ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳ​ລັງ​ປະ​ກອບ​ອາ​ວຸດ ໃນ​ມຽນ​ມາ ​ເຂົ້າຢຶດ​ດ່ານ​ຊາຍ​ແດນ ຈີນ ແລະ​ມຽນ​ມາ


​ຄວັນ​ກຳ​ລັງ​ພຸ່ງ​ຂຶ້ນ ຂະ​ນະ​ທີ່​ໄຟ​ໄໝ້​ລົດ​ບັນ​ທຸກ ໃກ້​ຊາຍ​ແດນ​ມຽນ​ມາ ກັບ​ຈີນ ຢູ່​ເຂດ​ເມືອງ​ມູ​ເຊ ໃນ​ຮູບ​ພາບ​ຈາກ​​ວີ​ດີ​ໂອ ທີ່​ລົງ​ໃນສື່​ສັງ​ຄົມ ເມື່ອ​ວັນ​ທີ 23 ພະ​ຈ​ິກ 2023.
​ຄວັນ​ກຳ​ລັງ​ພຸ່ງ​ຂຶ້ນ ຂະ​ນະ​ທີ່​ໄຟ​ໄໝ້​ລົດ​ບັນ​ທຸກ ໃກ້​ຊາຍ​ແດນ​ມຽນ​ມາ ກັບ​ຈີນ ຢູ່​ເຂດ​ເມືອງ​ມູ​ເຊ ໃນ​ຮູບ​ພາບ​ຈາກ​​ວີ​ດີ​ໂອ ທີ່​ລົງ​ໃນສື່​ສັງ​ຄົມ ເມື່ອ​ວັນ​ທີ 23 ພະ​ຈ​ິກ 2023.

ກຳ​ລັງ​ປະ​ກອບ​ອາ​ວຸດ​ຂອງຊົນກຸ່ມ​ນ້ອຍ​ກຸ່ມ​ນຶ່ງ​ໃນ​ມຽນ​ມາ​ໄດ້​ເຂົ້າ​ຄວບ​ຄຸມ​ດ່ານ​ຂ້າມ​ຊາຍ​ແດນ ​ທີ່​ມີ​ກຳ​ໄລ​ງາມ​ຕິດ​ກັບ​ຈີນ​ ຈາກ​ລັດ​ຖະ​ບານ​ທະ​ຫານທີ່​ປົກ​ຄອງ​ປົກ​ຄອງ​ປະ​ເທດ ສື່ມວນ​ຊົນ​ໃນ​ທ້ອງ​ຖິ່ນ​ແລະ​ແຫຼ່ງ​ຂ່າວ​ດ້ານ​ຄວາມ​ໝັ້ນ​ຄົງ​ລາຍ​ງານ​ໃນ​ວັນ​ອາ​ທິດມື້ນີ້ ອີງ​ຕາມ​ອົງ​ການ​ຂ່າວເອ​ແອັ​ຟ​ພີ.

ການ​ປະ​ທະ​ກັນ​ໄດ້​ເກີດ​ຂຶ້ນ​ຢູ່​ໃນ​ທົ່ວ​ລັດ​ສານ ​ທີ່​ຕັ້ງ​ຢູ່​ທາງ​ພາກ​ເໜືອ​ຂອງ​ປະ​ເທດ ຕິດ​ກັບ​ຊາຍ​ແດນ​ຈີນ ຫຼັງ​ຈາກ​ກຳ​ລັງ​ປະ​ກອບ​ອາ​ວຸດ ​ທີ່​ເປັນ​ພັນ​ທະ​ມິດ ​ຂອງ 3 ຊົນ​ກຸ່ມ​ນ້ອຍ ໄດ້​ເປີດ​ສາກ​ບຸກ​ໂຈມ​ຕີ​ພວກ​ທະ​ຫານ ໃນ​ເດືອນ​ຕຸ​ລາ​ຜ່ານ​ມາ.

