ໃນວັນພະຫັດວານນີ້ສະຫະລັດໄດ້ປະກາດວ່າມຽນມາ ແມ່ນຮວມຢູ່ໃນບັນດາປະເທດທີ່ກະທຳຜິດດ້ານມະນຸດສະທໍາທີ່ຂີ້ຮ້າຍສຸດຂອງໂລກ ຊຶ່ງໄດ້ຈັດໃຫ້ປະເທດດັ່ງກ່າວ ຢູ່ຂ້າງດຽວກັນກັບອີຣ່ານ ເກົາຫຼີເໜືອ ແລະຊີເຣຍ ຊຶ່ງເປັນປະເທດທີ່ສະຫະລັດໄດ້ຖືວ່າຕໍ່າດ້ານນີ້ມາເປັນເວລານານ.
“ລາຍງານການຄ້າມະນຸດ” ປີ 2018 ຂອງກະຊວງຕ່າງປະເທດສະຫະລັດໄດ້ຫລຸດຄະແນນມຽນລົງມາຢູ່ໃນອັນດັບຕໍ່າສຸດຂອງບົດລາຍງານ ທ້າມກາງການຕິຕຽນຂອງໂລກຕໍ່ປະເທດດັ່ງກ່າວກ່ຽວກັບການລະເມີດສິດທິມະນຸດ ໂດຍທະຫານຂອງປະເທດນັ້ນຕໍ່ຊາວມຸສລິມໂຣຮິງຢາທີ່ເປັນຊົນເຜົ່ານ້ອຍນັ້ນ.
ລັດຖະມົນຕີກະຊວງຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ກ່າວໃນວັນພະຫັດວານນີ້ ວ່າ “ກຳລັງທະຫານມຽນມາ ແລະຄົນອື່ນໆທີ່ຢູ່ໃນລັດຣາຄາຍ ເຮັດໃຫ້ຊາວໂຣຮິງຢາຫຼາຍຮ້ອຍພັນຄົນ ແລະບັນດາສະມາຊິກຂອງກຸ່ມຊົນເຜົ່ານ້ອຍອື່ນໆຍົກຍ້າຍໜີ ຊຶ່ງຫຼາຍໆຄົນໄດ້ຖືກກົດຂີ່ຢູ່ໃນທົ່ວຂົງເຂດ ຍ້ອນສະພາບ ການນັ້ນ”
ທ່ານກ່າວເພີ້ມອີກວ່າ “ຄົນຈຳນວນນຶ່ງຢູ່່ໃນກອງທັບມຽນມາ ຍັງໄດ້ເກນເອົາພວກເດັກນ້ອຍໄປເປັນທະຫານ ແລະບັງຄັບຜູ້ໃຫຍ່ ແລະເດັກນ້ອຍຈາກບັນດາກຸ່ມຊົນເຜົ່ານ້ອຍຕ່າງໆ ອອກແຮງງານ.”
ລາຍງານປະຈຳປີໄດ້ຕີລາຄາຊັ່ງຊາສະພາບຢູ່ 187 ປະເທດ ແລະໄດ້ຈັດໃຫ້ແຕ່ລະປະເທດຢູ່ໃນນຶ່ງຂອງສີ່ລະດັບ ອີງຕາມການດໍາເນີນຄວາມພະຍາຍາມຂອງປະເທດໃນການຕ້ານກັບການຄ້າມະນຸດ. ລະດັບ 1 ແມ່ນດີສຸດ ໃນຂະນະລະດັບ 3 ຂີ້ຮ້າຍສຸດ. ມີລະດັບປານກາງ ຢູ່ສອງ ລະດັບ. ລະດັບ 2 ແລະລະດັບ 2 ທີ່ຢູ່ໃນບັນຊີຂອງປະເທດທີ່ຢູ່ໃນການສັງເກດການ.
ບັນດາປະເທດຢູ່ໃນອັນດັບ 3 ອາດຖືກປັບໄໝດ້ວຍການລົງໂທດ ແລະພົບຈຳກັດໃນການໄດ້ຮັບການຊ່ວຍເຫຼືອຈາກສະຫະລັດ ແລະສາກົນ.
ສະຫະລັດໄດ້ຮຽກຮ້ອງໃຫ້ມຽນມາຢຸດເຊົາການເກນເອົາເດັກນ້ອຍ ແລະການໃຊ້ເດັກນ້ອຍເປັນກຳລັງທະຫານທີ່ຜິດກົດໝາຍທັງໝົດ, ຍຸຕິການພົວພັນໃນການ ຄ້າທາງເພດ ແລະບັງຄັບອອກແຮງງານຂອງເຈົ້າໜ້າທີ່ລັດຖະບານ ແລະເຮັດໃຫ້ພວກເຈົ້າໜ້າທີ່ກະທຳຜິດ ຮັບເອົາຜິດຊອບຕໍ່ການກະທຳຜິດເຫລົ່ານີ້ຂອງ ພວກເຂົາເຈົ້າ.