ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວມຸສລິມ ຈູດເຜົາ ວັດວາ ແລະບ້ານເຮືອນ ຂອງຊາວພຸດ ທີ່ບັງກລາແດສ


ວັດສາສະໜາພຸດຫຼັງນຶ່ງ ທີ່ຖືກຈູດເຜົາ ໃນປະເທດ ບັງກລາແດສ. ຊາວມຸສລິມບັງກລາແດສຫລາຍຮ້ອຍຄົນ ພາກັນ ຈູດເຜົາວັດ ຢ່າງນ້ອຍ 5 ແຫ່ງ ແລະເຮືອນຂອງຊາວພຸດ ອີກ 15 ຫລັງ ໃນວັນອາທິດທີ 30 ກັນຍາ 2012 ນີ້.
ວັດສາສະໜາພຸດຫຼັງນຶ່ງ ທີ່ຖືກຈູດເຜົາ ໃນປະເທດ ບັງກລາແດສ. ຊາວມຸສລິມບັງກລາແດສຫລາຍຮ້ອຍຄົນ ພາກັນ ຈູດເຜົາວັດ ຢ່າງນ້ອຍ 5 ແຫ່ງ ແລະເຮືອນຂອງຊາວພຸດ ອີກ 15 ຫລັງ ໃນວັນອາທິດທີ 30 ກັນຍາ 2012 ນີ້.
ຊາວມຸສລິມຫລາຍຮ້ອຍຄົນທີ່ໂມໂຫຮ້າຍ ພາກັນຈູດເຜົາວັດວາ
ແລະເຮືອນຊານຂອງຊາວພຸດ ໃນພາກຕາເວັນອອກສຽງໃຕ້
ຂອງບັງກລາແດສ ໃນຕອນເຊົ້າຂອງວັນອາທິດມື້ນີ້ ແລະຈົ່ມວ່າ
ຜູ້ຊາຍຊາວພຸດຄົນນຶ່ງ ໄດ້ເອົາຮູບພາບຕໍ່ຕ້ານສາສະໜາອິສລາມ
ອອກຢູ່ໃນ Facebook.

ຊາວມຸສລິມ ໃນຂົງເຂດ Cox’s Bazaar ໃກ້ຊາຍແດນຕິດກັບ
ປະເທດມຽນມາ ທີ່ພົນລະເມືອງສ່ວນໃຫຍ່ເປັນຊາວພຸດນັ້ນ ໄດ້ຈູດໄຟເຜົາວັດສາສະໜາພຸດຢ່າງ ໜ້ອຍ 5 ວັດ ແລະເຮືອນ
ຊານອີກຫລາຍສິບຫລັງ. ພວກກໍ່ເຫດວຸ້ນວາຍກ່າວວ່າ ຜູ້ຊາຍ
ຊາວພຸດທ້ອງຖິ່ນຄົນນຶ່ງ ໄດ້ນໍາເອົາຮູບພາບໃສ່ໜ້າ Facebook
ທີ່ດູໝິ່ນຕໍ່ພະຄໍາພີ ໂຄຣານ ຂອງຊາວມຸສລິມ.

ພວກປະທ້ວງພາກັນເດີນຂະບວນ ຢູ່ຕາມຖະໜົນ ໃນຕອນແລງວັນເສົາວານນີ້. ເຈົ້າໜ້າທີ່
ຕໍາຫລວດກ່າວວ່າ ທາງການຄວບຄຸມສະຖານະການໄວ້ໄດ້ ໃນຕອນເຊົ້າຂອງວັນອາທິດ.

ຍັງບໍ່ທັນເປັນທີ່ແຈ່ມແຈ້ງເທື່ອວ່າ ມີຜູ້ໄດ້ຮັບບາດເຈັບລົ້ມຕາຍ ຫລືມີການຈັບກຸມຜູ້ໃດຫລືບໍ່ ໃນເຫດການດັ່ງກ່າວ.
XS
SM
MD
LG