ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມຽນມາ ປະກາດກູ້ໄພ ປະຊາຊົນຂອງຕົນ ທີ່ຕົກເປັນ ຂ້າທາດຫາປາ ຢູ່ອິນໂດເນເຊຍ


ແຜນທີ່ ປະເທດ ມຽນມາ
ແຜນທີ່ ປະເທດ ມຽນມາ

ມຽນມາກ່າວ​ວ່າ ປະຊາຊົນຂອງ​ຕົນ​ຫລາຍ​ຄົນ ​ໄດ້​ຖືກ​ຊ່ວຍ
ອອກມາໄດ້ ຫລັງ​ຈາກມີ​ການ​ກ່າວ​ຫາວ່າໄດ້ຕົກ​ເປັນ​ຂ້າທາດ
ຢູ່​ທີ່​ເກາະ Benjina ຊຶ່ງເປັນເກາະ ທີ່​ສອກຫລີກ​ຫ່າງໄກຂອງ
ອິນ​ໂດ​ເນ​ເຊຍ.

ທ່ານ Lwin Oo ​ເຈົ້າ​ໜ້າ​ທີ່​ສະຖານທູດ​ມຽນມາ ​ໃນ​ນະຄອນ
Jakarta ກ່າວ​ຕໍ່ ວີ​ໂອ​ເອ ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ຊາວມຽນມາ
174 ຄົນ​ ໄດ້​ຖືກ​ພົບ​ເຫັນ​ຫວ່າງ​ບໍ່​ເທົ່າໃດ​ມື້ທີ່​ຜ່ານ​ມາ. ທ່ານ​
ກ່າວ​ເພີ້​ມ​ເຕີ​ມອີກ​ວ່າ ອີກ 455 ຄົນ​ກຳລັງ​ຖືກ​ສົ່ງ​ໄປ​ເກາະ​ທີ່
ຢູ່​ໃກ້ໆ​ນັ້ນ​ເພື່ອ​ເຮັດເອກກະສານ.

ທ່ານ​ກ່າວ​ຕື່​ມ​ວ່າ ຄະນະ​ຜູ້ຕາງໜ້າ​ມຽນມາ ຮວມທັງ​ເຈົ້າ​ໜ້າ​ທີ່​ຕ້ານ​ການ​ຄ້າ​ມະນຸ​ດ ຈະ​
ທຳ​ການ​ພິສູດກ່ຽວກັບເລື້ອງສັນຊາດ​ຂອງ​ພວກ​ຄົນເຂົ້າເມືອງຈຸນີ້ ​ແລະ​ການກ່າວ​ອ້າງ​
ຂອງ​ເຂົາ​ເຈົ້າ​ວ່າ​ໄດ້ຕົກເປັນ​ຂ້າ​ທາດແລະເງິນຊົດເຊີຍ​ເປັນ​ເວລາ​ຫລາຍ​ປີ​ທີ່​ບໍ່​ໄດ້​ຮັບ​ຄ່າ
ຈ້າງ​ແຮງ​ງານ.

​ເກາະ Benjina ​ໄດ້​ເປັນເປົ້າ​ໝາຍ​ຂອງ​ການ​ສອບ​ສວນ​ພິ​ເສດ ໂດຍອົງການ​ຂ່າວເອພີ ທີ່​
ໄດ້​ລາຍ​ງານ​ໃນ​ອາທິດ​ແລ້ວ​ນີ້​ວ່າ ຜູ້ຊາຍຫລາຍ​ຮ້ອຍຄົນໄດ້​ມາ​ຈາກ​ມຽນມາ ແລະໄດ້​ຕົກ
​ຄ້າງຢູ່​ທີ່ເກາະດັ່ງກ່າວ.

ຫລັງ​ຈາກ​ລາຍ​ງານນີ້ແລ້ວ ບັນດາ​ເຈົ້າ​ໜ້າ​ອິນ​ໂດ​ເນ​ເຊຍ ​ໄດ້​ປະກາດ​ວ່າ ​ເຂົາ​ເຈົ້າ​ພົບ​ເຫັນ
ພວກຄົນ​ຫາ​ປາ ທີ່​ຕົກເປັນ​ຂ້າ​ທາດ 550 ຄົນ​ຢູ່ທີ່ເກາະດັ່ງກ່າວ. ອົງການຈັດຕັ້ງສາກົນ
ເພື່ອການເຄື່ອນຍ້າຍຂອງປະຊາກອນ ຫລື IOM ກຳລັງ​ປະຕິບັດ​ງານ​ກັບລັດຖະບານ​ອິນ
​ໂດ​ເນ​ເຊຍ​ແລະ​ບັນດາສະ​ຖານ​ທູດ​ຕ່າງປະ​ເທດ​ ​ເພື່ອ​ໃຫ້ການ​ສະໜັບສະໜູນທາງ​ດ້ານ​
ກົດໝາຍ ໃນຄະດີຕໍ່ບໍລິສັດ​ຫາ​ປາ ທີ່ເປັນ ຈຸດສູນ​ກາງຂອງ​ການ​ກ່າວ​ຫານີ້.

XS
SM
MD
LG