ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ມຽນມ້າ​ເປັນນຶ່ງ​ໃນປະ​ເທດ​ທີ່​ຈຳກັດຮັດ​ແຄບ​ເສຣີພາບ​ຂອງ​ວົງ​ການ​ຂ່າວຫລາຍ​ທີ່​ສຸດ​


ນາບພົນ ທານ ສເວ
ນາບພົນ ທານ ສເວ

ກຸ່ມ​ປົກ​ປ້ອງສື່​ມວນ​ຊົນ​ກຸ່ມ​ນຶ່ງ​ໄດ້​ບົ່ງຊື່​ມຽນມ້າ​ວ່າ​ເປັນນຶ່ງ​ໃນ​ຈຳນວນ 40​ ປະ​ເທດ​ ທີ່​ຈຳກັດ​ຮັດ​ແຄບ​ເສຣີພາບ​ຂອງ​ວົງ​ການ​ຂ່າວຫລາຍ​ທີ່​ສຸດ​ຂອງ​ໂລກ.
ໃນ​ລາຍ​ງານ​ສະບັບ​ນຶ່ງ​ທີ່​ເປີດ​ເຜີຍ​ອອກ​ໃນ​ວັນ​ຈັນ​ມື້​ນີ້ ກຸ່ມ​ນັກ​ຂ່າວ​ບໍ່​ມີພົມ​ແດນ ຫລື Reporters Without Borders ​ໄດ້​ບົ່ງ​ຊື່​ພວກ​ນັກ​ການເມືອງ
ພວກຜູ້ນຳ​ດ້ານ​ສາສະໜາ​ແລະ​ພວກ​ກອງ​ຫລອນ​ມຽນມາທີ່​ກຸ່ມ​ດັ່ງກ່າວ​ເວົ້າວ່າເປັນພວກ​ທີ່​ມີອຳນາດໃນ​ການກວດກາຈັບ​ເຂົ້າ​ຄຸກ ລັກພາ​ໂຕ ທາລຸນ​ນະກຳ ​ແລະ​ໃນ​ກໍລະນີ​ທີ່​ຮ້າຍ​ແຮງ​ທີ່​ສຸດ ກໍ​ແມ່ນ ຄາດຕະກຳ​ພວກ​ນັກ​ຂ່າວ.

ກຸ່ມ​ນັກ​ຂ່າວ​ບໍ່​ມີ​ພົມ​ແດນທີ່​ມີ​ສຳນັກງານ​ຕັ້ງ​ຢູ່​ໃນ​ກຸງ​ປາຣີ ກ່າວ​ວ່ານາຍພົນ​ Than Shwe ຫົວໜ້າ​ລັດຖະບານ​ທະຫານບໍ່​ຍອມ​ລົດ​ຜ່ອນ​ການຮັດແໜ້ນຂອງທ່ານ​ຕໍ່ສື່​ມວນ​ຊົນ​ແລະອິນ​ເທີ​ແນັດ ທີ່ຢູ່​ພາຍ​ໃຕ້ການ ຄວບ​ຄຸມ​ຂອງ​ສະພາກ​ວດກາ​ວົງ​ການ​ຂ່າວ​ຂອງ​ມຽນມ້ານັ້ນ. ກຸ່ມ​ນີ້​ກ່າວ​ຕື່ມ​ວ່າພວກ​ລູກ ນ້ອງ​ຂອງ​ນາຍ​ພົນ Than Shwe ຍັງສືບ​ຕໍ່​ຕິດຕາມ​ຫາ​ພວກ​ນັກ​ຂ່າວ​ຄົນ​ໃດ​ກໍ​ຕາມ​ທີ​ຖືກ​ສົງ​ໄສ​ວ່າ​ສົ່ງ​ຂ່າວ​ຂໍ້​ມູນ​ແລະ​ຮູບວີ​ດີ​ໂອ​ໄປ​ຍັງ​ຕ່າງປະ​ເທດ​ທີ່ສະ​ແດງໃຫ້​ເຫັນ​ສະພາບ​ການ​ຫາຍະນະ ​ຂອງ​ປະ​ເທດ​.

ນອກ​ນັ້ນ​ ມຽນມ້າ​ຍັງ​ຖືກ​ບົ່ງ​ຊື່ຢູ່​ໃນ​ລາຍ​ງານ​ສະ​ບັນ​ນຶ່ງ​ຂອງ​ກຸ່ມ Free-dom House ​ໃນ​ສັບປະດາ​ຜ່ານ​ມາ​ວ່າ ​ເປັນ​ນຶ່ງ​ໃນ​ຈຳນວນ 10 ປະ​ເທດ​ທີ່​ຮ້າຍກາດ​ທີ່​ສຸດ ​ໃນ​ດ້ານ​ເສຣີພາບ​ຂອງວົງ​ການ​ຂ່າວ.

XS
SM
MD
LG