ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ເຈົ້າ​ໜ້າ​ທີ່​ເລືອກ​ຕັ້ງ​ອະ​ວຸ​ໂສ ໃນ​ມຽນ​ມາ ຖືກ​ສັງ​ຫານ ​ໂດຍ​ພວກກອງ​ໂຈນ


ແຟ້ມ - ເຈົ້າ​ໜ້າ​ທີ່​​ຂອງ​ກຳ​ມາ​ທິ​ການ​ເລືອກ​ຕັ້ງ​ ນັບ​ບັດ​ຄະ​ແນນສຽງ ຢູ່​ໜ່ວຍ​ປ່ອນ​ບັດ​ແຫ່ງ​ນຶ່ງ​ໃນ​ນະ​ຄອນ​ຫຼວງ​ເນ​ປີ​ດໍ ເມື່ອ​ວັນ​ທີ ໘ ພະ​ຈິກ ໒໐໒໐.
ແຟ້ມ - ເຈົ້າ​ໜ້າ​ທີ່​​ຂອງ​ກຳ​ມາ​ທິ​ການ​ເລືອກ​ຕັ້ງ​ ນັບ​ບັດ​ຄະ​ແນນສຽງ ຢູ່​ໜ່ວຍ​ປ່ອນ​ບັດ​ແຫ່ງ​ນຶ່ງ​ໃນ​ນະ​ຄອນ​ຫຼວງ​ເນ​ປີ​ດໍ ເມື່ອ​ວັນ​ທີ ໘ ພະ​ຈິກ ໒໐໒໐.

ເຈົ້າ​ໜ້າ​ທີ່​ເລືອກ​ຕັ້ງ​ອະ​ວຸ​ໂສຂອງ​ມຽນ​ມາ​ໄດ້ຖືກ​ຍິງ​ຕາຍ​ຢູ່​ນະ​ຄອນ​ຢ່າງ​ກຸ້ງ ໃນ​ການ​ໂຈມ​ຕີ​ຄັ້ງ​ຫຼ້າ​ສຸດ ​ທີ່​ມີ​ການ​ຖິ້ມ​ໂທດ​ໃສ່​ພວກ​ຫົວ​ຮຸນ​ແຮງ ຕໍ່ຕ້ານ​ການ​ປົກ​ຄອງທະ​ຫານ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ພວກ​ທະ​ຫານ ​ລາຍ​ງານ​ຂອງ​ສື່ມວນ​ຊົນ ແລະ​ຖະ​ແຫຼງ​ການ​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ ຂອງ​ກຸ່ມກອງ​ໂຈນ​ໃນ​ເຂດ​ເທດ​ສະ​ບານກ່າວ​ວ່າ ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ກຳ​ມາ​ທິ​ການ​ເລືອກ​ຕັ້ງ​ຂອງສະ​ຫະພາບ​ທີ່​ຖືກແຕ່ງ​ຕັ້ງ​ໂດຍ​ທະ​ຫານ ໄດ້​ຖືກ​ຍິງ​ຫຼາຍໆ​ລູກ ​ຢູ່​ໃນ​ລົດ​ຂອງ​ລາວ ​ເມື່ອ​ວັນ​ເສົາ​ທີ່​ຜ່ານ​ມານີ້.

ພວກ​ທະ​ຫານ​ກ່າວ​ວ່າ ການ​ໂຈມ​ຕີ​ດັ່ງ​ກ່າວ​ແມ່ນ​ເປັນ​ນ້ຳ​ມື​ຂອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ ຊຶ່ງຈັດ​ຕັ້ງ​ຂຶ້ນ​ໂດຍກຸ່ມ​ກຳ​ລັງ​ປະ​ກອບ​ອາ​ວຸດ​ທີ່​ນິ​ຍົມ​ປະ​ຊາ​ທິ​ປ​ະ​ໄຕ​ຂອງ​ລັດ​ຖະ​ບານ​ສາ​ມັກ​ຄີ​ຊາດອັນ​ເປັນ​ກຸ່ມ​ປະ​ສານ​ງານ​ໃນ​ຕໍ່​ຕ້ານ​ໄຕ້​ດິນ​ຕໍ່​ການ​ປົກ​ຄອງ​ຂອງ​ພວກ​ທະ​ຫານ.

ເຈົ້າ​ໜ້າ​ທີ່​ຄົນ​ນີ້ແມ່ນ​ເຊື່ອ​ກັນ​ວ່າ ເປັນ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ສຸດ ຊຶ່ງ​ໄດ້​ຖືກ​ຍິງ​ໂດຍ​ພວກ​ກອງ​ໂຈນ​ນັບ​ແຕ່​ທະ​ຫານ​ໄດ້​ເຂົ້າ​ຢຶດ​ອຳ​ນາດ​ໃນ​ປີ 2021.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັ​ງ​ກິດ

XS
SM
MD
LG