ກຸ່ມ​ພັນ​ທະ​ມິດ​ທັງ​ສາມ​ໄດ້​ເຂົ້າ​ຢຶດ​ທີ່​ຕັ້ງ​ທາງ​ທະ​ຫານ​ຫຼາຍ​ແຫ່ງ​ແລະ​ຫົວ​ເມືອງ​ສຳ​ຄັນ​ແຫ່ງ​ນຶ່ງ​ເພື່ອ​ຄ້າ​ຂາຍ​ກັບ​ຈີນ ຊຶ່ງ​ໄດ້​ເຮັດ​ໃຫ້​ເກີດ​ການ​ຕິດ​ຄັດ​ຕໍ່​ເສັ້ນ​ທາງ​ການ​ຄ້າ​ສຳ​ລັບ​ພວກ​ທະ​ຫານ​ທີ່​ຕ້ອງ​ການ​ເງິນ​.

ການ​ບຸກ​ໂຈມ​ຕີ​ໂດຍກອງ​ທັບ​ພັນ​ທະ​ມິດ​ປະ​ຊາ​ທິ​ປະ​ໄຕ​ແຫ່ງ​ຊາດ​ມຽນ​ມາ ທີ່​ເອີ້ນ​ຫຍໍ້​ວ່າ MNDAA ຊຶ່​ງ​ເປັນ​ນຶ່ງ​ໃນ 3 ພັນ​ທະ​ມິດໄດ້​ເຂົ້າ​ຢຶດ​ເອົາ​ເມືອງ​ດ່ານ​ຊາຍ​ແດນ ກິນ​ຊານ​ຈໍ (Kyin San Kyawt) ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ກາ​ນ​ຂ່າວ​ຢູ່​ໃນ​ທ້ອງ​ຖິ່ນ ທີ່​ເປັນ​ເຄືອ​ຂ່າຍ​ຂອງ​ກຸ່ມ​ດັ່ງ​ກ່າວ.

“ກຸ່ມ MNDAA ຍັງ​ໄດ້​ລາຍ​ງານ​ວ່າ ຕົນ​ໄດ້​ເຂົ້າ​ຢຶດ​ເອົາ​ດ່ານ​ຂ້າມ​ຊາຍ​ແດນ​ອີກ​ແຫ່ງ​ນຶ່ງ ທີ່​ເອີ້ນ​ວ່າກິນ​ຊານ​ຈໍ ຢູ່​ໃນ​ເຂດ​ມົງ​ໂກ (Mongo) ເມືອງ​ມູ​ເຊ (Muse) ​ໃນ​ຕອນ​ເຊົ້າ​ນີ້” ອົງ​ການ​ຂ່າວ​ໂກ​ກັງ ລາຍ​ງານ​ໃນ​ວັນ​ອາ​ທິດ.

ອົງ​ການ​ຂ່າວນີ້​ຍັງ​ແຈ້ງວ່າ ກຸ່ມ​ພັນ​ທະ​ມິດຊຶ່ງ​ຮວມ​ທັງ​ກອງ​ທັບ​ອາ​ຣາ​ຄານ (AA) ແລະ​ກອງ​ທັບ​ປົດ​ປ່ອຍ​ແຫ່ງ​ຊາດ​ຕາ​ອາງ (TNLA) ໄດ້​ເຂົ້າ​ຄວບ​ຄຸມ​ທີ່​ຕັ້ງ​ອີກ​ຫຼາຍ​ແຫ່ງ​ ໃນ​ເຂດ​ການ​ຄ້າ​ຊາຍ​ແດນ ຫຼັງ​ຈາກ​ການ​ບຸກ​ໂຈມ​ຕີ​ທີ່​ໄດ້​ເລີ້ມ​ຂຶ້ນ​ໃນ​ມື້​ວັນ​ສຸກ​ແລ້ວນີ້​ເປັນ​ຕົ້ນ​ມາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG