ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສານ ມຽນມາ ຕັດສິນໂທດຂັງຄຸກຕື່ມອີກ 3 ປີສຳລັບທ່ານນາງ ອອງ ຊານ ຊູ ຈີ


ໃນພາບວັນທີ 15 ກຸມພາ 2021 ນີ້ ສະແດງໃຫ້ເຫັນຜູ້ປະທ້ວງຍົກຮູບທ່ານນາງ ອອງ ຊານ ຊູ ຈີ ໃນລະຫວ່າງປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານ​ຂອງ​ພວກທະຫານ ຢູ່ຕໍ່ໜ້າທະນາຄານກາງຂອງ ມຽນມາ ໃນນະຄອນ ຢາງກຸ້ງ.
ໃນພາບວັນທີ 15 ກຸມພາ 2021 ນີ້ ສະແດງໃຫ້ເຫັນຜູ້ປະທ້ວງຍົກຮູບທ່ານນາງ ອອງ ຊານ ຊູ ຈີ ໃນລະຫວ່າງປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານ​ຂອງ​ພວກທະຫານ ຢູ່ຕໍ່ໜ້າທະນາຄານກາງຂອງ ມຽນມາ ໃນນະຄອນ ຢາງກຸ້ງ.

ສານແຫ່ງນຶ່ງໃນປະເທດ ມຽນມາ ທີ່ຖືກປົກຄອງໂດຍກອງທັບໄດ້ຕັດສິນຂັບໄລ່ ຜູ້ນຳ ທ່ານນາງ ອອງ ຊານ ຊູ ຈີ ແລະ ຂັງຄຸກນັກເສດຖະ​ສາດຊາວ ອອສເຕຣເລຍ ທ່ານ ຊອນ ເທີແນລ໌ (Sean Turnell) 3 ປີ ໃນວັນພະຫັດມື້ນີ້ ສຳລັບການລ່ວງລະເມີດກົດໝາຍຄວາມລັບຂອງປະເທດ, ອີງຕາມຄົນທີ່ຄຸ້ນ ເຄີຍກັບການດຳເນີນການດັ່ງກ່າວ.

ລັກສະນະທີ່ແນ່ນອນຂອງຂໍ້ກ່າວຫາ ຕໍ່ທ່ານນາງ ຊູ ຈີ ແລະ ທ່ານ ເທີແນລ໌ ແມ່ນບໍ່ໄດ້ຖືກເປີດເຜີຍຕໍ່ສາທາລະນະ. ໂທລະພາບລັດຖະບານໄດ້ກ່າວໃນປີ ກາຍນີ້ວ່າ ທ່ານ ເທີແນລ໌ ສາມາດເຂົ້າຫາ “ຂໍ້ມູນລັບດ້ານການເງິນຂອງລັດ.”

ໂທດສູງສຸດທີ່ເຂົາເຈົ້າໄດ້ປະເຊີນແມ່ນ 14 ປີ.

ລັດຖະມົນຕີຕ່າງປະເທດ ອອສເຕຣເລຍ ທ່ານນາງ ເພັນນີ ວອງ ໄດ້ກ່າວໃນ ຖະແຫຼງການສະບັບນຶ່ງວ່າ ອອສເຕຣເລຍ ປະຕິເສດການຕັດສິນຂອງສານ ແລະ ຮຽກຮ້ອງໃຫ້ປ່ອຍຕົວທ່ານ ເທີແນລ໌ ໃນທັນທີ.

ທ່ານນາງ ວອງ ໄດ້ກ່າວວ່າ “ລັດຖະບານ ອອສເຕຣເລຍ ໄດ້ປະຕິເສດຂໍ້ກ່າວ ຫາຕໍ່ສາສະດາຈານ ເທີແນລ໌ ຢ່າງຕໍ່ເນື່ອງໃນລະຫວ່າງດົນກວ່າ 19 ເດືອນທີ່ ລາວຖືກກັກຂັງຢ່າງບໍ່ເປັນທຳ ໂດຍລະບອບການປົກຄອງທະຫານມຽນມາ.”

ທ່ານ ເທີແນລ໌ ໄດ້ມີໜ້າທີ່ເປັນທີ່ປຶກສາຂອງລັດຖະບານທ່ານນາງ ຊູ ຈີ ແລະ ຖືກກັກຂັງຫຼາຍວັນ ຫຼັງຈາກການກໍ່ລັດຖະປະຫານ ໃນເດືອນກຸມພາ 2021.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG