ມຽນມາ “ກຳລັງເຮັດທຸກສິ່ງທຸກຢ່າງ ໃນການວາງແຜນ” ເພື່ອຮັບເອົາຊາວ ໂຣຮິງຢາ
ຫຼາຍກວ່າ 700,000 ຄົນກັບຄືນປະເທດ, ອີງຕາມການກ່າວຂອງເຈົ້າໜ້າທີ່ລະດັບສູງ
ຄົນນຶ່ງ ບໍ່ເຖິງນຶ່ງວັນຫຼັງຈາກນາຍົກລັດຖະມົນຕີຂອງປະເທດ ບັງກລາແດັສ ທີ່ເປັນ
ບ່ອນພັກເຊົາຂອງພວກອົບພະຍົບ, ໄດ້ກ່າວຫາປະເທດສາສະໜາພຸດດັ່ງກ່າວ ກ່ຽວ
ກັບ ການເລື່ອນເວລາສົ່ງຊາວມຸສລິມກັບຄືນປະເທດນັ້ນ.
ທ່ານ ວິນ ມຽດ ເອ, ລັດຖະມົນຕີສະຫວັດດີການສັງຄົມ, ບັນເທົາທຸກ ແລະ ການຕັ້ງຖິ່ນ
ຖານໃໝ່ຂອງ ມຽນມາ, ໄດ້ກ່າວຕໍ່ວີໂອເອ ມຽນມາ ວ່າ “ພວກເຮົາກຳລັງດຳເນີນຂັ້ນ
ຕອນການຮັບເອົາຄົນກັບຄືນປະເທດເທື່ອລະກ້າວ ຕາມທີ່ໄດ້ວາງແຜນໄວ້. ທ່ານກຳ
ລັງຄວບຄຸມການສົ່ງຊາວໂຣຮິງຢາ ກັບຄືນສູ່ປະເທດຢູ່.
ຊາວໂຣຮິງຢາ ໄດ້ຫຼົບໜີເຂົ້າໄປປະເທດ ບັງກລາແດັສ ຫຼັງຈາກສິ່ງທີ່ກະຊວງການຕ່າງ
ປະເທດ ສະຫະລັດ ໄດ້ພົບວ່າ ເປັນການແນເປົ້າໂຈມຕີໃສ່ໝູ່ບ້ານຂອງເຂົາເຈົ້າໂດຍ
ກອງທັບຂອງ ມຽນມາ.
ມຽນມາ ໄດ້ກ່າວວ່າ ການໂຈມຕີແມ່ນຖືກຕ້ອງຕາມກົດໝາຍ ເຊິ່ງແມ່ນການຕອບໂຕ້
ຕໍ່ການໂຈມຕີປ້ອມຮັກສາຄວາມປອດໄພ ໂດຍກອງທັບຊ່ວຍເຫຼືອຊາວ ໂຣຮິງຢາ
ອາຣາຄານ ເຊິ່ງແມ່ນກຸ່ມ ໂຣຮິງຢາ ຕິດອາວຸດໃນລັດ ຣາໄຄນ໌ ໃນເດືອນສິງຫາ 2017
ທີ່ຜ່ານມາ. ຊາວ ໂຣຮິງຢາ ຖືວ່າຕົນເອງເປັນຄົນພື້ນເມືອງໃນລັດ ຣາໄຄນ໌ ຂອງ ມຽນ
ມາ, ແຕ່ ມຽນມາ ໄດ້ປະຕິເສດການມີສັນຊາດຂອງເຂົາເຈົ້າ ແລະ ສິດທິຕ່າງໆທີ່ດຳ
ເນີນມາຫຼາຍທົດສະວັດແລ້ວ.
ດ້ວຍການເວົ້າວ່າ ພວກອົບພະຍົບເປັນພາລະທີ່ລົ້ນມືຂອງປະເທດຂອງເພິ່ນນັ້ນ, ທ່ານ
ນາງ ຊີກ ຮາຊີນາ ນາຍົກລັດຖະມົນຕີ ບັງກລາແດັສ ໄດ້ກ່າວຫາ ມຽນມາ ກ່ຽວກັບ
ການເລື່ອນເວລາສົ່ງຊາວ ໂຣຮິງຢາ ກັບຄືນປະເທດ. ທ່ານນາງໄດ້ເວົ້າວ່າ “ພວກເຮົາ
ໄດ້ຕັ້ງຄະນະກຳມະການ, ຄະນະກຳມະການຮ່ວມ, ທຸກຢ່າງແມ່ນພ້ອມແລ້ວ. ທຸກໆຄັ້ງ,
ເຂົາເຈົ້າພະຍາຍາມທີ່ຈະຫາຄຳແກ້ຕົວໃໝ່ຂຶ້ນມາເລື້ອຍໆ.”