ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານ ທີ່ກໍ່ກະບົດ ໃນໄອວໍຣີໂຄສ ກ່າວວ່າ ບັນຫາເງິນເດືອນ ແກ້ໄຂໄດ້ແລ້ວ


ພັນໂທ Cherif Ousmane ຕ້ອນຮັບພວກທະຫານກະບົດ ທີ່ສະໜາມບິນ ເມືອງ Bouake ປະເທດ Ivory Coast. (13 ມັງກອນ 2017)​
ພັນໂທ Cherif Ousmane ຕ້ອນຮັບພວກທະຫານກະບົດ ທີ່ສະໜາມບິນ ເມືອງ Bouake ປະເທດ Ivory Coast. (13 ມັງກອນ 2017)​

ພວກ​ທະຫານ ​ທີ່​ກໍ່​ກະບົດ​ເປັນ​ເວລາສອງ​ມື້ ຢູ່ Ivory Coast ​ເມື່ອ​ນຶ່ງ​ອາທິດ​ຜ່ານ​ມາຍ້ອນ​ບໍ່​ໄດ້​ຮັບ​ເງິນ​ເດືອນ​ໄດ້​ບັນລຸ​ການ​ຕົກລົງ ​ກັບ​ເຈົ້າໜ້າ​ທີ່​ລັດຖະບານ ​ໃນ​ວັນ​ສຸກ​ວານ​ນີ້ ​ເພື່ອ​ແກ້​ໄຂ​ ບັນຫາ​ຂັດ​ແຍ້​ງດັ່ງກ່າວ ອີງ​ຕາມ​ການ​ເປີດ​ເຜີຍຂອງ​ຜູ້ຕາງໜ້າ​ທັງ​ສອງ​ຝ່າຍ.

ສຽງ​ປືນ​ຈາກ​ຄ້າຍທະຫານ ​ທີ່​ນະຄອນຫຼວງ Abidjan ຊຶ່ງ​ເປັນ​ເມືອງ​ໃຫຍ່​ສຸດ​ຂອງ Ivory Coast ​ເຮັດ​ໃຫ້​ປະຊາຊົນ​ທີ່​ມີ​ຄວາມ​ຢ້ານ​ກົວ ​ເປັນ​ຫ່ວງ​ວ່າ ການລຸກຂຶ້ນ ຂອງ​ພວກ​ທະ ຫານ​ຈະ​ເລີ້ມຄືນ​ອີກ ​ແຕ່​ລາຍ​ງານ​ຂ່າວ​ໃນ​ຕອນ​ເດິກ​ຂອງຄືນວັນ​ສຸກ​ວານ​ນີ້​ແຈ້ງວ່າ ກາ​ນ ຕົກລົງ​ຂັ້ນສຸດ​ທ້າຍ ​ໄດ້​ບັນລຸ​ກັນ​ແລ້ວ ​ທີ່​ເມືອງ Bouake ຫົວ​ເມືອງ​ໃຫຍ່​ສຸດ​ອັນ​ດັບ​ສອງ ​ຂອງ​ປະ​ເທດ ​ແລະ​ເປັນ​ກອງບັນຊາການ​ຂອງ​ພວກ​ທະຫານທີ່​ກໍ່​ກະບົດ​ຂຶ້ນ​ເພື່ອ​ປະ​ທ້ວງ​ເລື່ອງ​ເງິນ​ເດືອນ.

​ເງິນ​ບຳ​ເນັດ​ເກືອບ 20,000 ​ໂດ​ລາ​ ຫຼືປະມານ 12 ລ້ານ​ຟຣັງຂອງເຂດ​ອາ​ຟຣິກາ​ຕາ​ເວັນ ຕົກແມ່ນ​ເປັນ​ຈຸດ​ສູນ​ກາງຂອງ​ບັນຫາໃນ​ການ​ເຈລະຈາ​ກັນ​ໃນ​ວັນ​ສຸກວານ​ນີ້ອີິງຕາມ​ການ​ເປີດ​ເຜີຍ​ຂອງ​ເຈົ້າໜ້າ​ທີ່​ບໍ່​ປະສົງ​ອອກ​ຊື່​ຄົນ​ນຶ່ງ. ມີ​ລາຍ​ງານວ່າ ລັດຖະບານ​ໄດ້​ສັນຍາ​ວ່າ​ຈະ​ຈ່າຍ​ເງິນ​ບຳ​ເນັດ ​ໃຫ້​ແກ່​ພວກ​ທະຫານ​ໃນຕົ້ນ ອາທິດ​ນີ້ ​ແຕ່​ບໍ່​ໄດ້​ປະຕິບັດ​ຕາມ​ຄຳ​ສັນ ຍາ ນັ້ນຄື​ຄຳ​ເວົ້າຂອງ​ພວກ​ທະຫານ.

ສິບ​ໂທ Mamadou Kone ຜູ້​ເຈລະຈາ​ຂອງ​ພວກ​ທະຫານ​ທີ່ກໍ່ກະບົດກ່າວຕໍ່​ອົງການ​ຂ່າວ ຣອຍ​ເຕີ້ວ່າ “ພວກ​ເຮົາ​ໄດ້​ບັນລຸ​ການ​ຕົກລົງ​ກັນ​ແລ້ວ. ​ເຂົາ​ເຈົ້າຈະຈ່າຍ​ເງິນ​ໃຫ້​ພວກ​ເຮົາ 5 ລ້ານ​ຟຣັງ ຂອງ​ເຂດ​ອາ​ຟຣິກາ​ຕາ​ເວັນ​ຕົກ ​ໃນ​ມື້ວັນ​ຈັນນີ້ ​ແລະ​ສ່ວນ​ທີ່​ເຫລືອ​ຈະ​ຈ່າຍ​ເປັນ​ງວດໆ​ໃນ​ແຕ່ລະ​ເດືອນ.

8 ປະ​ເທດ​ເອກ​ກະລາດ​ໃນເຂດ​ອາ​ຟຣິກາ​ຕາ​ເວັນ​ຕົກ ​ໄດ້​ໃຊ້​ເງິນ​ຟຣັງປະຈຳ​ຂົງ​ເຂດ​ເປັນ​ເງິນຕາ​ຂອງ​ປະ​ເທດ. 100 ຟຣັງຂອງ​ເຂດອາ​ຟຣິກາ​ຕາ​ເວັນ​ຕົກຈະ​ມີຄ່າ​ເທົ່າ​ກັບ 1 ຟຣັງ ຂອງຝຣັ່ງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG