ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກືອບ 400 ຄົນ ເສຍຊີວິດ ຍ້ອນຄວາມຮຸນແຮງ ໃນລັດຣາໄຄ ຂອງມຽນມາ


ອົບພະຍົບໂຣຮິງຢາ ຍ່າງຕາມຖະໜົນຂີ້ຕົມ ຫລັງຈາກເດີນ ທາງຂ້າມຊາຍແດນບັງກລາແດັສ-ມຽນມາ ມາຫາເມືອງ Teknaf, ຂອງບັງກລາແດັສໃນວັນ ທີ 1 ກັນຍາ 2017.
ອົບພະຍົບໂຣຮິງຢາ ຍ່າງຕາມຖະໜົນຂີ້ຕົມ ຫລັງຈາກເດີນ ທາງຂ້າມຊາຍແດນບັງກລາແດັສ-ມຽນມາ ມາຫາເມືອງ Teknaf, ຂອງບັງກລາແດັສໃນວັນ ທີ 1 ກັນຍາ 2017.

ບັນດາ​ເຈົ້າ​ໜ້າ​ທີ່​ທະຫານ​ກ່າວ​ວ່າ ປະມານ 400 ຄົນ​ໄດ້​ເສຍ​ຊີວິດ​ຍ້ອນ​ການກໍ່ ຄວາມ
​ຮຸນ​ແຮງ​ໃນລັດ ຣາ​ໄຄ ປະ​ເທ​ດມຽນມາ ​ໃນ​ອາທິດ​ທີ່​ຜ່ານ​ມານີ້ ​ຊຶ່ງ​ສ່ວນ​ໃຫຍ່​ແມ່ນ​
ພວກ​ກະບົດມຸສລິ​ມ.

ຢູ່​ໃນ​ໜ້າ Facebook ຂອງ​ທະຫານ​ ໄດ້​ລາຍ​ງານ​ວ່າ 370 ຄົນ ​ແມ່ນ​ພວກ​ກະບົດ ​
ແລະອີກ 29 ຄົນ​ທີ່​ຖືກ​ຂ້າ​ຕາຍນັ້ນ ​ແມ່ນ​ຕຳຫລວດ ຫລື​ ພົນລະ​ເຮືອນ.

ແຕ່​ຢ່າງ​ໃດ​ກໍ​ດີ, ບັນດາ​ສະມາຊິກ​ຂອງປະ​ຊາ​ຄົມມຸສລິ​ມຊາວໂຣຮິງ​ຢາ ຊຶ່ງ​ເປັນຊຸມ​ຊົນ
​ສ່ວນ​ນ້ອຍ ​ໄດ້​ລາຍ​ງານ​ວ່່າ ມີການ​ໂຈ​ມຕີໃສ່ໝູ່​ບ້ານ​ຂອງ​ເຂົາ​ເຈົ້າ ຊຶ່ງ​ເຮັດ​ໃຫ້​ຫລາຍ​
ຄົນ​ເສຍ​ຊີວິດ ​ແລະ​ບັງຄັບໃຫ້ຫລາຍ​ພັນ​ຄົນ​ຫລົບໜີ​ໄປ.

ຜູ້ຊາຍຄົນນຶ່ງ ທີ່ຫລົບໜີຈາກຄວາມຮຸນແຮງ ໃນລັດ Rakhine ທີ່ີເມືອງ Sittwe ຂອງ Myanmar ໃນວັນທີ 1 ເດືອນກັນຍາ, 2017.
ຜູ້ຊາຍຄົນນຶ່ງ ທີ່ຫລົບໜີຈາກຄວາມຮຸນແຮງ ໃນລັດ Rakhine ທີ່ີເມືອງ Sittwe ຂອງ Myanmar ໃນວັນທີ 1 ເດືອນກັນຍາ, 2017.

ອົງການ​ສິ້ງ​ຊອມ​ສິດທິ​ມະນຸດ​ກ່າວ​ໃນ​ວັນ​ເສົາ​ມື້​ນີ້​ວ່າ ຮູບພາບ​ຈາກ​ດາວ​ທຽມ ​ໄດ້​ບັນ
ທຶກໃນ​ວັນ​ພະຫັດ​ວານ​ນີ້ ຢູ່​ໃນໝູ່​ບ້ານ Chein Li ຂອງຊາວ​ໂຣຮິງ​ຢາທີ່​ເປັນ​ມຸສລິ​ມ
ຢູ່​ໃນ​ເມືອງ Rathedaung ສະ​ແດງ​ໃຫ້​ເຫັນ​ຄວາມ​ເພພັງ​ຂອງ​ຕຶກ 700 ຫລັງ. ກຸ່ມ​ສິດ
ທິ​ມະນຸດ​ກ່າວ​ວ່າ 99 ​ເປັນ​ເຊັນ​ຂອງ​ໝູ່​ບ້ານ​ໄດ້​ຖືກ​ທຳລາຍ ​ແລະສະ​ແດງ​ໃຫ້​ເຫັນ
​ຄວາມ​ວ່າ​ມີ​ໄຟ​ໄໝ້ຢ່າງ​ຕໍ່​ເນື່ອງ ຮວມທັງ​ເຫັນ​ບ່ອນ​ດ່າງ​ໄຟ​ໄໝ້​ໃຫຍ່ ​ແລະ​ຕົ້ນ​ໄມ້​ຖືກ​
ທຳລາຍ. ທ່ານ Phi Robertson ຮອງ​ຜູ້​ອຳນວຍາ​ການອົງ​ການສິ້ງ​ຊອມ​ສິດທິ​ມະນຸດ
​ ປະ​ຈໍາເອ​ເຊຍ​ກ່າວ​ວ່າ “ບໍ່ມີ​ແຕ້​ພຽງເທົ່າ​ນັ້ນ ອັນ​ນີ້​ແມ່ນເປັນພຽງ​ນຶ່ງ​ຂອງ​ຈຳນວນ
17 ​ແຫ່ງ​ທີ່​ພວກ​ເຮົາ​ພົບ​ເຫັນບ່ອນ​ທີ່​ເກີດໄຟໄໝ້ຂຶ້ນ.”

