຄົນ​ຕໍ່​ໄປ​ຂອງ​ປະ​ເທດ.

ລັດຖະກອນ​ຜູ້​ຊຶ່ງ​ບຳນາ​ນ ຈາກພັກ​ສັນນິບາດ​ແຫ່ງ​ຊາດ
​ເພື່ອ​ປະຊາທິປະ​ໄຕ ຫຼື NLD ​ໄດ້​ຮັບ​ຄະ​ແນນ​ 360 ສຽງ ຂອງ​
ຈຳນວນ​ທັງ​ໝົ ດ 652 ສຽງ ​ໃນ​ກອງ​ປະຊຸມ​ຮ່ວ​ມຂອງລັດຖະ
ສະພາ ທີ່​ຮູ້​ກັນ​ໃນ​ນາມ​ສະພາ​ແຫ່ງ​ຊາດ​ຂອງ​ສະຫະພາບນັ້ນ.

ທ່ານ​ນາງ Hnin Htet ສະມາຊິກ​ສະພາ​ໃໝ່​ຂອງ​ພັກ NLD ທີ່​ເປັນ​ລູກ​ສາວ​ຂອງ​ອະດີດ​ນັກ​ໂທດ​ການ​ເມືອງ​ທ່ານ​ນີ້​ ກ່າວ​ອອກ​ມາ​ດ້ວຍຄວາມ​ຕື່ນ​ເຕັ້ນວ່າ ຂ້ອຍ​ດີ​ໃຈ​ລາວ​ນຳ​ລາວ ສຳລັບ​ພັກ​ຂອງ​ເຮົາ ປະ​ຊົນ ​ແລະ​ປະ​ເທດ​ຊາດ​ຂອງ​ພວກ​ເຮົາ.

ທ່ານ Htin Kyaw ບໍ່​ໄດ້ແມ່ນ​ສະມາຊິກ​ໃນ​ລັດຖະສະພາ ​ແຕ່ວ່າ​ທ່ານ​ແມ່ນ​ເປັນ​ຜູ້ທີ່​ໃກ້ຊິດ​ກັບ​ຜູ້ນຳ​ຂອງ​ພັກ NLD ທ່ານ​ນາງ Aung San Suu Kyi ​ຊຶ່ງ​ໄດ້​ເປັນ​ຜູ້​ທຳ​ອິດ​ໃນ​ການ​ລົງ​ຄະ​ແນນ​ສຽງ​ຄັ້ງ​ປະຫວັດສາດ​ນີ້.

ຜູ້ນຳພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຂອງມຽນມາ ທ່ານນາງ Aung San Suu Kyi ລົງຄະແນນເລືອກຕັ້ງເປັນປະທານາທິບໍດີຄົນຕໍ່ໄປ. ທ່ານນາງໄດ້ ຕິດຕາມດ້ວຍ 651 ສະມາຊິກສະພາ, 15 ມີນາ, 2016. (S. Herman/VOA)
ຜູ້ນຳພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຂອງມຽນມາ ທ່ານນາງ Aung San Suu Kyi ລົງຄະແນນເລືອກຕັ້ງເປັນປະທານາທິບໍດີຄົນຕໍ່ໄປ. ທ່ານນາງໄດ້ ຕິດຕາມດ້ວຍ 651 ສະມາຊິກສະພາ, 15 ມີນາ, 2016. (S. Herman/VOA)

ທ່ານ​ນາງ Aung San Suu Kyi ບໍ່​ໄດ້​ໃຫ້​ຄວາມ​ເຫັນ​ໃດໆ​ຕໍ່​ພວກ​ນັກ​ຂ່າວ ​ໃນ​ລະຫວ່າງ ຕອນ​ເຂົ້າ​ແລະ​ອອກ​ມາ​ຈາກ​ສະພາ.

​ທ່ານ​ນາງ Aung San Suu Kyi ທີ່​ເຄີຍ​ໄດ້​ຮັບລາງວັນ​ໂນ​ແບ​ລຂະ​ແໜງ​ສັນຕິພາບນັ້ນ​ແມ່ນ​ເປັນ​ຜູ້ທີ່​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຫຼາຍທີ່​ສຸດ ​ໃນ​ໝູ່​ປະຊາຊົນ​ຊາວ​ມຽນມາ ​ແຕ່​ວ່າ​ທ່ານ​ນາງ​ຖືກກີ​ດກັນ​ບໍ່​ໃຫ້​ເປັນ​ປະທານາທິບໍດີ ຍ້ອນ​ວ່າ ພວກ​ລູກ​ຊາຍ​ທັງ​ສອງ​ຂອງ​ທ່ານ​ນາງ ​ຍັງ​ເປັຮສັນຊາດຕ່າງດ້າວ.

