ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມຽນມາ ເລີ່ມຕົ້ນ ຍຸກສະໄໝແບບໃໝ່ ທີ່ເປັນປະຊາທິປະໄຕ ຢ່າງຄົບຖ້ວນ


ຜູ້ນຳເພື່ອປະຊາທິປະໄຕ ຂອງມຽນມາ ທ່ານນາງ Aung San Suu Kyi (ກາງ) ເດີນທາງໄປເຖິງ ບ່ອນເຂົ້າຮັບຕຳແໜ່ງ ໃນສະພາຕ່ຳຂອງມຽນມາ ໃນນະຄອນຫຼວງເນປີດໍ ຂອງມຽນມາ, ວັນທີ 1 ກຸມພາ 2016.
ຜູ້ນຳເພື່ອປະຊາທິປະໄຕ ຂອງມຽນມາ ທ່ານນາງ Aung San Suu Kyi (ກາງ) ເດີນທາງໄປເຖິງ ບ່ອນເຂົ້າຮັບຕຳແໜ່ງ ໃນສະພາຕ່ຳຂອງມຽນມາ ໃນນະຄອນຫຼວງເນປີດໍ ຂອງມຽນມາ, ວັນທີ 1 ກຸມພາ 2016.

ມຽນມາ ໄດ້ເລີ່ມຕົ້ນສາກໃໝ່ ໃນປະຫວັດສາດຂອງປະເທດ
ຊາດ ໃນວັນຈັນມື້ນີ້ ໃນຂະນະທີ່ສະພາທີ່ໄດ້ຖືກເລືອກຕັ້ງ
ຢ່າງເປັນປະຊາທິປະໄຕ ໄດ້ເປີດກອງປະຊຸມຂອງຕົນ ເປັນ
ຄັ້ງທຳອິດ ອັນເປັນການສິ້ນສຸດ ການປົກຄອງແບບຜະເດັດ
ການຂອງທະຫານ ທີ່ຍາວນານເຖິງ ເຄິ່ງສັດຕະວັດ ຢ່າງ
ເປັນທາງການ.

ຜູ້ນຳເພື່ອປະຊາທິປະໄຕ ທ່ານນາງ Aung San Suu Kyi ເປັນ
ຜູ້ນຳພາບັນດາສະມາຊິກສະພາ ທີ່ຫາກໍໄດ້ຖືກເລືອກຂຶ້ນມາໃໝ່ໆ
ຈາກພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຫຼື NLD ຂອງ
ນາງ ໄດ້ເຂົ້າສູ່ ຫໍລັດຖະສະພາ ຢູ່ໃນນະຄອນຫຼວງເນປີດໍ ຊຶ່ງຍັງ
ຄົງມີຄວາມຮູ້ສຶກ ປິຕິຍິນດີນຳໄຊຊະນະ ຈາກການເລືອກຕັ້ງເມື່ອເດືອນພະຈິກທີ່ຜ່ານມາ.

ພັກ NLD ໄດ້ຄວ້າເອົາໄຊຊະນະຈາກພັກສຳພັນທະມິດ ແລະ ເພື່ອການພັດທະນາ ຫຼື
Union Solidarity and Development Party ທີ່ໜູນຫຼັງໂດຍທະຫານ ໂດຍໄດ້ຖືກ
ເລືອກໃຫ້ເປັນຜູ້ແທນ ໃນສະພາ ເຖິງ 80 ເປີເຊັນ ຂອງຈຳນວນບ່ອນນັ່ງທັງໝົດ ຢູ່ໃນ
ສອງສະພາ.

ນອກນັ້ນກອງປະຊຸມໃນຄັ້ງນີ້ ຍັງຈະນຳມາຊຶ່ງນາທີ ຂອງຄວາມເປັນຈິງ ທີ່ໄດ້ຖືກໂຈະ
ມາ ຕັ້ງແຕ່ ປີ 1990 ໃນເວລາທີ່ພວກທະຫານມຽນມາ ປະຕິເສດບໍ່ໃຫ້ພັກ NLD ເຂົ້າ
ກຳອຳນາດ ຫຼັງຈາກພັກນັ້ນ ໄດ້ຮັບໄຊຊະນະ ໃນການເລືອກຕັ້ງ ຢ່າງເປັນປະຊາທິປະໄຕ
ຢູ່ໃນມຽນມາ.

Myanmar Parliament
please wait
Embed

No media source currently available

0:00 0:01:45 0:00

XS
SM
MD
LG