ຄອບຄົວຊາວຮິນດູ ເດີນທາງມາເຖິງຄ້າຍພັກ ນໍ້າເບີ 3 ທີ່ເປັນໂຮງຮຽນປະຖົມ ທາງພາກເໜືອ Myoma ຂອງເມືອງ Maungngdaw.
ຄອບຄົວຊາວຮິນດູ ເດີນທາງມາເຖິງຄ້າຍພັກ ນໍ້າເບີ 3 ທີ່ເປັນໂຮງຮຽນປະຖົມ ທາງພາກເໜືອ Myoma ຂອງເມືອງ Maungngdaw.

ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ​ຢ່າງ​ໜ້ອຍ 38,000 ຄົນ​ໄດ້​ຫລົບ​ໜີ​ຈາກ​ມຽນມາ
​ເຂົ້າ​ຟປ​ປະ​ເທດ​ບັງ​ກລາ​ແດັສ ຊຶ່ງສ່ວນ​ໃຫຍ່​ແມ່ນ​ຊາວ​ໂຣຮິງ​ຢາ. ບັນດາ​ຜູ້ນຳ​ປະຊາ
​ຄົມ​ໃນ​ບັງ​ກລາ​ແດັສ ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອວ່າ ຊາວ​ຮິນ​ດູ​ຈຳນວນ​ນຶ່ງ ຊຶ່ງ​ກໍ​ເປັນ​ຊຸມ​ຊົນ
​ສ່ວນ​ນ້ອຍ​ເຊັນ​ກັນ​ໃນ​ມຽນມາ​ກໍໄດ້​ພາກັນ​ຂ້າມ​ຊາຍ​ແດນ​ໄປ​ຄື​ກັນ.

ຄອບຄົວທີ່ຫລົບໜີໄພຄວາມຮຸນແຮງ ຢູ່ລັດ Rakhine ກຳລັງພັກພາອາໄສ ຢູ່ສູນອົບພະຍົບແຫ່ງນຶ່ງ.
ຄອບຄົວທີ່ຫລົບໜີໄພຄວາມຮຸນແຮງ ຢູ່ລັດ Rakhine ກຳລັງພັກພາອາໄສ ຢູ່ສູນອົບພະຍົບແຫ່ງນຶ່ງ.

ທ່ານ Robertson ກ່າວ​ວ່າ ຄະນະປະຕິບັດ​ງານ​ຊອກ​ຫາ​ຄວາມ​ຈິງຂອງ ອົງການ​ສະ
ຫະ​ປະຊາ​ດຄວນ​ໄດ້​ຮັບ “ການ​ຮ່ວມ​ມື​ຢ່າງ​ເຕັມສ່ວນ” ຈາກ​ລັດຖະບານ​ມຽນມາ “​ເພື່ອ
ປະຕິບັດ​ຕາມໜ້າທີ່​ຂອງ​ເຂົາ​ເຈົ້າ​ໃນ​ການ​ປະ​ເມີນ​ການ​ລະ​ເມີດ​ຕໍ່ສິດທິ​ມະນຸດ​ໃນ​ລັດ
ຣາ​ໄຄ ​ແລະ​ຊອກ​ຫາວິທີ​ທາງຢຸດຕິການ​ໂຈມ​ຕີ ​ແລະ​ຮັບປະກັນ​ວ່າໃຫ້​ມີ​ຄວາມ​ຮັບ
ຜິດຊອບຕໍ່ການ​ໂຈມ​ຕີນັ້ນ.”

ໝູ່ບ້ານຊາວ Rohingya Hla Tun ທີ່ຖືກເຜົາຜານ.
ໝູ່ບ້ານຊາວ Rohingya Hla Tun ທີ່ຖືກເຜົາຜານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Myanmar Rohingya
please wait
Embed

No media source currently available

0:00 0:02:06 0:00

XS
SM
MD
LG