ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

"ຊີວິດໃໝ່ ຂອງຂ້າພະເຈົ້າ ຢູໃນປະເທດໃໝ່"


ທ່ານ ນ້ອຍ ອິນທະວົງ ຖືເອົາສະໜາມກອຟ ເປັນສູນກາງ ຕັ້ງສະມາທິ
ທ່ານ ນ້ອຍ ອິນທະວົງ ຖືເອົາສະໜາມກອຟ ເປັນສູນກາງ ຕັ້ງສະມາທິ

ທ່ານຜູ້ຟັງທີ່ເຄົາລົບ ວີໂອເອເຄີຍໄດ້ໂອ້ລົມກັບຊາວລາວ-ອາເມຣິກັນ ມາຫລາຍຕໍ່ຫຼາຍ
ຄົນ ແລ້ວ ກ່ຽວກັບການມາຕັ້ງຕົ້ນຊີວິດໃໝ່ ຢູ່ໃນສະຫະລັດແບບຕ່າງໆກັນ ແລະບໍ່ວ່າຜູ້
ໃດ ຈະໃຊ້ ຊີວິດມາແບບໃດກໍຕາມ ກໍລ້ວນແລ້ວແຕ່ໄດ້ຮັບຜົນສຳເລັດກັນທັງນັ້ນ ບໍ່ຫຼາຍ
ກໍໜ້ອຍ ແລະມື້ນີ້ ທ່ານກໍຈະໄດ້ຟັງເລື້ອງຂອງອີກຄອບຄົວນຶ່ງ. ສ່ວນວ່າຈະມີຄວາມເປັນ
ມາແບບໃດນັ້ນ ເຮົາຂໍເຊີນທ່ານພົບກັບສາລີໄດ້ເລີຍ.

ລິງໂດຍກົງ

ທ່ານຜູ້ທີ່ເຮົາຈະໄດ້ພົບໃນມື້ນີ້ມີຊື່ວ່າ ນ້ອຍ ອິນທະວົງ ແລະພັນລະຍາມີຊື່ຫລິ້ນວ່າ
ຈ່ອຍ ແລະຊື່ແທ້ແມ່ນ ສັກກິຍາ ອິນທະວົງ. ປັດຈຸບັນຕັ້ງບ້ານເຮືອນຢູ່ເມືອງ Fort
Wayne ລັດ Indiana ລັດດຽວກັນກັບ ທ່ານ Mike Pence ຮອງປະທານາທິບໍດີສະ
ຫະລັດຄົນປັດຈຸບັນ ຊຶ່ງຕອນມາຮັບເອົາຕຳແໜ່ງຮອງປະທານາທິບໍດີນັ້ນ ເພິ່ນເປັນ
ຜູ້ປົກຄອງຂອງລັດດັ່ງກ່າວ. ເອົາລະເໜາະ ເພື່ອບໍ່ຢາກໃຫ້ທ່ານໄດ້ຟັງແຕ່ຂ້າພະເຈົ້າ
ຜູ້ດຽວ ເຮົາຈະຂໍເຊີນທ່ານນ້ອຍເລົ່າສູ່ຟັງເລີຍ ເລື້ອງຄວາມເປັນມາຂອງຜູ້ກ່ຽວ ວ່າມາ
ອາເມຣິກາປີໃດ ຕອນມາມີອາຍຸທໍ່ໃດ ແລ້ວເຮັດຈັ່ງໃດ ຕໍ່ໆໄປ.

(ລົມກັນ)cut 1 ບ່ອນມາຢູ່ທຳອິດ ແລະເຂົ້າໂຮງຣຽນ

ນ້ອຍ: ສະບາຍດີ

ສລ: ຈ່ອຍກະຢູ່ເຮືອນຫວະ?

ນ້ອຍ: ບໍ່ມື້ນີ້ ລາວໄປການ

ສລ: ໂອ່ ໄປການ ເລີຍບໍ່ໄດ້ເວົ້ານຳເໜາະ ຝອດເວນໄດ໋ເໜາະ ບ້ານທີ່ຢູ່ໜີ້ ເມືອງທີ່
ຢູ່ໜີ້?

