ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໄຟ​ໄໝ້​ ທີ່ມຽນມ້າ


ໄຟໄຫມ້ທີ່ມຽນມາ
ໄຟໄຫມ້ທີ່ມຽນມາ

ເກີດ​ໄຟ​ໄໝ້​ຄັ້ງ​ໃຫຍ່​ໃນ​ຫົວ​ເມືອງໃຫຍ່ທີ່ສຸດ​ຂອງ​ມຽນມ້າ​ໃນ​ວັນ​ຈັນ​ມື້​ນີ້ ຊຶ່ງ​ໄຟ​ກຳລັງ
ທຳລາຍພວກຮ້ານ​ຄ້າຮ້ານຂາຍຫລາຍ​ຮ້ອຍ​ແຫ່ງ ​ແຕ່​ຍັງບໍ່ທັນ​ມີ​ລາຍ​ງານ​ແຈ້ງ​ໃຫ້​ຊາບ
ກ່ຽວ​ກັບ​ຜູ້​ບາດເຈັບ​ແລະເສຍ​ຊີວິດ​ເທື່ອ​.

ບັນດາ​ເຈົ້າ​ໜ້າ​ທີ່ມຽນມ້າ ກ່າວ​ວ່າ ພວກ​ລົດ​ດັບເພີງ​ຫລາຍ​ສິບ​ຄັນ ແລະ​ນັກ​ດັບ​ເພີງ​ ຫລາຍ​ຮ້ອຍ​ຄົນ​ກຳລັງ​ພະຍາຍາມ​ມອດ​ໄຟ ທີ່​ຕະຫລາດ Mingalar ​ໃນ​ນະຄອນ​
ຢ່າງ​ກຸ້ງ ຊຶ່ງ​ມີ​ຮ້ານຄ້າຮ້ານ​ຂາຍ​ແລະແຜງລອຍ​ຂາຍຂອງ 4 ພັນ​ແຫ່ງ​ຢູ​ໃນຕະຫລາດ​ນີ້.

ພວກ​ເຈົ້າ​ໜ້າ​ທີ່ຍັງ​ບໍ່ແນ່​ໃຈ​ ກ່ຽວ​ກັບ​ສາ​ເຫດ​ທີ່ພາ​ໃຫ້​ເກີດ​ໄຟໄໝ້​ນີ້​ເທື່ອ.

XS
SM
MD
LG