ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ປົກ​ຄອງ​ ມຽນ​ມາ ​ປ່​ອຍ​ຕົວ​ນັກ​ໂທດ​ ຫລາຍກວ່າ 3,000 ຄົນ ເນື່ອງໃນ​ວັນ​ບຸນປີ​ໃໝ່


​ພວກ​ນັກ​ໂທດ​ທີ່​ຖືກ​ປ່ອຍ​ຕົວ​ອອກ​ຈາກ​ຄຸກ Insein ໄດ້​ຖືກ​ຕ້ອນ​ຮັບ​ໂດຍ​ເພື່ອນ​ຮ່ວມ​ງານ ແລະ​ ຄອ​ບ​ຄົວ​ຂອງ​ເຂົາ​ເຈົ້າ ໃນ​ນ​ະ​ຄອນ​ຢ່າງ​ກຸ້ງ ຂອງ​ມຽນ​ມາ, ວັນ​ທີ 17 ເມ​ສາ, 2023
​ພວກ​ນັກ​ໂທດ​ທີ່​ຖືກ​ປ່ອຍ​ຕົວ​ອອກ​ຈາກ​ຄຸກ Insein ໄດ້​ຖືກ​ຕ້ອນ​ຮັບ​ໂດຍ​ເພື່ອນ​ຮ່ວມ​ງານ ແລະ​ ຄອ​ບ​ຄົວ​ຂອງ​ເຂົາ​ເຈົ້າ ໃນ​ນ​ະ​ຄອນ​ຢ່າງ​ກຸ້ງ ຂອງ​ມຽນ​ມາ, ວັນ​ທີ 17 ເມ​ສາ, 2023

ລັດຖະບານທະຫານມຽນມາ ໄດ້ໃຫ້ອະໄພຍະໂທດ ແກ່ນັກໂທດຫຼາຍກວ່າ 3,000 ຄົນ ເພື່ອເປັນການລະນຶກເຖິງວັນບຸນປີໃໝ່ຕາມປະເພນີ, ແຕ່ຍັງບໍ່ທັນ ເປັນທີ່ຈະແຈ້ງເທື່ອວ່າ ຜູ້ທີ່ຖືກປ່ອຍຕົວນັ້ນ ລວມເຖິງຜູ້ຖືກຄຸມຂັງຍ້ອນການ ເມືອງຫຼາຍພັນຄົນຫຼືບໍ່. ໂທລະພາບ​ລັດ​ຖະ​ບານລາຍ​ງານ​ວ່າ ສະພາ​ບໍລິຫານ​ແຫ່ງ​ລັດ ຊຶ່ງ​ເປັນອົງການ​ປົກຄອງ​ທີ່​ສ້າງຂຶ້ນໂດຍ​ທະຫານ​ ໄດ້​ໃຫ້​ອະ​ໄພ​ຍະ​ໂທດແກ່​ນັກ​ໂທດ 3,113 ຄົນ, ​ໃນ​ນັ້ນ​ມີ​ຄົນ​ຕ່າງປະ​ເທດ 98 ຄົນ​ທີ່​ຈະ​ຖືກ​ເນລະ​ເທດ. ການປ່ອຍນັກໂທດຈໍານວນຫຼວງຫຼາຍ ແມ່ນເປັນເລື່ອງປົກກະຕິ ໃນວັນບຸນທີ່ສໍາຄັນ. ຜູ້​ຖືກ​ຄຸມ​ຂັງ​ທາງ​ການ​ເມືອງ​ປະມານ 17,460 ຄົນ, ລວມທັງ​ອະດີດ​ຜູ້​ນໍາ​ພົນລະ​ເຮືອນ​ຂອງ​ມຽນມາ ທ່ານ​ນາງ ອອງ​ຊານ ຊູ​ຈີ ​ແມ່ນ​ເຊື່ອ​ກັນ​ວ່າ​ຈ​ະຖືກ​ກັກ​ຂັງຢູ່, ອີງ​ຕາມ​ອົງ​ການ​ຂ່າວ​ເອ​ພີ (AP)

ເຈົ້າ​ໜ້າ​ທີ່​ຈາກ​ຄຸກອິນ​ເຊນຂອງ​ນະ​ຄອນ​ຢ່າງ​ກຸ້ງ ​ທີ່​ກ່າວ​ໂດຍບໍ່​ປະ​ສົງອອກນາມ​ຍ້ອນ​ວ່າ​ລາວ​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ເປີດ​ເຜີຍ​ຂໍ້​ມູນ, ກ່າວ​ວ່າ​ຈຳ​ນວນ ແລະ​ຊື່​ຂອງ​ຜູ້​ທີ່​ຈະ​ໄດ້​ຮັບ​ການ​ປ່ອຍ​ຕົວ ​ອອກ​ຈາກ​ຄຸກ​ໃຫຍ່​ທີ່​ສຸດ​ຂອງ​ປະ​ເທດ​ແມ່ນ​ຍັງ​ບໍ່ທັນຮູ້ເທື່ອ. ການ​ປ່ອຍ​ຕົວ​ນັກ​ໂທດດັ່ງ​ກ່າວ​ຄາດ​ວ່າ ​ຈະ​ເລີ່ມ​ຕົ້ນຂຶ້ນ​ໃນ​ວັນ​ຈັນ ມື້ນີ້.

ມຽນມາ​ໄດ້​ຕົກ​ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ທະຫານ​ນັບ​ແຕ່​ປີ 2021, ​ເມື່ອ​ກອງ ທັບ​ຂອງ​ປະ​ເທດນັ້ນ​ ໄດ້​ຂັບ​ໄລ່​ລັດຖະບານ​ທີ່​ໄດ້​ຮັບ​ການເລືອກ​ຕັ້ງ​ຂອງ​ທ່ານ​ນາງ​ຊູ​ຈີ. ການ​ຍຶດ​ຄອງອຳ​ນາດ​ໄດ້​ປະ​ເຊີນ​ກັບ​ການ​ຕໍ່ຕ້ານ​ແບບບໍ່​ໃຊ້​ຄວາມ​ຮຸນ​ແຮງຢ່າງ​ໃຫຍ່​ຫລວງ, ຊຶ່ງ​ນັບ​ຕັ້ງ​ແຕ່​ນັ້ນມາ​ໄດ້​ກາຍ​ເປັນ​ການ​ຕໍ່ສູ້​ທີ່​ມີ​ການ​ປະ​ກອບ​ອາວຸດ​ທີ່​ແຜ່​ລາມໄປ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG