ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໑ ມີນາ ໒໐໒໓

ຊາວມຸສລິມ ກັງວົນ ໃນຂະນະທີ່ຊົນເຜົ່າກຸ່ມນ້ອຍ ພວມຫາທາງເຂົ້າກຳອຳນາດ ໃນລັດຣາຄາຍນ໌


ພາບຊາວບ້ານຊຶ່ງເປັນຊົນເຜົ່າໃນລັດຣາຄາຍນ໌ ໄປເຖິງສູນພັກເຊົາຊົ່ວຄາວ ພ້ອມດ້ວຍສິ່ງຂອງເຂົາເຈົ້າ ວັນທີ 29 ມິຖຸນາ 2020, ຢູ່ເມືອງ Sittwe, ລັດຣາຄາຍນ໌ ປະເທດມຽນມາ.

ໃນຂະນະທີ່​ອຳ​ນາດການປົກຄອງທະຫານຂອງມຽນມາ ​ກຳ​ລັງ​ຫຍຸ້ງຢູ່​ໃນແຫ່ງອື່ນ​ໆ​ນັ້ນ
ບັນດາຜູ້ນຳຊົນກຸ່ມນ້ອຍ ທີ່ນັບຖືສາດສະໜາພຸດ ຢູ່ທີ່ລັດຣາຄາຍນ໌ ທາງພາກຕາເວັນ
ຕົກຂອງປະເທດ ກຳລັງສ້າງຕັ້ງລັດຖະບານທີ່ມີປະສິດທິຜົນ ແລະກຳລັງຮັກສາຄວາມ
ປອດໄພຂຶ້ນຢູ່ໃນລັດດັ່ງກ່າວ ແລະຊັກຊວນໃຫ້ຊາວ ມຸສລິມຢ່າງໜ້ອຍຈຳນວນນຶ່ງ
ເຂົ້າຮ່ວມ ອັນເປັນທາງເລືອກທີ່ດີສຳລັບເຂົາເຈົ້າ ກວ່າພວກທະຫານ.

ແຕ່ວ່າການ​ເຄື່ອນ​ໄຫວ​ນີ້ ໄດ້​ສ້າງ​ຄວາມ​ກັງ​ວົນ​ໃຈຕໍ່ຊາສມຸສລິມອື່ນໆຢູ່ໃນລັດ ​ດັ່ງ​ກ່າວ
ຊຶ່ງເປັນບ່ອນທີ່ໄດ້ມີການສັງຫານເກີດຂຶ້ນ ໃນປີ 2017 ໂດຍກຳລັງລັດຖະບານ ທີ່ໄດ້
ເຮັດໃຫ້ຫຼາຍພັນຄົນເສຍຊີວິດແລະຂັບໄລ່ຊາວມຸສລິມໂຣຮິງຢາ ຫຼາຍກວ່າ 700,000
ຄົນ ໃຫ້ຫລົບໜີໄປສູ່ຄວາມປອດໄພ ຢູ່ໃນປະເທດເພື່ອນບ້ານ ບັງກລາແດັສ.

ສຳລັບເຂົາເຈົ້າແລ້ວ ເຫດການຕ່າງໆ​ທີ່​ມີ​ການ​ກ່າ​ວ​ຫາ​ທາງ​ດ້ານ​ຊົນ​ຊາດ​ຊົນ​ເຜົ່າ ຊຶ່ງ​ໄດ້
ເກີດຂຶ້ນຫວ່າງມໍ່ໆມານີ້ ຮວມທັງການສັງຫານເຈົ້າໜ້າທີ່ທ້ອງຖິ່ນຄົນນຶ່ງ ພາໃຫ້ຫວນຄືນ
ຄິດເຖິງບັນຫາຂັດແຍ້ງ ລະຫວ່າງສອງປະຊາຄົມ ໃນປີ 2012 ເວລາຜູ້ຄົນໄດ້ຖືກຂ້າຕາຍ
ບ້ານເຮືອນ ແລະສະຖານທີ່ທາງສາດສະໜາໄດ້ຖືກຈູດເຜົາ ແລະຫຼາຍກວ່າ 30,000 ຄົນ
ໄດ້ຖືກບັງຄັບໃຫ້ຫລົບໜີອອກຈາກບ້ານເຮືອນເຂົາເຈົ້າ.

ຫວ່າງບໍ່ເທົ່າໃດເດືອນທີ່ຜ່ານມານີ້ ລັດຣາຄາຍ​ນ໌ ແມ່ນ​ຂ້ອນ​ຂ້າງ​ຕັ້ງ​ຢູ່​ໃນຄວາມສະຫງົບ
ເຖິງແມ່ນເພີ້ມມີຄວາມຮຸນແຮງຢູ່ແຫ່ງອື່ນໃນມຽນມາ ບ່ອນທີ່ທະຫານ ຊຶ່ງຮູ້ກັນໃນຊື່ ຕັດມາດໍ (Tatmadaw) ນັ້ນ ພວມປະເຊີນໜ້າກັບລຸກຂຶ້ນຕໍ່ຕ້ານຂອງປະຊາຊົນ ໃນການເຮັດ
ລັດຖະປະຫານຍຶດກຳອຳນາດເມື່ອວັນທີ 1 ເດືອນກຸມພາປີ 2021.

ອ່ານ​ຂ່​າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG