ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເອກອັກຄະລັດຖະທູດມຽນມາ ປະຈຳອັງກິດ ຖືກອັດປະຕູຕັນ ບໍ່ໃຫ້ເຂົ້າໄປໃນຫ້ອງການຂອງທ່ານ


ເອກອັກຄະລັດຖະທູດມຽນມາ ປະຈຳປະເທດອັງກິດ ທ່ານຈໍ ວາ ມິນ ກ່າວຕໍ່ບັນດາສື່ມວນຊົນ ຢູ່ນອກສະຖານທູດມຽນນມາ ໃນນະຄອນຫຼວງລອນດອນ ເມື່ອວັນທີ 8 ເມສາ 2021.
ເອກອັກຄະລັດຖະທູດມຽນມາ ປະຈຳປະເທດອັງກິດ ທ່ານຈໍ ວາ ມິນ ກ່າວຕໍ່ບັນດາສື່ມວນຊົນ ຢູ່ນອກສະຖານທູດມຽນນມາ ໃນນະຄອນຫຼວງລອນດອນ ເມື່ອວັນທີ 8 ເມສາ 2021.

ເອກອັກຄະລັດຖະທູດມຽນມາປະຈຳອັງກິດ ໄດ້ຖືກອັດປະຕູຕັນບໍ່ໃຫ້ເຂົ້າໄປໃນ ຫ້ອງການຂອງທ່ານໃນນະຄອນຫຼວງລອນດອນ ຍ້ອນໃຫ້ການສະໜັບສະໜູນ ຜູ້ນໍາທີ່ຖືກຂັບໄລ່ ທ່ານນາງອອງ ຊານ ຊູ ຈີ.

ທ່ານຈໍ ວາ ມິນ ກ່າວຕໍ່ບັນດານັກຂ່າວວ່າ ທ່ານໄດ້ຖືກອັດປະຕິຕັນບໍ່ເຂົ້າໄປ ໃນສະຖານທູດເມື່ອວັນພຸດທີ່ຜ່ານມາ ພາຍໃຕ້ຄຳສັ່ງຈາກທະຫານຂອງມຽນມາ.

ຢູ່ໃນຖະແຫຼງການອ່ານຕາງໜ້າທ່ານໃນວັນພະຫັດວານນີ້ ຢູ່ຕໍ່ໜ້າຕຶກສະຖານ ທູດນັ້ນ ທ່ານຈໍ ວາ ມິນ ກ່າວວ່າ ບັນດາພະນັກງານສະຖານທູດ “ໄດ້ຖືກຂົ່ມຂູ່ ຈະຖືກລົງໂທດຢ່າງໜັກ”
ຖ້າຫາກເຂົາເຈົ້າປະຕິເສດ ບໍ່ເຮັດວຽກການທູດ ທີ່ຈົງຮັກພັກດີຕໍ່ລັດຖະບານທະຫານ.

ລັດຖະມົນຕີຕ່າງປະເທດອັງກິດ ທ່ານໂດມີນິກ ແຣບ ໃນການສົ່ງຂໍ້ຄວາມທາງທວິດເຕີ້
ໃນວັນພະຫັດວານນີ້ ໄດ້ປະນາມການເອົາບາດກ້າວຂົ່ມຂູ່ ຂອງ ອຳນາດການປົກຄອງ
ທະຫານມຽນມາ” ໃນຂະນະທີ່ຍ້ອງຍໍຄວາມກ້າຫານຂອງ ທ່ານຈໍ ວາ ມິນ.

ເຫດການນີ້ ເກີດຂຶ້ນນຶ່ງມື້ຫຼັງຈາກກຳລັງຮັກສາຄວາມປອດໄພມຽນມາ ໄດ້ສັງ ຫານພົນລະເຮືອນຢ່າງໜ້ອຍ 11 ຄົນ ແລະໄດ້ຮັບບາດເຈັບອີກ 10 ຄົນ ເວ ລາເຂົາເຈົ້າຍິງປືນໃສ່ພວກປະທ້ວງລັດຖະບານຢູ່ເມືອງກາລາຍທາງພາກຕາເວັນ ຕົກສຽງເໜືອ ອີງຕາມລາຍງານທີ່ໄດ້ຮັບຈາກວີໂອເອ ພະແນກພາສາມຽນມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG