ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ປ່ອນ​ບັດ​​ ໃນມຽນມາ ແມ່ນການທົດສອບ ຄວາມນິຍົມ​ ຂອງ ທ່ານນາງ ອອງ ຊານ ຊູຈີ


ຜູ້ລົງຄະແນນສຽງຄົນນຶ່ງ ກຳລັງເຊັນໝັງສື ເພື່ອເອົາບັດ ລົງຄະແນນສຽງ.
ຜູ້ລົງຄະແນນສຽງຄົນນຶ່ງ ກຳລັງເຊັນໝັງສື ເພື່ອເອົາບັດ ລົງຄະແນນສຽງ.

ການ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ​ເລືອກ​ເອົາ​ສະມາຊິກ​ສະພາ​ຈຳນວນ​ນຶ່ງໃນ​ມຽນມາ ​ໄດ້
​ເລີ້​ມຂຶ້ນ​ໃນ​ວັນ​ເສົາ​ມື້​ນີ້​ ທີ່ເບິ່ງ​ກັນ​ວ່າ ​ເປັນ​ການ​ທົດ​ສອບ​ເທື່ອ​ທຳ​ອິດ​ກ່ຽວ​ກັບ ຄວາມ
​ນິຍົມ​ຊົມ​ຊອບ ທີ່​ມີ​ຕໍ່ພັກ​ສັນນິບາດແຫ່ງ​ຊາດ​ ເພື່ອ​ປະຊາທິປະໄຕ ຫລື NLD ຂອງ
ທ່ານ​ນາງ Aung San Suu Kyi ຫລັງ​ຈາກ​ເຂົ້າກຳ​ອຳນາດ​ມາ​ໄດ້​ນຶ່ງ​ປີ.

ຜູ້​ມີ​ສິດປ່ອນ​ບັດພາກັນ​ໄປລົງ​ຄະ​ແນນ​ສຽງ ເລືອກ​ເອົາ​ສະມາຊິກ​ສະພາ​ແຫ່ງ​ຊາດ
​ແລະ​ສະພາ​ຂົງ​ເຂດ 19 ທ່ານ.

ບັນດາ​ນັກວິ​ເຄາະ​ກ່າວ​ວ່າ​ ​ໄດ້​ມີ​ການ​ບໍ່​ດີ​ໃຈ​ນຳ​ການ​ຊັກ​ຊ້າ ​ໃນການ​ປະຕິຣູບ ​ແຕ່
ກໍ​ຄາດ​ກັນ​ວ່າ ​ພວກມີ​ສິດ​ປ່ອນ​ບັດ​າ​ ຍັງຈະຈົງ​ຮັກ​ພັກດີ​ຕໍ່ທ່າ​ນນາງ Aung San
Suu Kyi ​ແລ​ະພັກ​ຂອງ​ທ່ານ​ນາງຢູ່.

ພັກ NLD ຊຶ່ງ​ເປັນ​ພັກ​ລັດຖະບານ​ປົກຄອງ​ປະ​ເທດ​ໃນ​ເວລາ​ນີ້ກຳ​ສຽງ​ສ່ວນ​ຫຼາຍ​ຢູ່
​ໃນ​ສະພາ​ຂອງ​ມຽນມາ ​ແລະ​ການ​ລົງ​ຄະ​ແນນ​ສຽງໃນ​ວັນ​ເສົາ​ມື້​ນີ້ ບໍ່​ຄາດ​ວ່າ​ຈະ​ມີ​ຜົນ​
ກະທົບ​ຕໍ່​ຄວາມກໍ້າ​ເກີ່ງ​ທາງອຳນາດ​ແຕຢ່າງ​ໃດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Myanmr Election
please wait
Embed

No media source currently available

0:00 0:00:48 0:00

XS
SM
MD
LG