ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ມຽນ​ມາ ສົ່ງ​ຜູ້​ຕາງ​ໜ້າ ​ໄປ​ຮ່ວມກອງ​ປະ​ຊຸມ ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສອາ​ຊຽນ ຢູ່​ຫຼວງ​ພະ​ບາງ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດອ​າ​ຊຽນ ແລະ​ເຈົ້າ​ໜ້າ​ທີ່ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ ຂອງ​ອາ​ຊຽນ​ທີ່​ຫຼວງ​ພະ​ບາງ ສ​ປ​ປ ລາວ (ວັນ​ທີ 29 ມັງ​ກອນ 2024)
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດອ​າ​ຊຽນ ແລະ​ເຈົ້າ​ໜ້າ​ທີ່ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ ຂອງ​ອາ​ຊຽນ​ທີ່​ຫຼວງ​ພະ​ບາງ ສ​ປ​ປ ລາວ (ວັນ​ທີ 29 ມັງ​ກອນ 2024)

ເຈົ້າ​ໜ້າ​ທີ່ອະ​ວຸ​ໂສ​ ​ຂອງ​ລັດ​ຖະ​ບານ​ທະ​ຫານ​ມຽນ​ມາ ​ໄປ​ຮ່ວມກອງ​ປະຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຂອງ​ບັນ​ດາ​ປະ​ຊາ​ຊາດ​ ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ຫຼື​ອາ​ຊຽນ ໃນ​ຖາ​ນະ​ຜູ້​ຕາງ​ໜ້າ​ທີ່​ບໍ່​ແມ່ນ​ການ​ເມືອງ ອີງ​ຕາມລາຍ​ງານ​ຂອງ​ອົງ​ການ​ຂ່າວ​ກຽວ​ໂດທີ່​ອ້າງແຫຼ່ງ​ຂ່າວ​ທາງ​ການ​ທູດ.

ເຈົ້າ​ໜ້າ​ທີ່​ອະ​ວຸໂສຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ມຽນ​ມາ​ໄປ​ຮ່ວມກອງ​ປະ​ຊຸມ​ຢູ່ນະ​ຄອນ​ຫຼວງ​ພະ​ບາງ ​ທີ່​ເລີ້ມ​ໃນ​ວັນ​ອາ​ທິດ​ ແລະມີ​ຂຶ້ນ​ກ່ອນ​ໜ້າ​ວັນ​ຄົບ​ຮອບ​ໃນ​ການ​ເຂົ້າ​ຢຶດ​ອຳ​ນາດ​ ຂອງ​ລັດ​ຖະ​ບານ​ທີ່​ຖືກ​ເລືອກ ​ແບບ​ປະ​ຊາ​ທິ​ປະ​ໄຕ ຂອງ​ທ່ານ​ນາງ​ອອງ​ຊານ ຊູ​ຈີ ໃນ​ວັນ​ທີ 1 ກຸມ​ພາ 2021.

ມຽນ​ມາ ​ບໍ່​ໄດ້​ໄປ​ຮ່ວມກອງ​ປະ​ຊຸມລະ​ດັບ​ລັດ​ຖະ​ມົນ​ຕີ​ ນັບ​ແຕ່​ສະ​ມາ​ຊິກ​ຂອງອາ​ຊ່ຽນໄດ້​ຕັດ​ສິນ​ໃຈ​ ໃນ​ເດືອນ​ຕຸ​ລາປີ 2021 ໂດຍ​ອະ​ນຸ​ຍາດ​ໃຫ້​ແຕ່​ຜູ້​ຕາງ​ໜ້າ​ທີ່​ບໍ່​ແມ່ນ​ການ​ເມືອງໄປ​ຮ່ວມ​.

ປີນີ້ ລາວ ເປັນ​ປະ​ທານ​ວຽນ​ຂອງ​ອາ​ຊຽນ ຍິນ​ດີ​ທີ່​ຈະ​ໃຫ້​ລັດ​ຖະ​ບານ​ທະ​ຫານ​ມີ​ສ່ວນ​ພົວ​ພັນນຳ. ລັດ​ຖະ​ບານ​ທະ​ຫານ​ໄດ້​ພະ​ຍາ​ຍາມ ​ທີ່​ຈະ​ສົ່ງ​ເຈົ້າ​ໜ້າ​ທີ່​ໃນ​ລະ​ດັບ​ສູງກວ່ານີ້ໄປຮ່ວມ ແຕ່​ແຜນ​ການ​ດັ່ງ​ກ່າວ ​ໄດ້​ຖື​ກ​ປະ​ຕິ​ເສດ ​ໂດຍ​ບັນ​ດາ​ສະ​ມາ​ຊິກ​ຂອງ​ອາ​ຊຽນ.

ອຳ​ນາດ​ການ​ປົກ​ຄອງ​ທະ​ຫານ ​ໄດ້​ທຳ​ການ​ກົດ​ຂີ່​ຢ່າງ​ຮຸນ​ແຮງ ຕໍ່​ພວກ​ປະ​ທ້ວງ​ນິ​ຍົມ​ປະ​ຊາ​ທິ​ປະ​ໄຕ ແຕ່​ການ​ລູ້​ລົບ​ ລະ​ຫວ່າງ​ອຳ​ນາດ​ການ​ປົກ​ຄອງ​ທະ​ຫານ ​ແລະ​ຊົນກຸ່ມ​ນ້ອຍ​ເຜົ່າ​ຕ່າງໆ ​ໄດ້​ເພີ້ມ​ທະ​ວີ​ຄວາມ​ຮຸນ​ແຮງຂຶ້ນ​ ນັບ​ແຕ່​ເດືອນ​ຕຸ​ລາ​ເປັນ​ຕົ້​ນ​ມາ.

Kyodo/AP/AFP

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG