ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຂ່າວຣອຍເຕີ້ ທີ່ຕິດຄຸກ ຢູ່ມຽນມາ ຖືກປະຕິເສດ ບໍ່ໃຫ້ປະກັນໂຕ


ທ່ານທັນ ຊໍ ອອງ ທະນາຍຄວາມ ຂອງພວກນັກຂ່າວຣອຍເຕີ້ ທ່ານວາ ໂລນ ແລະທ່ານ ຈໍ ໂຊ ອູ.
ທ່ານທັນ ຊໍ ອອງ ທະນາຍຄວາມ ຂອງພວກນັກຂ່າວຣອຍເຕີ້ ທ່ານວາ ໂລນ ແລະທ່ານ ຈໍ ໂຊ ອູ.

ນັກ​ຂ່າວ ອົງການຂ່າວຣອຍ​ເຕີ້​ ສອງ​ຄົນ ​ທີ່ຖືກ​ຈັບ​ໃນ​ມຽນມາ ​ຍ້ອນລະເມີດກົດໝາຍ
ວ່າຄວາມ​ລັບຂອງປະເທດ ໃນສະ​ໄໝ​ຫົວ​ເມືອງ​ຂຶ້ນນັ້ນ ​ໄດ້​ຖືກປະຕິ​ເສດບໍ່ໃຫ້ປະກັນ
​ໂຕໃນລະຫວ່າງ​ການໄປ​ປາກົດ​ໂຕ​ຢູ່​ສານ​ ໃນ​ວັນ​ພະຫັດ​ວານ​ນີ້.

ທ່ານ​ວາ ​ໂລ​ນ ອາຍຸ 31 ປີ ​ແລະ​ ທ່ານ​ຈໍ ໂຊ ອູ ອາຍຸ 27 ປີ ​ໄດ້​ຖືກ​ຈັບ​ໃນ​ວັນ​ທີ 12 ທັນ
ວາ ​ທີ່​ຜ່ານ​ມາຫລັງ​ຈາກ​ເຂົາ​ເຈົ້າ​ໄດ້​ຮັບ​ເອກ​ກະສາ​ນຈຳນວນ​ນຶ່ງ​ ​ຈາກຕຳຫລວດ​ສອງ​
ຄົນ ​ຢູ່ທີ່​ຮ້ານອາຫານໃນ​ນະຄອນ​ຢາງ​ກຸ້​ງ. ທັງ​ສອງ​ຄົນ​ໄດ້​ໄປເກັບກຳຂ່າວ ​ກ່ຽວ​ກັບ​ກວດ
ລ້າງ​ຂອງພວກ​ທະຫານ​ຢູ່​ໃນ​ລັດຣາໄຄນ໌ທີ່​ໄດ້​ຂັບ​ໄລ່​ຊາວໂຣຮິງ​ຢາ​ມຸສລິ​ມ ເກືອບ
700,000 ຄົນ ທີ່ໄດ້ຂ້າມຊາຍ​ແດນ​ເຂົ້າ​ໄປ​ສູ່​ບັງກລາ​ແດັສ ນັບ​ແຕ່​ເດືອນ​ສິງຫາ​ເປັນ
ຕົ້ນມາ.

ນັກຂ່າວທັງ​ສອງ​ປະ​ເຊີນ​ໜ້າ​ກັບ​ການ​ຕິດ​ຄຸກ 14 ປີ ​ຖ້າ​ຫາກ​ຖືກພົບເຫັນວ່າມີຄວາມ
ຜິດພາຍ​ໃຕ້ກົດໝາຍ ທີ່​ມີ​ມາ​ແຕ່​ປີ 1923 ​ເວລາ​ມຽນມາ ຍັງຢູ່​ພາຍ​ໃຕ້​ການ​ປົກ​ຄອງ​
ຂອງອັງກິດ.

ທ່ານ​ສະ​ແຕັຟ​ເຟັນ ແອັດ​ເລີ ປະທານ ​ແລະ​ຫົວໜ້າ​ບັນນາທິການຂອງອົງການຂ່າວ
ຣອຍເຕີ້ ​ໄດ້​ອອກ​ຖະ​ແຫລ​ງການສະ​ແດງ​ຄວາມ​ຜິດ​ຫວັງ​ຂອງ​ທ່ານ​ຕໍ່​ການ​ສືບຕໍ່ຄຸມຂັງ
ພວກ​ນັກ​ຂ່າວ​ທັງສອງ​ຄົນ. ທ່ານແ​ອັດ​ເລີ ຂຽນ​ວ່າ “ພວກ​ເຮົາ​ເຊື່ອ​ວ່າ ການ​ດຳ​ເນີນຄະ
ດີ​ຂອງ​ສານຈະ​ສະ​ແດງ​ໃຫ້​ເຫັນ​ວ່າ ​ເຂົາ​ເຈົ້າ​ບໍ່​ມີ​ຄວາມ​ຜິດ ​ແລະ​ທ່ານ​ວາ ​ໂລ​ນ ​ແລະ​
ທ່ານ​ຈໍ ​ໂຊ ອູຈະ​ໄດ້​ກັບ​ຄືນ​ໄປເຮັດ​ວຽກ​ລາຍງານຂ່າວຂອງ​ເຂົາ​ເຈົ້າ​ໃນ​ມຽນມາ. ພວກ​
ເຮົາ​ຈະສືບຕໍ່ຮຽກ​ຮ້ອງໃຫ້​ປ່ອຍ​ເຂົາ​ເຈົ້າ​ໂດຍ​ທັນທີ.

