ເຈົ້າໜ້າທີ່ຂອງມຽນມາ ກ່າວວ່າ ພວກເຂົ້າເຈົ້າໄດ້ຈັບກຸມຢ່າງນ້ອຍ
362 ຄົນ ຫຼັງຈາກທີ່ໄດ້ເກີດຄວາມຮຸນແຮງ ທາງສາສະໜາ ໃນ
ເມືອງ Mandalay ທີ່ໄດ້ສັງຫານ 2 ຄົນ ແລະບາດເຈັບຫຼາຍກວ່າ
ສິບຄົນໃນສັບປະດາທີ່ແລ້ວນີ້.
ຕຳຫຼວດໃນເມືອງ Mandalay ທີ່ຕັ້ງຢູ່ໃນເຂດພາກກາງຂອງ
ປະເທດ ກ່າວໃນວັນຈັນວານນີ້ ສ່ວນໃຫຍ່ຂອງພວກທີ່ຖືກຈັບກຸມ
ແມ່ນພວກທີ່ລະເມີດການສັ່ງຫ້າມອອກນອກເຮືອນ ໃນຍາມວິ
ການເພື່ອເຮັດໃຫ້ຄວາມຮຸນແຮງຫລຸດລົງ. ພວກເຂົາເຈົ້າກ່າວ
ເພີ່ມຕື່ມວ່າມີຫຼາຍກວ່າ 100 ຄົນ ໄດ້ຖືກປ່ອຍພ້ອມກັບການເຕືອນເຫຼົ່ານີ້.
ແຕ່ວ່າ ຫົວໜ້າຕຳຫຼວດ Mandalay ທ່ານ Zaw Min Oo ໄດ້ບອກກັບ VOA ພະແນກ
ພາສາມຽນມາ ວ່າ ຕຳຫຼວດຍັງຊອກຫາພວກທີ່ຕ້ອງສົງໄສຕື່ມອີກ ທີ່ໄດ້ພົວພັນກັບການສັງຫານນີ້.
ຄວາມຮຸນແຮງໄດ້ເລີ່ມຂຶ້ນໃນວັນອັງຄານອາທິດແລ້ວ ເວລາພະສົງສາສະໜາພຸດປະມານ 300 ຮູບ ໄດ້ເຂົ້າບຸກຮ້ານນ້ຳຊາ ທີ່ມີຊາວມຸສລິມເປັນເຈົ້າຂອງ ທີ່ຖືກກ່າວຫາວ່າ ຂົ່ມຂືນ
ສຳເລົາ ແມ່ຍິງຊາວພຸດ.
ປະທານາທິບໍດີມຽນມາ ທ່ານ Thein Sein ກ່າວໃນວັນອັງຄານມື້ນີ້ວ່າ ໄດ້ເຕືອນວ່າ ລັດຖະບານຂອງຕົນຈະບໍ່ຍອມປ່ອຍໃຫ້ມີການກໍ່ຄວາມຮຸນແຮງ ອີກຕໍ່ໄປແລ້ວ.
ທ່ານ Thein Sein ກ່າວວ່າ: “ພວກທີ່ເຂົ້າໄປພົວພັນ ໃນຄວາມຮຸນແຮງນີ້ ແລະພວກທີ່ໄດ້ຍຸຍົງສົ່ງເສີມໃຫ້ມີການກໍ່ຄວາມຮຸນແຮງ ຈະມີການສືບສວນສອບສວນຢ່າງລະອຽດ ແລະຈະມີການເອົາບາດກ້າວທີ່ຈິງຈັງ ຕໍ່ພວກເຂົາເຫຼົ່ານີ້. ຂ້າພະເຈົ້າກ່າວຢ້ຳວ່າ ລັດຖະບານຈະບໍ່ຍອມ ປ່ອຍໃຫ້ ມີການຍຸຍົງໃຫ້ເກີດຄວາມຮຸນແຮງ ແລະການກະທຳທີ່ບໍ່ເປັນການທຳລາຍ ແລະຈະ ເພື່ອເປັນການລົງໂທດໃນທັນທີ.”