ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະເທດມຽນມາ ປ່ອຍພວກ ນັກໂທດການເມືອງຫຼາຍກວ່່າ 100 ຄົນ


ເຈົ້າໜ້າທີ່ຄົນນຶ່ງກຳລັງກວດເອກກະສານ ປ່ອຍໂຕພວກນັກໂທດ.
ເຈົ້າໜ້າທີ່ຄົນນຶ່ງກຳລັງກວດເອກກະສານ ປ່ອຍໂຕພວກນັກໂທດ.

ມຽນມາ ຊຶ່ງຮູ້ກັນອີກວ່າພະມ້ານັ້ນໄດ້ປ່ອຍນັກໂທດການເມືອງຫຼາຍກວ່ານຶ່ງ ຮ້ອຍຄົນ ໃນວັນສຸກວານນີ້ ພາຍໃຕ້ການນິລະໂທດກຳ ຊຶ່ງເປັນບົດບາດທາງການອັນ ທຳອິດຂອງ ທ່ານນາງ ອອງຊານຊູຈີຜູ້ນຳຄົນໃໝ່ຂອງປະເທດທັງເປັນອະດີດນັກໂທດການເມືອງ
ເອງນຳນັ້ນ. ອົງການຂ່າວສານທາງການ​ມ່ຽນມ່າ Global New Light of Myanmar
ໄດ້ ກ່າວໃນວັນເສົາມື້ນີ້ວ່າ ໄດ້ມີການປ່ອຍນັກໂທການເມືອງທົ່ວປະເທດ​ 113 ຄົນ​ ອິງ ຕາມກະແສຂ່າວຂອງຕຳຫຼວດ.

ພວກຄອບຄົວແລະເພື່ອນຝູງຂອງນັກໂທດເຫຼົ່ານັ້ນໄດ້ພາກັນມາເຕົ້າໂຣມກັນຢູ່ຄຸກແຫ່ງ ຕ່າງໆ ນັບຕັ້ງແຕ່ເວລາທີ່ທ່ານນາງອອງຊານຊູຈີໄດ້ປະກາດໄປໃນວັນພະຫັດ ວ່າຈະມີ ການປົດປ່ອຍ ໃນໂອກາດປີໃໝ່ຂອງສາສະໜາພຸດ ໃນກາງເດືອນເມສານີ້.

ບັນດາຍາດຕິພີ່ນ້ອງ ແລະຜູ້ເຫັນໃຈພາກັນເຕົ້າໂຮມກັນຢູ່ຂ້າງນອກຄຸກ Insein ໃນນະຄອນ Yangon ທີ 8, 2016.
ບັນດາຍາດຕິພີ່ນ້ອງ ແລະຜູ້ເຫັນໃຈພາກັນເຕົ້າໂຮມກັນຢູ່ຂ້າງນອກຄຸກ Insein ໃນນະຄອນ Yangon ທີ 8, 2016.

ເວລາພວກນັກໂທດໄດ້ຮັບການປົດປ່ອຍອອກມາ ບາງຄົນກໍໄດ້ຖືກຕ້ອນຮັບດ້ວຍດອກໄມ້ ຖືກສວມກອດ ແລະໂຮ່ຮ້ອງ ໂດຍພວກສະໜັບສະໜູນແລະເພື່ອຝູງ.

ແຕ່ວ່າໃນທ່າມກາງການສະຫຼອງດັ່ງກ່າວນັ້ນ ທາງສານຂອງເມືອງມັນດາເລ ໄດ້ກ່າວຫາ ພວກເຄື່ອນໄຫວຢ່າງສັນຕິສອງຄົນ ວ່າພົວພັນກັບກອງທັບກະຈິນເອກກະລາດ ຊຶ່ງເປັນ ກຸ່ມກອງໂຈນນອກກົດໝາຍຢູ່ຫ່າງໄກທາງພາກເໜືອຂອງປະເທດ.

Myanmar Political Prisoners
please wait

No media source currently available

0:00 0:00:42 0:00

XS
SM
MD
LG