ນ້ອຍ: ໂດຍ ແມ່ນແລ້ວ ຝອດເວນ ອິນເດຍນາ

ສລ: ອິນເດຍນາໜີ້ ແມ່ນລັດຂອງ Vice President Mike Pence ແມ່ນຕົ່ວ?

ນ້ອຍ: ແມ່ນແລ້ວ

ສລ: ຕອນເພິ່ນມາຮັບເອົາຕຳແໜ່ງຮອງປະທານາທິບໍດີໜີ້ຫັ້ນ ບໍ່ແມ່ນເພິ່ນເປັນ
Governor ຫວະ?

ນ້ອຍ: ເພິ່ນເປັນ governor ຢູ່ລັດ ອິນເດຍນາ

ສລ: ບັດນີ້ ເລື້ອງສຳພາດ ໜີ້ກະຊິແມ່ນ ເລື້ອງວຽກເລື້ອງການ ການຫາຢູ່ຫາກິນ ມາ
ຢູ່ໃສກ່ອນ ມາຮອດ ອາຍຸຈັກປີ ຈັ່ງຊີ້ໜີນ່າ.

ນ້ອຍ: ເອີ່ ຂ້ອຍຊື່ນ້ອຍ ອິນທະວົງ ຂ້າມມາຈາກເມືອງລາວ ອາຍຸກະປະມານ 14 ປີ
ມາຕົກຢູ່ສູນນະຄອນພະນົມ ທີແລກກະຢູ່ນຳພີ່ນ້ອງຢູ່ທາງນອກຊາກ່ອນ ຢູ່ເມືອງໄທ
ປະມານສາມສີ່ເດືອນ ຈັ່ງໄດ້ເຂົ້າໄປຢູ່ໃນສູນ 1984 ເອື້ອຍອ້າຍກະມາຫາຢູ່ຫັ້ນ ຢູ່ຫັ້ນ
ປະມານປີເຄິ່ງ ມາຮອດກະມາຕົກຢູ່ອິນເດຍນາ ເພາະມີນ້າບ່າວນ້າສາວເພິ່ນຢູ່ໜີ້ ມາ
ເມືອງຝອດເວນ.

ສລ: ເວົ້າເຖິງເມືອງນີ້ໜີ້ ມີຄົນລາວຫລາຍປານໃດ ຫລືວ່າປະມານຈັກຄອບຄົວ?

ນ້ອຍ: ຕອນມາຕົກທີແລກ ເພິ່ນວ່າກະຊິປະມານ ສີ່ຫ້າສິບຄອບຄົວ ປະມານນີ້ແຫລະ

ສລ: ໂທ້ ຫລາຍປານນັ້ນພຸ້ນນະ

ທ່ານນ້ອຍ ກັບພັນລະຍາ ຍານາງ ສັກກິຍາ ອິນທະວົງ
ທ່ານນ້ອຍ ກັບພັນລະຍາ ຍານາງ ສັກກິຍາ ອິນທະວົງ

ນ້ອຍ: ທຸກມື້ນີ້ກະປະມານ ແປດເກົ້າສິບເພາະວ່າລຸ້ນລູກລຸ້ນຫລານເຂົາກໍຂະຫຍາຍ
ອອກ ມາຕົກຢູ່ເມືອງນີ້ ໄດ້ໄປເຂົ້າໂຮງຮຽນ ຢູ່ໂຮງຮຽນ South Side High School. ຫລັງຈາກນັ້ນແລ້ວກໍໄດ້ຍ້າຍໄປຢູ່ Providence, Rhode Island.

ສລ1: ເວົ້າເລື້ອງຫາລ້ຽງຊີບເໜາະ ເຮັດແນວໃດເຮົາຊິມີຊີວິດຢູ່ລອດ ຊິໄດ້ຢູ່ໄດ້ກິນ ມີ
ອັນໃດເຮົາຫາໄດ້ ເຮົາກໍເຮັດໄປກ່ອນ ອັນໃດກໍເປັນວຽກທີ່ມີກຽດໝົດ ຂໍແຕ່ໃຫ້ມັນເປັນ
ສິ່ງທີ່ບໍລີສຸດ ສຸດຈະລິດກໍແລ້ວກັນ ຊຶ່ງທ່ານນ້ອຍເລົ່າເຖິງວຽກງານອັນທຳອິດສູ່ຟັງວ່າ:

ນ 2: (ວຽກທຳອິດເປັນພໍ່ຄົວອາຫານຍີ່ປຸ່ນ)

ກະໄປທຳງານຢູ່ຫັ້ນປະມານ 8 ປີ ໄປເປັນຄຸກຍີ່ປຸ່ນ ບໍ່ໄດ້ໄປໂຮງຮຽນຕໍ່ ເພາະວ່າ ເຮົາ
ເປັນ ເຮົາບໍ່ມີພໍ່ມີແມ່ ເຂົ້າໂຮງຮຽນຢູ່ເຮົາກໍໄດ້ເຮັດວຽກ ໄດ້ເຮັດງານຟຸລທາຍມ໌ ຮຽນນຳ
ຮາຍສກຸລ ພໍຮູ້ຈັກເລັກໆນ້ອຍໆ ຫລັງຈາກນັ້ນໄດ້ຍ້າຍໄປຢູ່ລັດ ໂຣດ ໄອແລນແລ້ວກໍໄດ້
ໄປທຳງານຢູ່ຮ້ານອາຫານຢຍີ່ປຸ່ນ ກະເລີຍໄປເປັນຄຸກຍີ່ປຸ່ນປະມານ 8 ປີກວ່ານີ້ແລ໋ະ 8
ປີ 9 ປີ.

ສລ : ເຮັດ sushi, sashimi ແມ່ນຫຍັງໄດ໋ຫັ້ນເໜາະ

ນ: ພໍເຮັດໄດ້ ສ່ວນມາກກະແມ່ນວ່າ ເຂົາຮ້ອງວ່າ ຕາກາຢາກີ chef ເປັນຄົນຄຸກຕາກາ
ຢາກີ ຄືກັນ ຄຸກຕໍ່ໜ້າຄົນ

ສລ : 8 ປີ 9 ປີ ກະເປັນຄຸກໃຫຍ່ ພຸ້ນແລ້ວຄັນຊິເວົ້າ

ນ: ຄັນວ່າຄຸກໃຫຍ່ກະບໍ່ແມ່ນເໜາະ ສາມາດຕັ້ງຮ້ານອາຫານໄດ້ ວ່າງ່າຍໆຊະ ຄັນ
ວ່າຢາກເຮັດ.

(ອາຊີບທີສອງ ເປັນຄົນຂັບລົດສົ່ງເຄື່ອງຂອງຂະໜາດກາງໄປຕ່າງລັດ)

ສລ 2: ໃນຂະນະທີ່ເຮັດວຽກເປັນພໍ່ຄົວອາຫານຍີ່ປຸ່ນເປັນແປດເກົ້າປີຢູ່ຫັ້ນ ນ້ອຍກໍໄດ້
ພົບພໍ້ກັບແຂກຄົນຕ່າງໆ ຫລາຍຕໍ່ຫລາຍຄົນ ໄດ້ເວົ້າໄດ້ລົມກັບພວກເຂົາເຈົ້າ ຊຶ່ງບາງ
ຄົນກໍໄດ້ໃຫ້ແນວຄິດກ່ຽວກັບອາຊີບນຳ. ໃນຖານະທີ່ເປັນຄົນໄຝ່ຝັນຢາກເຫັນບ້ານເຫັນ
ເມືອງບ່ອນຕ່າງໆໃນປະເທດສະຫະລັດອັນກວ້າງໃຫຍ່ ນ້ອຍຈຶ່ງໄດ້ຕັດສີນໃຈໄປເອົາອາ
ຊີບແນວໃໝ່.