ນັກຂ່າວຣອຍເຕີ້ ທ່ານວາ ໂລນ (ກາງ) ຖືກນຳພາມາສານ ໂດຍພວກເຈົ້າໜ໊າທີ່ຕຳຫລວດ.
ນັກຂ່າວຣອຍເຕີ້ ທ່ານວາ ໂລນ (ກາງ) ຖືກນຳພາມາສານ ໂດຍພວກເຈົ້າໜ໊າທີ່ຕຳຫລວດ.

ຢູ່​ນະຄອນ​ນິວຢອກ ​ໂຄສົກ​ເລຂາການໃຫ້ຍ່​ສະຫະ​ປະຊາ​ຊາດ ທ່ານແອນ​ໂຕ​ນິ​ໂອ
ກິວ​ເຕເຣສ ກ່າວ​ວ່າ ທ່ານ​ຕິດຕາມ​ການດຳເນີນຄະດີ​ຢ່າງ​ໃກ້ຊິດ.

​ໂຄສົກ ທ່ານ​ສະ​ແຕັຟ​ຟານ ດູ​ຍຈາຣິກ ກ່າວ​ວ່າ “​ເລຂາທິການ​ໃຫຍ່​ໄດ້​ສະ​ແດງ​ຄວາມ​
ເປັນ​ຫ່ວງ​ຂອງ​ທ່ານ ກ່ຽວກັບສິດເສລີພາບດ້ານການຂ່າວທີ່ພວມຊຸດໂຊມ ລົງ​ຢູ່​ໃນ​ມຽນ
ມາ ​ແລະ​ທ່ານ​ໄດ້​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ສາກົນ​ ດຳເນີນການ​ທີ່​ສາ ມາດ​ເຮັດໄດ້ ​ເພື່ອ​ໃຫ້ປ່ອຍພວກ​ນັກ​ຂ່າວ ​ແລະ​ຄໍ້າປະກັນສິດ​ເສລີ​ພາບດ້ານຂ່າວ​ສານ​ຢູ່​ໃນ​ປະ​ເທດ
ດັ່ງກ່າວ.”

VOA Interview: Bill Richardson Discusses Myanmar, Rohingya
please wait

No media source currently available

0:00 0:10:33 0:00

ອະດີດ ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ ປະຈຳ​ສະຫະ​ປະຊາ​ຊາດ ທ່ານ​ບີ​ລ ຣິດເຈີດ
​ສັນ ຫວ່າງ​ມໍ່ໆ​ມາ​ນີ້​ໄດ້​ລາ​ອອກ​ຈາກການເປັນ​ທີ່ປຶກສາຂອງຄະນະ​ກຳ ມະການ​ສາກົນ
ກ່ຽວ​ກັບ​ສະພາບ​ການຂອງ​ຊາວ​ໂຣຮິງ​ຢາ ​ໃນ​ຄວາມ​ຜິດ​ຫວັງ​ຂອງ​ທ່ານກ່ຽວ​ກັບການ
​ປະຕິບັດ​ງານຂອງຜູ້ນຳ​ທີ່​ແທ້​ຈິງຂອງມຽນມາ ທ່ານ​ນາງ​ອອງ ຊານ ຊູ ຈີ. ທ່ານ​ກ່າວ​ຕໍ່
ນັກຂ່າວວີ​ໂອ​ເອ ທ່ານ​ນາງກຣີຕາ ​ແວນ ຊັສ​ເຕີ​ເຣນວ່າ ​ທ່ານ​ໄດ້​ຍົກເອົາ​ບັນຫາ​ ​ກ່ຽວ
​ກັບ​ນັກ​ຂ່າວ​ຮອຍ​ເຕີ້​ສອງ​ຄົນ ​ແລະ​ຂຸມ​ຝັງ​ສົບ​ໝູ່ ທີ່​ເຂົາ​ເຈົ້າ​ພົບ​ເຫັນ​ຢູ່ໃນ​ລັດຣາໄຄນ໌
ຂຶ້ນມາໂອ້ລົມ ຢູ່ໃນ​ກອງ​ປະຊຸມ​ກັບ ທ່ານ​ນາງ​ອອງ ຊານ ຊູ ຈີ ຜູ້​ໄດ້​ຮັບລາງວັນ​ໂນ
ແບລຂະແໜງສັນຕິພາບ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG