ບຸນ Haj ເປັນເທດສະການ ທີ່ຊາວມຸສລິມທັງຫຼາຍ ພາກັນລຸຫລັ່ງໄປສະແຫວງບຸນປະຈໍາ ປີ ຢູ່ເມືອງ Mecca ດ້ວຍຄວາມຕັ້ງໃຈທີ່ຈະປະກອບພິທີທາງສາສະໜາ ທີ່ ພະສາສະດາໂມຮໍາມັດ ໄດ້ຊົງສັ່ງສອນ ຕໍ່ຜູ້ເຊື່ອຖືພະອົງເມື່ອ 14 ສັດຕະວັດຜ່ານມາ.
ວັນພຸດວານນີ້ ຊຶ່ງເປັນມື້ທໍາອິດຂອງງານບຸນ Haj ປະຈໍາປີນີ້ ການຈະລາຈອນແມ່ນແອອັດ ຢູ່ຖະໜົນຈາກເມືອງ Mecca ໄປຈົນເຖິງເມືອງ Mina.
ເບິ່ງວີດີໂອ ກ່ຽວກັບການໄປສະແຫວງບຸນຂອງຊາວມຸສລິມ:
ໃນຂະນະດຽວກັນ ພວກສະແຫວງບຸນຫຼາຍຄົນກໍພາກັນຂຶ້ນໄປຍັງ Mountain of Light ຫຼືພູແຫ່ງແສງສະຫວ່າງ ເພື່ອມອງລົງມາຊົມທິວທັດຂອງເມືອງ Mecca. ແມ່ນຢູ່ພູໜ່ວຍນີ້ ທີ່ຊາວມຸສລິມທັງຫຼາຍເຊື່ອວ່າພະສາສະດາໂມຮໍາມັດ ໄດ້ຮັບຫຼັກຄໍາພີ ເທື່ອທໍາອິດຈາກພະເຈົ້າ.
ການສະແຫວງບຸນດັ່ງກ່າວນີ້ ແມ່ນຕ້ອງໄດ້ກະທໍາຄັ້ງນຶ່ງໃນຊີວິດ ສໍາລັບ ຊາວມຸສລິມທຸກໆຄົນທີ່ມີຮ່າງກາຍສົມບູນ.
ພິທີບູຊາ ແມ່ນເປັນຫຼັກທີ່ຫ້າຂອງສາສະໜາອິສລາມ ແລະເປັນພິທີການທີ່ສໍາຄັນທີ່ສຸດຂອງຄວາມເຊື່ອຖືແລະເອກກະພາບຂອງສາສະໜາອິສລາມ.
ພວກສະແຫວງບຸນຈະພາກັນປະຕິບັດຕາມຮູບແບບພິທີບູຊາທີ່ວາງອອກໄວ້ ໂດຍພະສາສະດາໂມຮໍາມັດ ແລະພິທີຈະສິ້ນສຸດລົງໃນວັນບຸນ ງານລ້ຽງເສຍສະຫຼະ ຫລື Eid al-Adha ຊຶ່ງເປັນວັນພັກຢູ່ໃນທົ່ວໂລກອິສລາມ.
ບັນດາເຈົ້າໜ້າທີ່ Saudi ບອກອົງການຂ່າວຣອຍເຕີວ່າ ມາຮອດເວລານີ້ ແມ່ນມີຮອດ 1 ລ້ານ 7 ແສນຄົນແລ້ວ ທີ່ມາຈາກຕ່າງປະເທດ ແລະປະມານສອງແສນຄົນ ມາຈາກພາຍໃນ Saudi Arabia ເອງ.
ເມື່ອປີຜ່ານມາ ພວກສະແຫວງບຸນເກືອບສາມລ້ານຄົນ ໄດ້ປະກອບພິທີ Haj ຊຶ່ງໃນນັ້ນ ປະມານ ນຶ່ງສ່ວນສາມ ແມ່ນພວກສະແຫວງບຸນທີ່ມາຈາກພາຍໃນ Saudi Arabia ເອງ.