ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສານມຽນມາ ໄດ້ຕັດສິນຄະດີ ນັກຂ່າວຊາວຍີ່ປຸ່ນ ໃຫ້ຂັງຄຸກເພີ້ມອີກ 3 ປີ

ແຟ້ມ-ຮູບພາບຂອງທ້າວໂຕຣຸ ຄູໂບຕ້າ, ນັກຂ່າວຊາວຍີ່ປຸ່ນ ທີ່ຖືກຕັດສິນຂັງຄຸກຢູ່ໃນມຽນມາ ໃນລະຫວ່າງຕິດຕາມການປະທ້ວງ, ມັນໄດ້ຖືກນໍາອອກມາສະແດງ ຢູ່ທີ່ສະມາຄົມນັກຂ່າວຍີ່ປຸ່ນ, ໃນວັນທີ 3 ສິງຫາ 2022, ໃນຂະນະທີ່ໝູ່ເພື່ອນຂອງລາວລວມໂຕກັນ ຢູ່ທີ່ສະໂມສອນດັ່ງກ່າວ ເພື່ອຮຽກຮ້ອງໃຫ້ມີການປ່ອຍໂຕລາວໃນທັນທີ.

ນັກການທູດຍີ່ປຸ່ນກ່າວວ່າ ສານ ທີ່ຢູ່ພາຍໃຕ້ການປົກຄອງ ຂອງລະບອບຜະເດັດ ການທະຫານໃນມຽນມາ, ໃນວັນພຸດວານນີ້ ໄດ້ຕັດສິນລົງໂທດນັກຂ່າວຊາວຍີ່ປຸ່ນຄົນນຶ່ງ ກ່ຽວກັບການລະເມີດກົດໝາຍຄົນເຂົ້າເມືອງ, ໂດຍເພີ້ມໂທດຂັງຄຸກອີກ 3 ປີໃສ່ໂທດຂັງຄຸກ 7 ປີ ທີ່ລາວໄດ້ຖືກຕັດສິນໄປແລ້ວ ໃນອາທິດທີ່ຜ່ານມາ ເນື່ອງຈາກລາວໄດ້ບັນທຶກພາບການປະທ້ວງຕໍ່ຕ້ານລັດຖະບານ, ອີງຕາມລາຍ​ງານ​ຂອງອົງການຂ່າວ AP.

ທ້າວໂຕຣຸ ຄູໂບຕ້າ, ຜູ້ສ້າງຮູບ​ເງົາສາລະຄະດີ ທີ່ມີສໍານັກງານ ຢູ່ໃນນະຄອນຫຼວງໂຕກຽວ, ໄດ້ຖືກຈັບໃນວັນທີ 30 ກໍລະກົດ ໂດຍຕໍາຫຼວດນອກເຄື່ອງແບບໃນນະຄອນຢ່າງກຸ້ງ, ເຊິ່ງເປັນເມືອງທີ່ໃຫຍ່ທີ່ສຸດຂອງປະເທດ, ລຸນຫຼັງທີ່ມີການບັນທຶກ ແລະຖ່າຍພາບກ່ຽວກັບການປະທ້ວງ ທີ່ເກີດຂຶ້ນແບບນ້ອຍໆ ແລະໄວວາ ເມື່ອທະ ຫານເຂົ້າມາຢຶດອໍານາດໃນປີກາຍນີ້.

ລາວຖືກຕັດສິນໃຫ້ຂັງຄຸກເປັນເວລາ 7 ປີ ໃນອາທິດແລ້ວນີ້ ກ່ຽວກັບຂໍ້ຫາລະເມີດກົດໝາຍການເຄື່ອນໄຫວຕ່າງໆ ທາງດ້ານເຄື່ອງອີເລັກໂທຣນິກ, ແລະ 3 ປີໃນຂໍ້ຫາຍຸຍົງ​ສ້າງປັ່ນປ່ວນ ເຊິ່ງຕ້ອງໄດ້ຮັບໂທດພ້ອມກັນ.

ທ່ານເທັສສຸໂອະ ກິຕາດະ, ຮອງຫົວໜ້າຜູ້ແທນທາງການທູດຂອງສະຖານທູດຍີ່ປຸ່ນ ບອກສະມາຄົມນັກຂ່າວວ່າ ສານໄດ້ພິຈາລະນາກໍລະນີ ກ່ຽວກັບການເຂົ້າເມືອງໃນວັນພຸດວານນີ້ ແລະຕັດສິນໂທດໃຫ້ທ້າວ ຄູໂບຕ້າ ຖືກຂັງຄຸກເປັນເວລາ 3 ປີ, ໂດຍໄດ້ເຮັດໃຫ້ລາວຕ້ອງຖືກຂັງຄຸກລວມກັນເປັນເວລາ 10 ປີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG