ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກກະບົດ ຟີລິບປິນ ເຕືອນໃຫ້ຊາບ ກ່ຽວກັບ ອິດທິພົນ ຂອງພວກ ລັດອິສລາມ ຢູ່ໃນປະເທດ


ພວກກະບົດ ແນວໜ້າການປົດປ່ອຍ ອິສລາມ Moro ສະເຫຼີມ
ສະຫຼອງການເຊັນຂໍ້ຕົກລົງສັນຕິພາບ ໃນລະຫວ່າງການ
ຊຸມນຸມກັນທີ່ຄ້າຍ Darapanan, ເມືອງ Sultan Kudarat , ໃນພາກໃຕ້ຂອງເກາະ ມິນດານາວ. 27 ມີນາ, 2014.
ພວກກະບົດ ແນວໜ້າການປົດປ່ອຍ ອິສລາມ Moro ສະເຫຼີມ ສະຫຼອງການເຊັນຂໍ້ຕົກລົງສັນຕິພາບ ໃນລະຫວ່າງການ ຊຸມນຸມກັນທີ່ຄ້າຍ Darapanan, ເມືອງ Sultan Kudarat , ໃນພາກໃຕ້ຂອງເກາະ ມິນດານາວ. 27 ມີນາ, 2014.

ຫົວໜ້າຂອງກຸ່ມກະບົດມຸສລິມ ທີ່ສຳຄັນ ທີ່ຕໍ່ສູ້ເພື່ອການປົກຄອງ ຕົນເອງໃນພາກ ໃຕ້ຂອງປະເທດ ຟີລິບປິນ ເຕືອນວ່າໃນໄວໆນີ້ ພວກລັດອິສລາມ ອາດຈະໄດ້ ຮັບການສະໜັບສະໜູນໃນການ ສ້າງຕັ້ງຖານທີ່ໝັ້ນຢູ່ໃນພາກພື້ນແຫ່ງນັ້ນ.

ທ້າວ Murad Ebrahim, ປະທານແນວໜ້າການປົດປ່ອຍ ອິສ ລາມ Moro ໄດ້ກ່າວຕໍ່ບັນດານັກຂ່າວໃນນະຄອນຫຼວງ ກົວລາລຳ ເປີ ໃນວັນຈັນມື້ນີ້ວ່າ ກຸ່ມພວກຫົວຮຸນ ແຮງອາດຈະສວຍໃຊ້ຄວາມ ໄດ້ປຽບຈາກຄວາມກັງວົນຂອງຊາວ ມຸສລິມ ໃນພາກໃຕ້ຂອງພາກ ພື້ນ Mindanao ຍ້ອນຄວາມລົ້ມແຫຼວຂອງກົດໝາຍທີ່ຈະໃຫ້ສັດ ຕະຍາ ບັນແກ່ຂໍ້ຕົກລົງສັນຕິພາບ ເຊິ່ງໄດ້ບັນລຸໂດຍກຸ່ມຂອງທ່ານ ແລະ ລັດຖະ ບານປະທານາທິບໍດີທ່ານ Benigno Aguino ໃນປີ 2014.

ຂໍ້ຕົກລົງເຊິ່ງໄດ້ຖືກໄກ່ເກ່ຍໂດຍ ມາເລເຊຍ, ອາດອະນຸຍາດໃຫ້ຊາວມຸສລິມກຸ່ມ ນ້ອຍປົກຄອງ ດິນແດນສ່ວນຫຼາຍໃນປະເທດທີ່ຄົນສ່ວນໃຫຍ່ນັບຖືສາສະໜາ ໂຣມັນ ກາໂຕລິກ ເພື່ອເປັນ ການແລກປ່ຽນສຳລັບການສິ້ນສຸດການກະບົດດົນເຖິງ 4 ທົດສະວັດ ເຊິ່ງໄດ້ເຮັດໃຫ້ມີຄົນເສຍ ຊີວິດຫຼາຍກວ່າ 1 ແສນຄົນແລ້ວ.

ທ້າວ Ebrahim ກ່າວວ່າ ແນວໜ້າການປົດປ່ອຍ ອິສລາມ Moro ຈະບໍ່ລະຖິ້ມການຕໍ່ສູ້ເພື່ອ ການປົກຄອງດິນແດນບ້ານເກີດຂອງຕົນເອງ, ແຕ່ກ່າວວ່າພວກ ເຂົາຈະບໍ່ຫວນກັບຄືນສູ່ການ ກໍ່ຄວາມຮຸນແຮງ ເມື່ອໃດການເຈລະຈາສັນຕິພາບ ຍັງມີໂອກາດທີ່ຈະປະສົບຄວາມສຳເລັດ.

Philippines Muslim Rebels
please wait

No media source currently available

0:00 0:00:48 0:00

XS
SM
MD
LG