ເຈົ້າໜ້າທີ່ໃນພາກຕາເວັນຕົກຂອງປາກິສຖານ ກ່າວວ່າ ຜູ້ປະທ້ວງ
ຄົນນຶ່ງໄດ້ເສຍຊີວິດໃນການປະທະກັນກັບຕໍາຫລວດ ໃນລະຫວ່າງ
ການເດີນຂະບວນປະທ້ວງຮູບເງົາ ທີ່ຕໍ່ຕ້ານມຸສລິມ. ເຈົ້າໜ້າທີ່ກ່າວ
ວ່າ ຜູ້ປະທ້ວງໄດ້ເສຍຊີວິດໃນວັນຈັນມື້ນີ້ ທີ່ເຂດເໜືອຂອງເມືອງ
Dir ໃນແຂວງ Khyber Pakhtunkhwa.
ຊາວມຸສລິມກ່າວວ່າ ຮູບເງົາເລື້ອງ The Innocence of Muslims ຫລື ຄວາມໄຮ້ດຽງສາຂອງຊາວມຸສລິມ ໝິ່ນປະໝາດພະເຈົ້າ Mohammed ຜູ້ກໍ່ຕັ້ງສາສະໜາອິສລາມ. ຮູບເງົາເລື້ອງນີ້ໄດ້ກະຕຸ້ນໃຫ້ເກີດ ຄື້ນຟອງຂອງການປະ ທ້ວງ ຢູ່ໃນຫລາຍໆປະເທດ ຮວມທັງອາທິດແລ້ວນີ້ ຢູ່ລີເບຍ ບ່ອນທີ່ເອກອັກຄະລັດຖະທູດສະຫະລັດ ແລະເຈົ້າໜ້າທີ່ສະຫະລັດ ອີກສາມຄົນໄດ້ເສຍຊີວິດ.
ບັນດາສະຖານທູດຂອງເຫລົ່າປະເທດຕາເວັນຕົກໃນທົ່ວໂລກມຸສລິມ ໄດ້ພາກັນເອົາທ່າທີ
ລະວັງໂຕສູງ ເພື່ອກຽມຮັບມືກັບຄວາມຮຸນແຮງ ທີ່ສືບເນື່ອງຈາກຮູບເງົາດັ່ງກ່າວ.
ທີ່ອັຟການິສຖານ ພວກປະທ້ວງເກືອບ 1000 ຄົນ ໄດ້ພາກັນເດີນຂະບວນ ຢູ່ໃນເມືອງຫລວງກາບູລ ພ້ອມກັບຮ້ອງອອກມາວ່າ “ຄວາມຕາຍຈົ່ງເກີດຂື້ນແກ່ ອາເມຣິກາ” ໃນຂະນະທີ່ເຂົາເຈົ້າພາກັນຈູດເຜົາລົດແລະຕີີນລົດ ໃກ້ໆກັບຄ້າຍທະຫານສະຫະລັດແຫ່ງນຶ່ງ.
ທີ່ອິນໂດເນເຊຍ ພວກປະທ້ວງພາກັນແກ່ວງລະເບີດນໍ້າມັນນ້ອຍໆ ຂະນະທີ່ປະທະກັນກັບຕໍາຫລວດ ຢູ່ນອກສະຖານທູດສະຫະລັດໃນນະຄອນ ຫລວງຈາກາຕາ. ມີການປະທ້ວງຕໍ່ຕ້ານຮູບເງົາດັ່ງກ່າວເຊ່ນກັນຢູ່ເມືອງ Medan ຂອງອິນໂດເນເຊຍ.
ສະຫະລັດ ກ່າວວ່າ ຕົນຈະປິດສະຖານທູດທີ່ບາງກອກ ໃນວັນອັງຄານມື້ອື່ນນີ້ ເພາະວ່າໄດ້
ມີການວາງແຜນການປະທ້ວງຄັ້ງໃຫຍ່ຕ້ານຮູບເງົາດັ່ງກ່າວ. ຄໍາຖະແຫລງຢູ່ໜ້າເວັບໄຊ້ທ໌ຂອງ
ສະຖານທູດ ໄດ້ຮຽກຮ້ອງໃຫ້ພົນລະເມືອງອາເມຣິກັນ ໃນປະເທດໄທ “ຈົ່ງພາກັນລະມັດ ລະວັງ” ໂດຍສະເພາະຢູ່ບ່ອນທີ່ມີຄົນໜາແໜ້ນ.
ໃນວັນອາທິດວານນີ້ ຊາວປາກິສຖານຫລາຍຮ້ອຍຄົນ ທີ່ພາກັນປະທ້ວງຕໍ່ຮູບເງົາເລື້ອງນີ້ ໄດ້ປະທະກັນກັບຕໍາຫລວດ ຂະນະທີ່ເຂົາເຈົ້າພະຍາຍາມເດີນຂະບວນໄປຍັງກົງສູນຂອງສະຫະ
ລັດ ໃນເມືອງ Karachi ທາງພາກໃຕ້ຂອງ ປາກິສຖານ. ແລະຢູ່ທີ່ເມືອງ Lahore ປະມານ 5000 ຄົນກໍໄດ້ພາກັນເດີນ ຂະບວນປະທ້ວງ. ນອກນັ້ນແລ້ວ ຍັງມີການປະທ້ວງຢ່າງສະຫງົບ ຢູ່ໃນອີກ ຫລາຍຫົວເມືອງ ໃນປາກິສຖານ.
ນັກເຄື່ອນໄຫວກກຸ່ມນ້ອຍກຸ່ມນຶ່ງ ພາກັນກັນເຜົາທຸງຊາດອາເມຣິກາ ຢູ່ນອກສະຖານທູດ
ສະຫະລັດ ໃນນະຄອນຫລວງອັງກາຣາຂອງເທິກີ ໃນວັນອາທິດວານນີ້.
ຜູ້ຊາຍທີ່ຖືກກ່າວຫາວ່າ ຢູ່ເບື້ອງຫລັງການສ້າງຮູບເງົາສ່ວນໂຕເລື້ອງນີ້ ໄດ້ຖືກສອບຖາມປາກຄໍາໃນວັນເສົາທີ່ຜ່ານມາ ໂດຍເຈົ້າໜ້າທີ່ສະຫະລັດ ຢູ່ທີ່ລັດຄາລີຟໍເນຍ.