ນ: ຫລັງຈາກນັ້ນ ກະອອກຈາກ ເຈິໝູ່ ໝູ່ຄົນແຂກທີ່ມາກິນເຂົ້າ ເຂົາເປັນຄົນຂັບລົດ
ທຣວກ ເຂົາກະເລີຍວ່າ ຄັນໂຕມັກທ່ຽວ ກະຄືບໍ່ໄປຮຽນຂັບລົດທຣວກ ເຂົາຈ້າງ ໄປ
ເບິ່ງປະເທດອາເມລິກາໄດ໋​ ວ່າຊັ້ນ ກະເລີຍວ່າ ໂອເຄ ຊິໄປເສັງເອົາ ລາຍເຊັນສ໌ ກະ
ເລີຍໄປຮຽນເອົາ ລາຍເຊັນສ໌ ໄດ້ລາຍເຊັນສ໌ ມາກະເລີຍໄປຂັບລົດ ຂັບລົດໄປທົ່ວອາເມ
ລິກາຕາມໃຈ ຕາມຄວາມຢາກເຮັດຢາກເຫັນ ໄດ້ໄປເຂົ້າໂຮງຮຽນ ເຂົາຮ້ອງວ່າ ນິວອິງ
ແລນທຣັກເຕີ້ເທເລີ້ ໄດ້ໄປເຂົ້າໂຮງຮຽນຢູ່ຫັ້ນຊາກ່ອນ ກ່ອນຊິໄດ້ ລາຍເຊັນສ໌ ປະມານ
ເດືອນເຄິ່ງ ເພາະເຂົາຊິສອນເຮົາ ວິທີຮຽນ ວິທີກວດເບິ່ງ ແນວໃດທີ່ວ່າ ມັນປອດໄພ ຂັບ
ລົດທຣວກແມ່ນຂັບລົດ ທຣວກເຊີມາຍ ເຮົາຊິຂົນເຄື່ອງຄືແບບເຈ້ຍ ແບບອາຫານການ
ກິນ ທຸກຢ່າງວ່າຊັ້ນຊະ ໄປຄ້າງຄືນຫັ້ນລະ ຄັນພາສາບ້ານເຮົາໄປແບບສອງອາທິດຈຶ່ງ
ກັບມາບ້ານໄປເກືອບທົ່ວອາເມລິກາ ນັບຕັ້ງແຕ່ແຖວ ເຖິງຂະໜາດວ່າ ໂຄໂລຣາໂດ ຫາ
ເທັກຊັສ ໄປຮອດ ມີນີໂຊຕາ ຖ້ຽວນຶ່ງ ກະເຂົາໃຫ້ ການຂັບລົດຢູ່ອາເມລິກາ ເຂົາຊິໃຫ້ເວ
ລາຕາມສະປີດຂອງລົດ ຄັນຄົນບໍ່ຮູ້ກໍວ່າ ໂຮ ເວລາຄືຫລາຍແທ້ ຖ້າວ່າເຮົາເຮັດຫລາຍ
ເຮົາກະໄດ້ເງິນຫລາຍ ເຮັດຫລາຍໄດ້ຫລາຍຫມາຍຄວາມວ່າ ຖ້າເຮົາໄປຮອດບ່ອນທີ່ວ່າ
ເຮົາໄປສົ່ງເຄື່ອງໄວກ່ອນກຳນົດເຂົາໃຫ້ເວລາສາມມມື້ ແຕ່ສອງມື້ເຮົາກໍໄປຮອດແລ້ວ
ສອງມື້ເຄິ່ງ ແຕ່ເຂົາຊິໃຫ້ສາມມື້ເຄິ່ງ ເພາະເຂົານັບວ່າ ລົດເຮົາຊິຂີ່ໄດ້ 55 ໄມຕໍ່ຊົ່ວໂມງ ມັນມີຈັກໄມເຮົາຈຶ່ງຊິໄປຮອດພຸ້ນ ຖ້າເຮົາໄປຮອດໄວເຮົາກໍໄດ້ເອົາເທຣເລີ້ ເອົາບັອກສ໌ ມັນຫັ້ນປະໄວ້ ຜູ້ອື່ນມາເອົາໄປສົ່ງຕໍ່ໃຫ້ເຮົາ ເຮົາໄປຮອດກ່ອນກຳນົດ ເຮົາກະໄປເກາະ
ເອົາໂຕໃໝ່ໄປຕໍ່ ຖ້າວ່າເຮົາເຮັດແນວນັ້ນຈຶ່ງວ່າໄດ້ເງິນຫລາຍ ແຕ່ຖ້າວ່າເຮົາຈະໄປຕາມ
ເວລາເຂົາໃຫ້ ມັນກະຈະໄດ້ຕາມເຂົາກຳນົດມາໃຫ້ ສົມມຸດວ່າທິດນຶ່ງໄດ້ແປດລ້ອຍຈັ່ງຊີ້ ຖ້າວ່າເຮົາແລ່ນຕາມເວລາເຂົາ ເຮົາກະຊິໄດ້ແຕ່ 8 ລ້ອຍ.

