ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເອກອັກຄະລັດຖະທູດ ມຽນມາ ປະຈໍາປະເທດຈີນ ໄດ້ເສຍເສຍຊີວິດ ກະ​ທັນ​ຫັນ ໃນວັນອາທິດວານນີ້


ຜູ້ຊາຍຄົນນຶ່ງ ຍ່າງຜ່ານເຈົ້າໜ້າທີ່ໃນເຄື່ອງແບບຕໍາຫຼວດທະຫານ ທີ່ເຝົ້າຍາມຢູ່ດ້ານນອກສະຖານທູດມຽນມາ ໃນນະຄອນຫຼວງປັກກິ່ງ, ປະເທດຈີນ, ເມື່ອວັນທີ 8 ສິງຫາ 2022.
ຜູ້ຊາຍຄົນນຶ່ງ ຍ່າງຜ່ານເຈົ້າໜ້າທີ່ໃນເຄື່ອງແບບຕໍາຫຼວດທະຫານ ທີ່ເຝົ້າຍາມຢູ່ດ້ານນອກສະຖານທູດມຽນມາ ໃນນະຄອນຫຼວງປັກກິ່ງ, ປະເທດຈີນ, ເມື່ອວັນທີ 8 ສິງຫາ 2022.

ເອກອັກຄະລັດຖະທູດມຽນມາ ປະຈໍາປະເທດຈີນ ໄດ້ເຖິງແກ່ມໍລະນະກໍາແບບກະທັນຫັນໃນວັນອາທິດວານນີ້ ຢູ່ທີ່ເມືອງຄຸນມິງ ທາງພາກຕາເວັນຕົກສຽງໃຕ້ຂອງປະເທດຈີນ, ອີງຕາມລາຍງານຂ່າວການເສຍຊີວິດ ຈາກແຫຼ່ງຂ່າວຂອງລັດຖະບານມຽນມາ ແລະແຫຼ່ງຂ່າວທາງການທູດ ໃນນະຄອນຫຼວງປັກກິ່ງ, ອີງຕາມອົງການຂ່າວຣອຍເຕີສ໌.

ລາຍງານຂ່າວການເສຍຊີວິດຂອງເອກອັກຄະລັດຖະທູດ ຢູ ມຽວ ທັນທ໌ ເປ (U Myo Thant Pe) ໃນໜັງສືພິມຂອງລັດຖະບານໃນວັນຈັນມື້ນີ້ ໂດຍກະຊວງການຕ່າງປະເທດມຽນມາ ບໍ່ໄດ້ລະບຸເຖິງສາເຫດຂອງການເສຍຊີວິດແຕ່ຢ່າງໃດ.

ນັກການທູດຢູ່ໃນນະຄອນຫຼວງປັກກິ່ງ ແລະໜັງ​ສື​ພິມ​ພາ​ສາ​ຈີນຂອງມຽນມາ ກ່າວວ່າ ສາເຫດຂອງການເສຍຊີວິດ ມີ​ທ່າ​ທາງວ່າ​ເປັນອາການຫົວໃຈວາຍ.

ອີງຕາມລາຍງານຂ່າວທ້ອງຖິ່ນກ່າວວ່າ ມີການພົບເຫັນ ທ່ານເອກອັກຄະລັດຖະທູດ ຢູ ມຽວ ທັນທ໌ ເປ ໃນການປະຊຸມຂອງເຈົ້າໜ້າທີ່ທ້ອງຖິ່ນໃນວັນເສົາແລ້ວນີ້ ຢູ່ແຂວງຢຸນນານ ທາງ​ພາກຕາເວັນຕົກສຽງໃຕ້ຂອງຈີນ, ເຊິ່ງມີຊາຍແດນຕິດກັບປະເທດມຽນມາ.

ສະຖານທູດມຽນມາປະຈໍາປະເທດຈີນ ບໍ່ໄດ້ໃຫ້ຄວາມຄິດເຫັນໃດໆໃນທັນທີຕໍ່ຄໍາຮ້ອງຂໍດັ່ງກ່າວ.

ທ່ານຢູ ມຽວ ທັນທ໌ ເປ ໄດ້ຖືກແຕ່ງຕັ້ງໃຫ້ເປັນເອກອັກຄະລັດຖະທູດປະຈໍາປະເທດຈີນໃນປີ 2019 ແລະຍັງຄົງດໍາລົງຕໍາແໜ່ງຂອງທ່ານຕໍ່ລຸນຫຼັງທີ່ລັດຖະບານທະ ຫານມຽນມາໄດ້ກໍ່ລັດຖະປະຫານຢຶດອໍານາດໃນເດືອນກຸມພາ ປີ 2021.

ທ່ານເປັນເອກອັກຄະລັດຖະທູດຄົນທີ 4 ທີ່ເສຍຊີວິດຢູ່ໃນປະເທດຈີນໃນຮອບປີທີ່ຜ່ານມາ.

ເອກອັກຄະລັດຖະທູດເຢຍຣະມັນ ທ່ານແຈນ ເຮັກເກີ້ (Jan Hecker), ອາຍຸ 54 ປີ, ເສຍຊີວິດໃນເດືອນກັນຍາ, ບໍ່​ຮອດສອງອາທິດ ​ຫຼັງ​ຈາກ​ເຂົ້າດໍາລົງຕໍາ ແໜ່ງຂອງທ່ານ ຢູ່ໃນນະຄອນຫຼວງປັກກິ່ງ.

ເອກອັກຄະລັດຖະທູດຢູເຄຣນ ທ່ານເຊີຮີ ແຄມມີເຊັບ (Serhiy Kamyshev), ອາຍຸ 65 ປີ, ເສຍຊີວິດໃນເດືອນກຸມພາ ໃນລະຫວ່າງ ຫຼື ບໍ່ດົນລຸນຫຼັງການ​ໄປຢ້ຽມຢາມສະຖານທີ່ຈັດກິລາໂອລິມປິກລະດູໜາວ.

ເອກອັກຄະລັດຖະທູດຟີລິບປິນ ທ່ານໂຮ​ເຊ ຊານຕິອາໂກ “ຊິໂຕ” ສຕາ ໂຣມານາ (Jose Santiago “Chito” Sta. Romana), ອາຍຸ 74 ປີ, ເສຍຊີວິດໃນລະຫວ່າງການກັກໂຕ ຢູ່ໃນແຂວງອັນຫຸຍ (Anhui) ທາງພາກຕາເວັນອອກຂອງຈີນ ໃນເດືອນເມສາທີ່ຜ່ານມາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG