ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຊາວມຸສລິມ ສະຫລອງບຸນ EID al-Fitr ໃນວັນສີ້ນສຸດ ເດືອນອົດອາຫານ ຣາມາດານ (ສະໄລດ໌)


ຊາວມຸສລິມ ພາກັນສູດມົນ ໃນວັນສີ້ນສຸດເດືອນອົດອາຫານ Ramadan
ຊາວມຸສລິມ ພາກັນສູດມົນ ໃນວັນສີ້ນສຸດເດືອນອົດອາຫານ Ramadan

ຊາວ​ມຸສລິ​ມຫລາຍ​ລ້ານ​ຄົນ​ຢູ່​ທົ່ວ​ໂລກ ພາກັນ​ສະຫລອງມື້​ເລີ້ມ
​ຕົ້ນບຸນ EID al-Fitr ​ໃນ​ວັນ​ຈັນ​ວານ​ນີ້ ຊຶ່ງ​ເປັນ​ຂີດ​ໝາຍການ​
ສີ້​ນສຸດລົງ​ຂອງ​ເດືອນ​ອົດ​ອາຫານ Ramadan ​ແຕ່​ວ່າ​ຄວາ​ມ
ຮຸນ​ແຮງ​ໄດ້​ເກີດ​ຂື້ນ​ໃນ​ຟິລິບ​ປີນ ​ແລະ​ການ​ສະ​ຫລັງ ​ໄດ້​ເປັນ​
ໄປ​ຢ່າງ​ເຄ່ງຂຶມ ​ຢູ່​ໃນ​ເຂດ​ສົງຄາມຂອງ​ກາຊາ.

ພວກ​ຫົວ​ຮຸນ​ແຮງ​ອິສລາມ Abu Sayyf ປະ​ມານ 50 ຄົນ​ໄດ້​
ເປີດ​ສາກ​ຍິງ​ໃສ່ ພວກລົດ​ທີ່​ເດີນທາງ​ໄປ​ສູ່​ງານ​ກິນ​ລ້ຽງ​ສະ
ຫລອງ​ຢູ່ບ້ານ​ແຫ່ງ​ນຶ່ງ ​ໃນທາງ​ພາກ​ໃຕ້​ຂອງຟິລິບ​ປີນ ​ເຮັດ​
ໃຫ້ 21 ຄົນ​ເສຍ​ຊີວິດ ​ແລະອີກ 11 ຄົນ​ໄດ້​ຮັບ​ບາດ​ເຈັບ.

ຢູ່​ໃນ​ເຂດ​ກາຊາ ຫລາຍ​ຮ້ອຍ​ຄົນ​ພາກັນ​ເຕົ້າ​ໂຮມ​ກັນ​ໃນ​ຕອນ​ເຊົ້າ ​ເພື່ອ​ສູດ​ມົນ​ຢູ່​ທີ່​ວັດ. ​ແຕ່​ແທນ​ທີ່​ຈະ​ມຸ້ງ​ໜ້າ​ໄປສະຫລອງ​ກັນຫລັງ​ຈາກ​ນັ້ນ ຈຳນວນ​ນຶ່ງ​ໄດ້ກັບ ​ເມືອບ້ານ ໃນ​ຂະນະ​ທີ່​ອີກ​ຈຳນວນ​ນຶ່ງ​ໄປ​ໄວ້ອາ​ໄລ​ແກ່ ຊາວ​ປາ​ແລ​ສ​ໄຕ​ນ໌ ກວ່າ 1,000 ຄົນ​ທີ່​ເສຍ​ຊີວິດ ​ໃນ​ລະຍະ​ສາມ​ອາທິດ​ທີ່​ມີ​ການ​ຂັດ​ແຍ້​ງກັນ ລະຫວ່າງ ອິສຣາ​ແອ​ລ ​ແລະ​ກຸ່ມ​ຫົວ​ຮຸນ​ແຮງ Hamas.

ບັນດາ​ຜູ້​ສູດ​ມົນ​ຫລາຍ​ຮ້ອຍ​ຄົນ ຢູ່ທີ່​ວັດແຫ່ງ​ຊາດ​ໃນນະຄອນຫລວງ Kuala Lumpur ຂອງ​ມາ​ເລ​ເຊຍ ພາກັນ​ສູດ​ມົນ​ໃຫ້​ແກ່​ຜູ້​ເຄາະ​ຮ້າຍ​ຂອງ​ເຮືອບິນ​ມາ​ເລ​ເຊຍ​ສອງ​ລຳ ຊຶ່ງລຳ​ນຶ່ງ​ໄດ້​ຖືກ​ຍິງ​ຕົກ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງຢູ​ເຄຣນ ​ໃນ​ຕົ້ນ​ເດືອນ​ນີ້ ​ແລະ​ອີກ​ລຳ​ນຶ່ງ​ໄດ້​ຫາຍ​ສາບ​ສູນ ​ໃນ​ຂະນະ​ທີ່​ບິນ​ໄປ​ຍັງນະຄອນຫລວງ​ປັກ​ກິ່ງ ​ໃນ​ເດືອນ​ມີນາ.

ບຸນ EID al-Fitr ​ແມ່ນການ​ສະຫລອງ​ການ​ບັນລຸ​ຄວາມ​ຂາວ​ສະອາດ ​ໃນ​ວາລະ​ Ramadan ຊຶ່ງ​ເປັນ​ເດືອນອົດ​ອາຫານ ​ ຕັ້ງ​ແຕ່​ຕາ​ເວັນ​ຂື້ນຈົນ​ຮອດ​ຕາ​ເວັນ​ຕົກ ອັນ​ເປັນ​ນຶ່ງ​ໃນ ​ຫ້າເສົາ​ຄໍ້າ​ຂອງ ສາ​ສະໜາ​ອິສລາມ.

XS
SM
MD
LG