ສລ3: ຫລັງຈາກໄດ້ໄປຮູ້ໄປເຫັນລັດຕ່າງໆ ເມືອງຕ່າງໆ ຫລາຍບ່ອນຫລາຍທີ່ຕາມ
ຄວາມປະສົງ ແລະໄດ້ຂັບລົດເປັນສິບຫລືສິບກວ່າຊົ່ວໂມງແຕ່ລະມື້ແລ້ວ ນ້ອຍຈຶ່ງເຫັນ
ວ່າຢາກປ່ຽນຊີວິດແນວໃໝ່ ໂດຍກັບຄືນໄປຕັ້ງຫລັກຕັ້ງແລ່ງຢູ່ລັດອິນເດຍນາ ໄປຊື້
ບ້ານຊື້ເຮືອນຢູ່ບ່ອນມາຮອດອາເມລິກາເປັນເທື່ອທຳອິດ ທັງມີປັດສະຍາຊີວິດແນວນຶ່ງ
ທີ່ໜ້າຟັງວ່າ :

ນ: ກະເລີຍວ່ານຶ່ງມາກະວ່າ ໂອ ຫລັງຈາກເຄີຍເວົ້າກັບເມຍຢູ່ວ່າ ເຮົາມີໝົດທຸກຢ່າງ
ແລ້ວ ເຮົາຕ້ອງແມ່ນເຮົາເອງເປັນຜູ້ທີ່ວ່າ “ພໍ” ບໍ່ມີຜູ້ໃດຊິບອກເຮົາໄດ້ວ່າ ພໍ ຖ້າວ່າເຮົາ
ຍັງຢາກໄດ້ຢູ່ເຮົາກະຕ້ອງທຸກໄປຕະຫລອດ ຫ້າສິບປີແລ້ວ ເຮົາຕ້ອງເຮັດໃຫ້ເຮົາເອງ ຈຶ່ງ
ພາກັນໄປທ່ຽວ ຈົນບໍ່ມີບ່ອນຢາກໄປແລ້ວ ຍັງອີກສອງສາມບ່ອນໃຫຍ່ໆ ແລ້ວກະຊິເຊົາ
ທ່ຽວ ມັນກະບໍ່ຕື່ນເຕັ້ນຄືເກົ່າ ຢ້ານອາຍຸແກ່ມາກະຊິໄປຍາກ ຈຶ່ງເລີ້ມພາກັນພະຍາຍາມ
ໄປ ໂຕໃຫຍ່ໝາຍຄວາມວ່າ ເຮົາໃຊ້ເງິນຫລາຍ

ສລ: ໄປຕ່າງເມືອງ ຕ່າງປະເທດກະມີ ຕ່າງລັດກະມີ

ນ: ໄປລົງເຮືອ ໄປເຮືອຊຳລານ ໄປຫັ້ນປະມານສີ່ຫ້າເທື່ອຄາຣາບຽນກະເກືອບວ່າທຸກ
ໄອແລນທີ່ວ່າເຂົາມີຢູ່ຫັ້ນ ກະເລີຍວ່າ ບໍ່ມີຫຍັງທີ່ວ່າຕື່ນເຕັ້ນອີກແລ້ວ.

ສລ4: ສຸດທ້າຍນີ້ ເລື້ອງການພັກຜ່ອນຢ່ອນໃຈ ການຫລິ້ນກິລາ ໂດຍສະເພາະການຕີ
ກອຟ ນ້ອຍກໍມີປັດສະຍາແນວນຶ່ງອີກທີ່ຢາກເວົ້າສູ່ຟັງ:

ນ: ແມ່ນແລ້ວ ເລື້ອງການຕີກອຟກະຢາກເວົ້າຈັກໜ້ອຍ ມັນຄົນສຳລັບຄົນລາວ ກະ
ແມ່ນວ່າບໍ່ເຂົ້າໃຈເລື້ອງນີ້ປານໃດ ລາງເທື່ອກໍວ່າເຫັນຄົນຕີກອຟກະວ່າໂອ ເປັນພວກ
ຮາຍໂຊ ແມ່ນຫຍັງ ແບບນັ້ນແມ່ນເຂົ້າໃຈຜິດ ເລື້ອງການຕີກອຟໜີ້ຄືການໄປອອກກຳ
ລັງກາຍ ຝຶກສະມາທິເຮົາ ເຮົາຊິເປັນຄົນໃຈເຢັນ ສຳລັບຂ້ອຍ ຂ້ອຍເປັນຄົນໃຈຮ້ອນມາ
ແຕ່ນ້ອຍ ກະແປວ່າຝຶກສະມາທິໄດ້ ນຶ່ງໃຈເຢັນ ສອງມາ ຮອດວັນເສົາວັນທິດມາ ເຮົາກະບໍ່ແມ່ນຊິໄປກິນເຫລົ້າເມົາຢາ

ສລ: ແປວ່າເປັນການຝຶກຈິດຝຶກໃຈໄປໃນຕົວ

ນ: ຝຶກທຸກຢ່າງ ທຸກຢ່າງ ສຳລັບຂ້ອຍມັນໄດ້ປະໂຫຍດຫລາຍຢ່າງທີ່ຜ່ານມາ ໝູ່ເຄີຍ
ຫຼິ້ນນຳກັນເຄີຍກິນເຫລົ້າກິນເບຍ ຖ້າວ່າມາຫລິ້ນກອຟແລ້ວອາດຊິບໍ່ກິນເລິຍ ເພາະວ່າ
ຮອດວັນເສົາວັນທິດມາເຮົາຕ້ອງໄດ້ໄປຫລິ້ນ ຄັນເຮົາເມື່ອຍເຮົາກໍຫລິ້ນບໍ່ໄດ້ ສະມາທິກໍ
ບໍ່ດີ ມັນກະເລີຍເປັນການດີ ຢາກແນະນຳໃຫ້ຫລາຍໆຄົນ ບໍ່ແມ່ນວ່າຮາຍໂຊຫລືວ່າຈັ່ງ
ໃດ ຜູ້ໃດກໍຫລິ້ນໄດ້ໝົດ ຖືກກ່ອນ ຜູ້ທີ່ເຂົາເຈົ້າສູບຢາມື້ລະສອງຊອງ

ສລ: ທໍ່ນັ້ນລະນໍ ໂອເຄ ໂອເຄ ຂອບໃຈ

ນ: ໂອເຄ ຂອບໃຈຫລາຍໆເດີ້

ສາລີ ຈິດຕະວໍລະວົງ ວີໂອເອ.

ນັ້ນຄືເລື້ອງ “ຊີວິດໃໝ່ຂອງຂ້າພະເຈົ້າຢູ່ໃນປະເທດໃໝ່” ຂອງທ່ານນ້ອຍ ອິນທະວົງ.
ທ່ານຜູ້ຟັງ ໂປດຢ່າລືມວ່າ ແລງວັນພະຫັດໜ້າທ່ານຈະໄດ້ພົບກັບລາຍການຊີວິດ
ຊາວລາວເລື້ອງໃໝ່ໃນເວລາດຽວກັນນີ້.

XS
SM
MD
LG