ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຊາວມຸສລິມ ກາບໄຫວ້ພາວະນາ ທີ່ພູ Arafat ໃນລະຫວ່າງ ການສະແຫວງບຸນ Hajj


ຜູ້ສະແຫວງບຸນ ມຸສລິມ ຄົນນຶ່ງ ກຳລັງຖ່າຍຮູບ ດ້ວຍໂທລະສັບມືຖື ຈາກ ເທິງພູຫິນ ທີ່ເອີ້ນວ່າ ພູແຫ່ງຄວາມເມດຕາ ຫຼື Mountain of Mercy ໃນເຂດທົ່ງພຽງ ຂອງ Arafat ທີ່ຢູ່ໃກ້ໆກັບນະຄອນສັກສິດ Mecca, ປະເທດ Saudi Arabia, ວັນພຸດ ທີ 23 ກັນຍາ 2015.
ຜູ້ສະແຫວງບຸນ ມຸສລິມ ຄົນນຶ່ງ ກຳລັງຖ່າຍຮູບ ດ້ວຍໂທລະສັບມືຖື ຈາກ ເທິງພູຫິນ ທີ່ເອີ້ນວ່າ ພູແຫ່ງຄວາມເມດຕາ ຫຼື Mountain of Mercy ໃນເຂດທົ່ງພຽງ ຂອງ Arafat ທີ່ຢູ່ໃກ້ໆກັບນະຄອນສັກສິດ Mecca, ປະເທດ Saudi Arabia, ວັນພຸດ ທີ 23 ກັນຍາ 2015.

ການສະ​ແຫວງ​ບຸນ​ປະຈຳ​ປີ ທີ່​ເອີ້ນ​ວ່າ Hajj ​ໃນ​ຊາ​ອຸ​ດີ ອາຣາ​ເບຍ
​ແມ່ນເຖິງ​ຈຸດ​ສູງ​ສຸດ​ ​ໃນ​ວັນ​ພຸດ​ມື້​ນີ້ ​ໂດຍ​ມີຊາວ​ມຸສລິ​ມ 2 ລ້ານຄົນ
ພາກັນ​ໄປ​ເຕົ້າ​ໂຮມ​ກັນ​ຢ່າງ​ໜາ​ແໜ້ນ ຢູ່​ທີ່​ຮ່ອມ​ພູ Arafat ເພື່ອສູດ​
ມົນ​ພາວະນາ ເປັນເວລານຶ່ງ​ມື້.

ສະຖານ​ທີ່​ດັ່ງກ່າວ ເຊື່ອ​ກັນ​ວ່າ ເປັນ​ບ່ອນທີ່​ ພະ​ສາດສະດາ
Muhammad ​ໄດ້ເທດ​ສະໜາ​ເປັນຄັ້ງສຸດ​ທ້າຍ ປະມານ 1,400
ປີກ່ອນ ທີ່​ຮຽກຮ້ອງ​ໃຫ້​ຊາວ​ມຸສລິ​ມທັງຫຼາຍຈົ່ງມີ ຄວາມ​ສະ​ເໝີ
​ພາບ ​ແລະ ຄວາມ​ສາມັກຄີກັນ.

ການສະ​ແຫວ​ງບຸນ Hajj ທີ່ໃຊ້ເວລາທັງໝົດ 5 ມື້ ໄດ້​ເລີ້ມ​ຕົ້ນຂຶ້ນ
​ໃນ​ວັນ​ອັງຄານ​ວານ​ນີ້ ໂດຍ​ມີ​ພວກສະ​ແຫວ​ງບຸນພາກັນຍ່າງອ້ອມຫີນດຳ ສັກສິດ Kaaba ທີ່​ວັດໃຫຍ່ອິສລາມ​ ໃນນະຄອນ Mecca ຊຶ່ງ​ເປັນ​ສະຖານ​ທີ່ກາບ​ໄຫວ້ຂອງ​ຊາວ​ມຸສລິ​ມ ທັງ​ມວນ.

ຈາກສະຖານ​ທີ່​ແຫ່ງ​ນັ້ນ ພວກ​ເຂົາ​ຈະ​ໄປແວ່ທີ່​ເມືອງ Mina ກ່ອນຈະ​ເດີນທາງ​ຕໍ່​ໄປ​ຍັງພູ Arafat.

ສາສະໜາ​ອິສລາມ ກຳນົດ​ໃຫ້​ຊາວ​ມຸສລິ​ມ ຜູ້​ມີ​ຄວາມ​ສາມາດ​ທັງ​ໝົດ ​ໃຫ້ໄປສະ​ແຫວ​ງບຸນ
​ເທື່ອ​ນຶ່ງ​ໃນ​ຊີວິດ. ການສະ​ແຫວ​ງບຸນນັ້ນ ​ແມ່ນ​ນຶ່ງ​ໃນ 5 ​ຫຼັກການຂອງ​ສາສະໜາ​ອິສລາມ
ຊຶ່ງ​ຍັງລວມມີ​ການ​ເຊື່ອ​ຖື ​ໃນ​ຄວາມ​ເປັນອັນ​ນຶ່ງ​ອັນດຽວຂອງ​ພະຜູ້​ເປັນ​ເຈົ້າ ​ແລະພະ​ສາ​ສະ​ດາ
Muhammad ​ເປັນສາສະດາ​ອົງ​ສຸດ​ທ້າຍ ​ທີ່ນຳ​ເອົາ​ຄຳ​ເທດ​ສະໜາ ຂອງ​ພະ​ອົງ​ ມາ​ເຜີຍ​ແຜ່​
ໃຫ້​ຊາວ​ມຸສລິມ​ ທີ່ຕ້ອງ​ໄດ້ສູດ​ມົນ​ພາວະນາ 5 ຄັ້ງຕໍ່ມື້ ​ໂດຍປິ່ນໜ້າໄປ ທາງຫີນ Kaaba
ການໄປສະແຫວງບຸນປະຈຳປີ​ ແລະການອົດ​ກິນ​ອາຫານ ​ໃນ​ລະຫວ່າງ​ເດືອນ​ສັກສິດ Ramadan.

ສຳ​ຫລັບ​ຫຼາຍໆຄົນແລ້ວ ການໄປສະ​ແຫວ​ງບຸນ Hajj ນັ້ນ ຈະ​ເປັນ​ຈຸດ​ເດັ່ນ​ສຸດໃນຊີວິດ​
ການປະຕິບັດຄວາມເຊື່ອໃນສາສະໜາ ຂອງພວກ​ເຂົາ​ເຈົ້າ.

​ພວກ​ສະ​ແຫວ​ງບຸນ ກໍບໍ່ໄດ້​ຫວັ່ນໄຫວເຖິງແມ່ນ​ວ່າ ​ເຄື່ອງ​ຍົກກໍ່ສ້າງ ໄດ້ ຫັກ​ພັງ​ລົງ​ມາ​ທັບ
ພວກ​ສະ​ແຫວ​ງບຸນ ຢູ່​ທີ່​ວັດໃຫຍ່ອິສລາມ​ໃນນະຄອນ Mecca ທີ່​ໄດ້​ເຮັດ​ໃຫ້​ມີ 109 ຄົນ
​ເສຍ​ຊີວິດ​ ລວມມີ​ຊາວ​ຕ່າງ​ຊາດນຳ​ດ້ວຍ ເມື່ອ​ຕົ້ນ​ເດືອນ​ນີ້.

ປະມານ 400 ຄົນ ​ໄດ້​ຮັບ​ບາດ​ເຈັບ ​ຍ້ອນການລົ້ມທັບຂອງເຄື່ອງຍົກ ທີ່​ກຳ​ລັງ​ທຳ​ການ
ຂະຫຍາຍ ​ພື້ນ​ທີ່ອັນ​ສັກສິດ ​ຂອງ​ສາສະໜາ​ອິສລາມຢູ່​ນັ້ນ.

Saudi Arabia Hajj
please wait
Embed

No media source currently available

0:00 0:01:20 0:00

XS
SM
MD
LG