ເຈົ້າໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ກ່າວ​ວ່າ ພວກ​ເຮົາ​ຍັງ​ສືບ​ຕໍ່​ມີ​ຄວາມ​ວິຕົກ​ກັງ ວົນ​ກ່ຽວ​ກັບ​ຂໍ້ຄວາມ​ໃນ​ບາງ​ວັກ​ຕອນ​ຂອງ​ລັດຖະທຳ​ມະນູນ​ມຽນມາ ທີ່​ຂັດ​ແຍ້​ງກັບ​ຫລັການ ພື້ນຖານ​ຂອງ​ປະຊາທິປະ​ໄຕ ​ແລະ​ຂັດຂວາງ​ບໍ່​ໃຫ້​ປະຊາຊົນ​ຊາວ​ມຽນມາ ປ່ອນ​ບັດ​ເອົາ​ຜູ້ນຳ​ຂອງ​ພວກ​ເຂົາ​ເຈົ້າ​ໄດ້. ປະຊາຊົນ​ຊາວ​ມຽນມາ​ຄວນ​ສາມາດ​ຕັດສິນ​ໃຈ​ກ່ຽວ​ກັບ​ວ່າ ​ເມື່ອ​ໃດ ​ແລະ​ເວລາ​ໃດ​ທີ່​ເຂົາ​ເຈົ້າຈະ​ສາມາດ​ດັດແປງ​ກົດໝາຍ​ລັດຖະທຳ​ມະນູນ ຫລື​ກຳຈັດ​ຂໍ້​ກຳນົດ ​ເຫລົ່ານີ້.

ທ່ານນາງ Palaung ສະມາຊິກສະພາ ກ່າວຕໍ່ພວກນັກຂ່າວ ຫຼັງຈາກການລົງຄະແນນສຽງເລືອກຕັ້ງເອົາປະທານາທີບໍດີ ໃນລັດຖະສະພາ, 15 ມີນາ, 2016. (S. Herman/VOA)
ທ່ານນາງ Palaung ສະມາຊິກສະພາ ກ່າວຕໍ່ພວກນັກຂ່າວ ຫຼັງຈາກການລົງຄະແນນສຽງເລືອກຕັ້ງເອົາປະທານາທີບໍດີ ໃນລັດຖະສະພາ, 15 ມີນາ, 2016. (S. Herman/VOA)

ທ່ານ​ນາງ Aung San Suu Kyi ​ໄດ້​ປະກາດ​ວ່າ ທ່ານ​ນາງ​ຈະ​ສືບ​ຕໍ່​ເປັນ​ຜູ້​ຮັກສາ​ອຳນາດ ສູງ​ສຸດ ​ເໜືອກ​ວ່າ​ປະທານາທິບໍດີ​ທີ່​ທ່ານ​ນາງ​ໄດ້​ເລືອກ​ເອົາ​ທີ່​ທ່ານ​ນາງ​ໄດ້​ຮູ້ຈັກ​ນັບ​ແຕ່​ຕອນ ​ເຂົ້າຮຽນ​ປະຖົມ​ນຳ​ກັນ.

ກອງທັບ​ຍັງ​ຈະ​ສືບ​ຕໍ່​ເປັນ​ຜູ້​ມີ​ອຳນາດ​ຢ່າງ​ເຂັ້ມ​ແຂງ​ຢູ່​ໃນ​ລັດຖະບານ​ຊຸດ​ໃໝ່ ຍ້ອນ​ວ່າ​ກອງ ທັບ​ມີ​ບ່ອນ​ນັ່​ງນຶ່ງ​ສ່ວນສີ່ຫຼື 25 ​ເປີ​ເຊັນ ຢູ່​ໃນ​ສະພາ ​ແລະ​ຈະ​ກຳ​ຕຳ​ແໜ່​ງທີ່​ສຳຄັນໆ​ຫລາຍ ຕຳ​ແໜ່​ງ​ໃນ​ຄະນະ​ລັດຖະບານ.

ລັດຖະບານ​ໃໝ່​ນີ້ ຈະ​ຂຶ້ນກຳ​ອຳນາດ​ໃນ​ວັນ​ທີ 1 ​ເມສາ ຈະ​ມາ​ເຖິງ​ນີ້.​

XS
SM
MD
LG